ນັກຮຽນລາວເກັ່ງ! ຄວ້າລາງວັນຊະນະເລີດ ຈາກການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນ

44

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີຍ້ອງຍໍນັກຮຽນທີ່ສາມາດຍາດໄດ້ຫຼຽນລາງວັນ ແລະ ສ້າງຜົນງານໂດດເດັ່ນຈາກເຂົ້າຮ່ວມແຂ່ງຂັນຫຸ່ນຍົນຊາວໜຸ່ມ ຄັ້ງທີ 5 ແລະ ການແຂ່ງຂັນໃນໂຄງການນັກວິທະຍາສາດໜຸ່ມນ້ອຍອາຊຽນ ຄັ້ງທີ 8 ທີ່ຈັດຂຶ້ນຢູ່ບາງກອກ ປະເທດໄທ

 

 

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2019 ທີ່ສະຖາບັນການຄຸ້ມຄອງ ວິທະຍາສາດ ແລະ ເຕັກໂນໂລຊີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ທັງເປັນປະທານສະພາວິທະຍາສາດ ແຫ່ງຊາດ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍຜູ້ປົກຄອງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

 

 

ການແຂ່ງຂັນຫຸ່ນຍົນຊາວໜຸ່ມສາກົນຄັ້ງທີ 5 ( 5st International Youth Robot Competition IYRC) ຈັດຂຶ້ນໃນທ້າຍ 2018 ຜ່ານມາ ທີ່ບາງກອກ, ຣາຊະອານາຈັກໄທ ມີຜູ້ເຂົ້າຮ່ວມການແຂ່ງຂັນທັງໝົດ 25 ປະເທດ, ຜ່ານການເຂົ້າຮ່ວມແຂ່ງຂັນ ທ້າວ ບຸນຍາລິດ ໄຊສຸລຽນ ຈາກ ສປປ ລາວ ສາມາດຍາດໄດ້ຫຼຽນລາງວັນຊະນະເລີດ ຈາກການແຂ່ງຂັນ.

 

 

ນອກຈາກມອບໃຫ້ນ້ອງນັກຮຽນທີ່ມີຜົນງານໂດດເດັ່ນແລ້ວ ຍັງໄດ້ໃບຍ້ອງຍໍໃຫ້ແກ່ ສູນການຮຽນຮູ້ VF (VF Learning Center) ທີ່ມີຜົນງານໃນການສົ່ງເສີມ ແລະ ນຳພາຊາວໜຸ່ມ ສປປ ລາວ ໃນການເຂົ້າຮ່ວມການແຂ່ງຂັນຫຸ່ນຍົນດັ່ງກ່າວ.

 

 

ໂຄງການວິທະຍາສາດໜຸ່ມນ້ອຍ ອາຊຽນບວກສາມ ຄັ້ງທີ 8 ຫຼື ເອີ້ນວ່າ: ASEAN Plus Three Junior Science Odyssey (APT JSO) ຈັດຂຶ້ນໃນລະຫວ່າງວັນທີ 9-15 ມິຖຸນາ 2019 ຜ່ານມາ, ທີ່ແຂວງ ປະທຸມທານີ ໂດຍຂຶ້ນໃນຫົວຂໍ້ “ບົດບາດຂອງຊາວໜຸ່ມໃນການສື່ສານ ເອົາວຽກວິທະຍາສາດ ເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍໃນການພັດທະນາແບບຍືນຍົງ” (The Role of Youth in Communicating Science for Sustainable Development Goals(SDGs) Issues in the Regions)

 

 

ເຊິ່ງຈຸດປະສົງຂອງໂຄງການດັ່ງກ່າວແມ່ນເພື່ອຊຸກຍູ້ສົ່ງເສີມໃຫ້ນັກຮຽນເກີດມີຄວາມສົນໃຈກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີຫຼາຍຂຶ້ນ ດ້ວຍການກະຕຸ້ນໃຫ້ນັກຮຽນມີຄວາມຢາກຮູ້ ໂດຍຜ່ານການແລກປ່ຽນບົດຮຽນ, ປະສົບການ ແລະ ການເຮັດທົດລອງຕົວຈິງ, ພ້ອມທັງເປັນການປູກຈິດສຳນຶກໃຫ້ນ້ອງນັກຮຽນມີຄວາມມັກຮັກ ໃນອາຊີບຕ່າງໆຂອງຂະແໜງການກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ໃນອະນາຄົດ. ນອກຈາກນີ້, ຍັງເປັນການ ສ້າງໂອກາດໃຫ້ ນ້ອງນັກຮຽນໄດ້ເສີມສ້າງສາຍພົວພັນ, ມິດຕະພາບທີ່ດີ ແລະ ເຂົ້າຮ່ວມບັນດາກິດຈະກຳຕ່າງໆ.

 

 

ຜ່ານການເຂົ້າຮ່ວມແຂ່ງຂັນນ້ອງນັກຮຽນຈາກ ສປປ ລາວ ກໍຄື ມສ ວຽງຈັນ ສາມາດຍາດໄດ້ຫຼຽນເງິນ 1 ຫຼຽນ ຈາກການນຳສະເໜີ ໂພສເຕີ, ໂຮງຮຽນກຽດຕິສັກ ໄດ້ຫຼຽນທອງແດງ 1 ຫຼຽນ ຈາກການເຮັດທົດລອງໃນຫ້ອງປະຕິບັດການ, ຕາງໜ້າຈາກ ມສ ວຽງຈັນ ແລະ ໂຮງຮຽນກຽດຕິສັກ ໄດ້ຮັບຫຼຽນທອງແດງຄົນລະ 1 ຫຼຽນ ຈາກການເຮັກວຽກເປັນກຸ່ມຮ່ວມກັບປະເທດອື່ນ ແລະ ຕາງໜ້າຈາກ ໂຮງຮຽນກຽດຕິສັດ ໄດ້ຮັບລາງວັນກຽດຕິຍົດ 1 ລາງວັນ.

 

 

 

ຂໍ້ມູນ: ໜັງສືພິມວິທະຍາສາດ ແລະ ການພັດທະນາ