ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

79

ໃນລະຫວ່າງວັນທີ 13 – 15 ກໍລະກົດນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ເຮັດວຽກຢູ່ແຂວງຫຼວງພະບາງ, ສະເພາະຕອນເຊົ້າວັນທີ 13 ກໍລະກົດ ທ່ານນາຍົກພ້ອມດ້ວຍການນຳ ແຂວງຫຼວງພະບາງ ໄດ້ເຂົ້າວາງກະຕ່າດອກໄມ້ທີ່ອະນຸສາວະລີຂອງປະທານ ສຸພານຸວົງ ຕັ້ງຢູ່ບ້ານນາວຽງຄຳ ນະຄອນຫຼວງພະບາງ ເນື່ອງໃນໂອກາດວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 110 ປີ.

ຈາກນັ້ນ, ທ່ານນາຍົກ ໄດ້ໂອ້ລົມພະນັກງານຫຼັກແຫຼ່ງຂອງເມືອງຈອມເພັດ ໃນວັນທີ 14 ກໍລະກົດ. ໂອກາດນີ້, ທ່ານ ຈັນ ວັນນະສີ ເຈົ້າເມືອງຈອມເພັດ ໄດ້ລາຍງານສະພາບເສດຖະກິດ – ສັງຄົມຂອງເມືອງ ວ່າ: ເມືອງຈອມເພັດ ມີ 69 ບ້ານ, ມີ 5.862 ຄອບຄົວ, ພົນລະເມືອງ 32.078 ຄົນ ຍິງ 16.002 ຄົນ ເປັນເມືອງທີ່ມີທ່າແຮງຫຼາຍດ້ານ ເປັນຕົ້ນມີສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດ ແລະ ວັດທະນະທຳ ຕິດພັນກັບນະຄອນຫຼວງພະບາງ ເມືອງມໍລະດົກໂລກ, ມີເສັ້ນທາງຫຼວງຜ່ານເຂົ້າສູ່ປະເທດໄທ, ມີເສັ້ນທາງລົດໄຟ ລາວ – ຈີນ ຜ່ານ 19 ກິໂລແມັດ ກວມ 7 ບ້ານ ແລະ ເປັນເມືອງທີ່ລັດຖະບານອະນຸມັດໃຫ້ສ້າງເສດຖະກິດພິເສດໃນເນື້ອທີ່ 3.850 ເຮັກຕາ ກວມ 10 ບ້ານ. ປັດຈຸບັນສຳຫຼວດວັດແທກຕອນດິນໄດ້ 6 ບ້ານ ມີເນື້ອທີ່ 1.694 ເຮັກຕາ, ປະຊາຊົນມີມູນເຊື້ອໃນການທຳການຜະລິດເປັນສິນຄ້າເພື່ອສົ່ງອອກ, ຈາກທ່າແຮງດັ່ງກ່າວໄດ້ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 8,4% ລວມຍອດລາຍຮັບບັນລຸ 284 ຕື້ກວ່າກີບ, ລາຍຮັບສະເລ່ຍໄດ້ 8,7 ລ້ານກວ່າກີບ ຫຼື ເທົ່າກັບ 1.099 ໂດລາສະຫະລັດຕໍ່ຄົນຕໍ່ປີ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ຊ່ວຍຊຸກຍູ້ໃຫ້ປະຊາຊົນໝູນໃຊ້ທ່າແຮງຂອງທ້ອງຖິ່ນ ເພື່ອແກ້ໄຂ ຄວາມທຸກຍາກ ແລະ ພັດທະນາຄອບຄົວໃຫ້ດີຂຶ້ນ.

ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທຳມະຊາດ ນ້ຳຕົກຕາດຮ້ອຍຄົວ ຢູ່ເມືອງຈອມເພັດ, ຢ້ຽມຢາມຟາມຄວາຍນົມ, ນ້ຳຕົກຕາດກວາງຊີ, ຈຸດກໍ່ສ້າງສະຖານີລົດໄຟ ລາວ – ຈີນ ແລະ ຂົວຂ້າມນ້ຳຂອງ ຂອງໂຄງການກໍ່ສ້າງທາງລົດໄຟຢູ່ນະຄອນຫຼວງພະບາງຕື່ມອີກ.

[ ຂ່າວ: ອາພຸດເດດ ບຸບຜາ ]