ຝຣັ່ງ ອອກກົດໝາຍເກັບພາສີບໍລິສັດເທັກໂນໂລຢີຂອງຕ່າງປະເທດ

12 Jul 2019

ຄລິກແຊຣ໌ 0 Facebook WhatsApp

ຝຣັ່ງ ເປັນປະເທດເສດຖະກິດຂະໜາດໃຫຍ່ແຫ່ງທໍາອິດ ໃນເອີຣົບທີ່ອອກກົດໝາຍເກັບພາສີຈາກບໍລິສັດເທັກໂນໂລຢີຂ້າມຊາດຂະໜາດໃຫຍ່ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ແກ່ລັດຖະບານອາເມຣິກາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນສຸກ ທີ 12 ກໍລະກົດ ວ່າ ສະມາຊິກສະພາຝຣັ່ງ ມີມະຕິສຽງຂ້າງຫຼາຍໃນການປະຊຸມ ເມື່ອວັນພະຫັດ ຜ່ານມາ ຮັບຮອງເອົາຮ່າງກົດໝາຍທີ່ສົ່ງຕໍ່ຂຶ້ນມາຈາກສະພາຜູ້ແທນປະຊາຊົນ ວ່າດ້ວຍການຮຽກເກັບພາສີລາຍໄດ້ນິຕິບຸກຄົນ ຈາກບໍລິສັດເທັກໂນໂລຢີລາຍໃຫຍ່ຂ້າມຊາດທີ່ເຂົ້າມາຕັ້ງສໍານັກງານໃຫຍ່ໃນປະເທດ ຖືເປັນປະເທດເສດຖະກິດຂະໜາດໃຫຍ່ແຫ່ງທໍາອິດຂອງໂລກ ທີ່ອອກກົດໝາຍດັ່ງກ່າວ ເຊິ່ງເອີ້ນກັນແບບຄໍາຫຍໍ້ວ່າ  “ກາຟາ (GAFA)” ແທນ Google, Apple, Facebook ແລະ ,Amazon.

ไม่มีคำอธิบายรูปภาพ

ທັງນີ້ ອັດຕາພາສີຂັ້ນຕໍ່າແມ່ນ 3% ສໍາລັບລາຍໄດ້ຂອງບໍລິສັດເທັກໂນໂລຢີທີ່ມີລາຍໄດ້ໝຸນວຽນໃນຕະຫຼາດຝຣັ່ງ ຢ່າງໜ້ອຍ 25 ລ້ານເອີໂຣ (ປະມານ 246 ຕື້ກີບ) ແລະ ຫຼາຍກວ່າ 750 ລ້ານເອີໂຣ ໃນຕະຫຼາດໂລກ (ປະມານ 7.380 ຕື້ກີບ) ເຊິ່ງການຮຽກເກັບພາສີຈະນັບຄືນຫຼັງ ຕັ້ງແຕ່ຕົ້ນປີນີ້ ແລະ ເບື້ອງຕົ້ນລັດຖະບານຝຣັ່ງຄາດວ່າ ຈະສາມາດສ້າງລາຍໄດ້ເຂົ້າປະເທດປະມານ 400 ລ້ານເອີໂຣ ໃນປີນີ້ (ປະມານ 3.930 ຕື້ກີບ).

ในภาพอาจจะมี ข้อความ

ປັດຈຸບັນ ກຸເກິລ, ເຟສບຸ໊ກ ແລະ ແອັບເປິລ ຕັ້ງສໍານັກງານໃຫຍ່ໃນເອີຣົບ ຢູ່ປະເທດໄອແລນ ສ່ວນອາມາຊອນ ຕັ້ງຢູ່ປະເທດລັກເຊມເບີກ ເຊິ່ງເປັນພຽງບໍ່ເທົ່າໃດປະເທດໃນທະວີບແຫ່ງນີ້ ທີ່ຮຽກເກັບພາສີລາຍໄດ້ນິຕິບຸກຄົນໃນອັດຕາຕໍ່າ ຢ່າງໃດກໍ່ຕາມ ລາຍໄດ້ສ່ວນໃຫຍ່ຂອງບໍລິສັດເຫຼົ່ານີ້ລ້ວນມາຈາກກຸ່ມປະເທດເສດຖະກິດຂະໜາດໃຫຍ່ ທັງເຢຍລະມັນ, ຝຣັ່ງ ແລະ ສະຫະຣາຊະອານາຈັກ.

ในภาพอาจจะมี ข้อความ

ແນ່ນອນ ກົດໝາຍດັ່ງກ່າວຂອງຝຣັ່ງ ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ກັບລັດຖະບານຂອງປະທານາທິບໍດີໂດນັລ ທຣໍາ ໂດຍ ທ່ານໂຣເບີດ ໄລທິເຊີ ຜູ້ແທນເຈລະຈາການຄ້າຂອງລັດຖະບານອາເມຣິກາ ກ່າວວ່າ ສະຫະລັດຈະກວດສອບກົດໝາຍນີ້ “ຢ່າງລະອຽດ” ໂດຍອາໄສອໍານາດຕາມຄວາມໃນມາດຕາ 301 ຂອງກົດໝາຍການຄ້າ ວ່າເຂົ້າຂ່າຍເປັນການກີດກັ້ນການຄ້າ ຫຼື ບໍ່ ແລະ ຖ້າມີມູນ ລັດຖະບານອາເມຣິກາອາດຈະຕອບໂຕ້ດ້ວຍມາດຕະການກໍາແພງພາສີ. ດ້ານ ທ່ານບຣູໂນ ເລີແມ ລັດຖະມົນຕີວ່າການກະຊວງເສດຖະກິດຂອງຝຣັ່ງ ກ່າວວ່າ “ຄໍາຂູ່” ຂອງສະຫະລັດບໍ່ສາມາດປ່ຽນທ່າທີຂອງລັດຖະບານຝຣັ່ງ ໃນເລື່ອງນີ້ໄດ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ