ລັດຖະມົນຕີ ຮສສ ເຄື່ອນໄຫວ ແລະ ມອບເຄື່ອງ ຢູ່ແຂວງຫຼວງນໍ້າທາ.

130

ທ່ານ  ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ, ພອ້ມດ້ວຍຄະນະລົງຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຢູ່ແຂວງຫຼວງນໍ້າທາ. ໂດຍການຕ້ອນຮັບຂອງທ່ານ ນາງ ວຽງພອນ ເຮືອງແພງອ່ອນ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງນໍ້າທາ ພອ້ມດ້ວຍຄະນະດ້ວຍຄວາມອົບອຸ່ນ. ວັນທີ 11 ກໍລະກົດ 2019 ນີ້ຢູ່ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫຼວງນໍ້າທາ.


ໂອກາດນີ້ ທ່ານ ນາງ ວຽງພອນ ເຮືອງແພງອ່ອນ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ແລະ ສະຫວັດດີການສັງຄົມຢູ່ແຂວງຫຼວງນໍ້າທາວ່າ: ພະນັກງານ-ລັດຖະກອນ ໃນພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງມີ 76 ຄົນ, ຍິງ 24 ຄົນ, ໃນ 06 ເດືອນຕົ້ນປີ 2019 ທາງພະແນກແຮງງານ ແລະ ສະຫວັດດີການ ສັງຄົມແຂວງ ຫຼວງນໍ້າທາໄດ້ຮັບງົບປະມານ 42. 500.000 ກີບ, ຈາກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມເພຶ່ອຈັດຝຶກອົບຮົມສີມືແຮງງານ ໃຫ້ຊາວໜຸ່ມພາຍໃນແຂວງດ້ານການຕິດຕັ້ງໄຟຟ້າໃນອາຄານໄດ້ 53 ຄົນ, ເກັບກຳຂໍ້ມູນການພັດທະນາສີມືແຮງງານກັບທີ່ໃຫ້ແກ່ກຳລັງແຮງງານລາວຢູ່ບັນດາຫົວໜ່ວຍແຮງງານໄດ້ທັງໜົດ 246 ຄົນ, ທຽບໃສ່ຄາດໝາຍສູ້ຊົນປີ 2019 ແມ່ນ 3.200 ຄົນ, ປະຕິບັດໄດ້ 9,34% ເກັບກຳຂໍ້ມຸນການມີວຽກເຮັດງານທຳຂອງກຳລັງແຮງງານຢູ່ຫົວໜ່ວຍແຮງງານໄດ້ 1.044 ຄົນ, ຍິງ 478 ຄົນ, ທຽບໃສ່ຄາດໝາຍສູ້ຊົນ 4, 000 ຄົນ, ປະຕິບັດໄດ້ 26, 1 %, ຂື້ນທະບຽນ ແລະ ອອກບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ 334 ຄົນ, ຍິງ 89 ຄົນ, ໃນນີ້ມີແຮງງານຈີນ 191 ຄົນ, ຍິງ 44 ຄົນ, ຫວຽດນາມ 08 ຄົນ, ຍິງ 03 ຄົນ, ໄທ 04 ຄົນ, ວຽກງານຄຸ້ມຄອງແຮງງານ ລົງກວດກາແຮງງານເປັນປົກກະຕິໄດ້ 09 ຄັ້ງ, ມີ 79 ຫົວໜ່ວຍເທົ່າກັບ 43, 89%, ໄດ້ຂື້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດໄດ້ທັງໜົດ 1.184 ຄົນ,ຍິງ 169 ຄົນ,

ວຽກປະກັນສັງຄົມທົ່ວແຂວງມີພະນັກງານບໍານານທັງໜົດ 708 ທ່ານ, ຍິງ 169 ທ່ານ, ພະນັກງານເສຍອົງຄະ 477 ທ່ານ, ຍິງ 24 ທ່ານ, ຮັບອຸດໜຸນສະມາຊິກຄອບຄົວ 208 ຄົນ, 6 ເດືອນຕົ້ນປີຂື້ນທະບຽນຜູ້ເກີດສິດໄດ້ 371 ຄົນ, ທຽບໃສ່ແຜ່ນການປະຕິບັດໄດ້ 61, 83% ປະຕິບັດນະໂຍບາຍອຸດໜູນເກີດລຸກ 18 ຄົນ ແລະ ບຳເນັດເກີດລຸກ 238 ຄົນ, ອຸດໜຸນເສຍຊິວີດ 32 ຄົນ, ບໍາເນັດອອກການ 04 ຄົນ, ແລະ ອຸດໜຸນປ່ວຍການ 04 ຄົນ, ປະຈຸບັນມີຜູ້ເກີດສິດຢູ່ໂຮງໝໍຄູ່ສັນຍາລວມ 17.998 ຄົນ, ປະຕິບັດນະໂຍບາຍອຸດໜຸນກີນທານຜູ້ເສຍສະລະຊິວິດຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ໄດ້ທັງໜົດ 57 ທ່ານ, ລວມເປັນເງີນທັງໜົດ 1,2 ຕື້ກວ່າກີບ, ສຳເລັດການແຈກຢາຍສັງກະສີຈຳນວນ 850 ແຜ່ນ, ມຸນຄ່າ 32.075.000. ກີບໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ແລະ ລົມພະຍຸ 16 ບ້ານ, 01 ກອງພັນ ແລະ ໄດ້ຮັບເຂົ້າກອງທືນເພື່ອນຮ່ວມງານ ຈຳນວນ 76.824 ກິໂລ, ຊ່ວຍເຫຼຶອຜູ້ປະສົບໄພສັດຕູພຶດທໍາລາຍຜົນລະປຸກ ແລະ ນໍ້າຖ້ວມ 1.003 ຄອບຄົວ 6.402 ຄົນ, ສັງລວມຂໍ້ມຸນໄພພິບັດທົ່ວປະແຂວງປີ 2018 ມີ 136 ບ້ານ 4.004 ຄອບຄົວ, ເນື້ອທີ່ໄຮ ແລະ ເນື້ອທີ່ນາ ເສຍຫາຍລວມທັງໜົດ 676,632 ເຮັກຕາ.


ໂອກາດດັ່ງກ່າວ ທ່ານ  ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງ ແລະ ສະຫວັດດີການສັງຄົມ ໄດ້ໂອ້ລົມ ຕໍ່ພະນັກງານພະແນກແຮງງານ ແລະ ສະຫວັດດີການ ສັງຄົມ ເຊິ່ງກອນອຶ່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານ, ໂດຍສະເພາະແມ່ນແຜນການໃນການຕິດຕາມແຜນງານ ແລະ ການກຳນົດຍຸດທະສາດ 10 ປີ, ສົ່ງເສີມພັດທະນາດ້ານສີມືແຮງງານພາຍໃນແຂວງໃຫ້ດີຂື້ນ.


ຈາກນັ້ນທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍ່ໄດ້ນຳມອບເຄື່ອງໃຫ້ແກ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງປະກອບມີ: ເຂົ້າສານໜຽວ 76, 824 ກິໂລ, ມຸນຄ່າ 6 ຮອ້ຍ 18 ລ້ານກົ່ວກີບ ພ້ອມດ້ວຍເຄື່ອງນຸ່ງຫົ່ມ ແລະ ເກີບຈຳນວນ 127 ແກັດລວມມຸນຄ່າທັງໜົດ 8 ຮ້ອຍ 80 ລ້ານກ່ວາກີບ. ກ່າວຮັບໂດຍ ທ່ານ ບຸນຍີ່ ແກ້ວຄູນເມືອງ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຫຼວງນໍ້າທາ ຊ່ອງໜ້າພະນັກງານວິຊາການທັງສອງຝ່າຍເປັນສັກຂີພິຍານ.