ອາກາດຈະຮ້ອນຂຶ້ນ, ພ້ອມມີຝົນຕົກຢູ່ພາກກາງ-ພາກໃຕ້

44

ກົມອຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານພະຍາກອນອາກາດປະຈໍາວັນທີ 15 ກໍລະກົດ 2019ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນໄດ້ມີກໍາລັງແຮງເພີ່ມຂຶ້ນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກໃຕ້.

ไม่มีคำอธิบายรูปภาพ

 

ໃນຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດໃນໄລຍະວັນທີ 15 ຫາ 21 ກໍລະກົດ 2019 ວ່າ: ໃນໄລຍະວັນທີ 15 ຫາ 17 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນ ທີ່ມີກຳລັງປານກາງຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດສືບຕໍ່ຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ແລະ ບາງທ້ອງຖິ່ນແຂວງພາກໃຕ້.

ไม่มีคำอธิบายรูปภาพ

 

ຈາກນັ້ນ, ໃນວັນທີ 18 ຫາ 21 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະມີກຳລັງແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ພ້ອມດຽວກັນກະແສລົມຕາເວັນອອກສ່ຽງໃຕ້ຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ແຂວງພາກກາງ ຫາ ພາກໃຕ້ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍຢູ່ແຕ່ລະພາກ ແລະ ຝົນຈະຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງ ພາກກາງຫາພາກໃຕ້.

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ