ໄຜ່ທິດາ ໂພທິສານ ຕົວແທນປະເທດລາວປະກວດນາງສາວມິດຕະພາບທີ່ ສປ ຈີນ

37

ນາງ ໄຜ່ທິດາ ໂພທິສານ ເປັນຕົວແທນຈາກ ສປປ ລາວ ໃນການເຂົ້າຮ່ວມກອງປະກວດນາງສາວມິດຕະພາບ ( Miss Friendship International 2019 ) ທີ່ ສປ ຈີນ ເພື່ອເປັນການສ້າງສາຍສຳພັນຮ່ວມມືກັນໃນຫຼາຍໆດ້ານ ທັງເປັນການເຜີຍແຜ່ຮີດຄອງປະເພນີອັນດີງາມຂອງລາວອອກສູ່ສາຍຕາສາກົນ.

ໃນວັນທີ 12 ກໍລະກົດ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວສົ່ງຕົວແທນປະເທດລາວສູ່ເວທີ Miss Friendship International 2019 ເຂົ້າຮ່ວມພິທີໂດຍ ທ່ານ ຄົມປັນຍາ ເພງວິໄນຍາ ປະທານໂຄງການນາງສາວລາວ,    ທ່ານ ນາງ ຕ໋ອດ ລີນ້າ ຄູຝຶກ ແລະ ຜູ້ຈັດການໂຄງການ Miss Friendship Laos, ທ່ານ ນາງ ມະຍຸລີ ຄໍາວັນດີ, ທ່ານ ທະນູສອນ ແກ້ວວຽງຄໍາ ທີ່ປຶກສາໂຄງການນາງສາວລາວ ແລະ ທ່ານ ເກດສະໜາ  ແພງສົມບັດ ທີ່ປຶກສາໂຄງການນາງສາວລາວ ພ້ອມດ້ວຍບັນດາສື່ມວນຊົນທຸກພາກສ່ວນ.

ທ່ານ ຄົມປັນຍາ ເພງວິໄນຍາ ໄດ້ກ່າວວ່າ: ຈຸດປະສົງໃນການສົ່ງນາງສາວໄປປະກວດໃນເວທີສາກົນທີ່ປະເທດຈີນ ກໍເພື່ອເປັນການສ້າງສາຍພົວພັນຮ່ວມມືກັນໃນຫຼາຍໆດ້ານກັບປະເທດຈີນ. ພ້ອມທັງປີນີ້ຄົບຮອບ 58 ປີ ສາຍພົວພັນການທູດ ລາວ – ຈີນ ແລະ ເປັນເວທີໃນການແລກປ່ຽນທາງດ້ານວັດທະນະທໍາຂອງລາວໃຫ້ຕ່າງຊາດໄດ້ຮູ້, ຈາກການປຶກສາຫາລືເຖິງຄວາມເໝາະສົມຈຶ່ງໄດ້ເລືອກເອົາ ນາງ ໄຜ່ທິດາ ໂພທິສານ ຫຼື ຕຸຕູ່ ນາງສາວມິດຕະພາບ ຈາກເວທີປະກວດນາງສາວລາວ 2018 ເປັນຕົວແທນປະເທດລາວໄປປະກວດໃນເວທີ Miss Friendship International 2019 ທີ່ ເສີນຕູ ປະເທດຈີນ ເຊິ່ງເປັນເວທີໃຫຍ່ ແລະ ມີຄວາມສໍາຄັນເປັນຢ່າງຍິ່ງ ໂດຍຈະເລີ່ມເກັບຕົວຕັ້ງແຕ່ວັນທີ 17 – 27 ກໍລະກົດ 2019 ມີທັງໝົດ 60 ປະເທດ.

ທ່ານ ນາງ ຕ໋ອດ ລີນ້າ ໄດ້ກ່າວວ່າ: ພວກເຮົາໄດ້ກຽມຄວາມພ້ອມຝຶກນ້ອງ ຕຸຕູ່ ທັງພາຍໃນ ແລະ ພາຍນອກໃນຫຼາຍໆດ້ານ ບໍ່ວ່າຈະເປັນເລື່ອງບຸກຄະລິກກະພາບ, ການສື່ສານ, ການວາງຕົວ ແລະ ຄວາມສາມາດໃນການສະແດງອອກ. ສ່ວນເລື່ອງຊຸດປະຈໍາຊາດແມ່ນຊຸດຜ້າໄໝປັກດິ້ງ ໂດຍຈະເນັ້ນຄວາມລຽບງ່າຍໃນແບບບູຮານທີ່ທັນສະໄໝດ້ວຍສີໄມ້ລາຍມືຈາກຄົນລາວ ແລະ ສະແດງເຖິງຄວາມເປັນດັ້ງເດີມທີ່ໂດດເດັ່ນຂອງຄົນລາວເປັນເອກະລັກ ພ້ອມທັງເປັນການສະເໜີເຖິງວັດທະນະທໍາລາວທີ່ນຸ່ງສິ້ນບ່ຽງແພມາແຕ່ບູຮານນະການ.

ນາງ ໄຜ່ທິດາ ໂພທິສານ ຫຼື ຕຸຕູ່ ໃຫ້ສໍາພາດວ່າ: ຖືເປັນກຽດທີ່ສຸດທີ່ໄດ້ເປັນຕົວແທນປະເທດລາວເຂົ້າປະກວດໃນເວທີສາກົນ ເຊິ່ງນ້ອງເອງຈະໄດ້ມີໂອກາດໄດ້ເຜີຍແຜ່ ແລະ ແລກປ່ຽນຄວາມຮູ້ທາງດ້ານວັດທະນະທໍາຫຼາຍຂຶ້ນ. ນອກຈາກນີ້, ນ້ອງເອງໄດ້ກຽມຄວາມໝັ້ນໃຈ ແລະ ຄວາມສາມາດພິເສດໄປສະແດງໃນເວທີ Miss Friendship International 2019 ທີ່ ເສີນຕູ ປະເທດຈີນ ໂດຍນ້ອງໄດ້ກຽມການສະແດງເຮັດຢອດກາເຟຖືວ່າເປັນສິ່ງທີ່ນ້ອງຖະໜັດທີ່ສຸດເລີຍກໍວ່າໄດ້ ແລະ ໄດ້ກຽມພ້ອມເລື່ອງຕ່າງໆ ບໍ່ວ່າຈະເປັນຮູບຮ່າງພ້ອມທັງບຸກຄະລິກກະພາບທີ່ພຽບພ້ອມ.

ຮ່ວມເຊຍ ແລະ ເປັນແຮງໃຈໃຫ້ນ້ອງ   ຕຸຕູ່ ໃນຮອບຕັດສິນວັນທີ 27 ກໍລະກົດ 2019 ຫຼື ສາມາດຕິດຕາມຂໍ້ມູນເພີ່ມຕື່ມໄດ້ທີ່ເພຈເຟສບຸ໊ກ: MISS LAOS ນາງສາວລາວ.

 

[ ຂ່າວ: ທິບອຸສາ; ຮູບ: ວິລະສັກ ]