ເຂັ້ມງວດ! ຄຳມ່ວນລົງກວດສອບບໍລິມາດສຸດທິໂຮງງານນ້ຳດື່ມ ເພື່ອຄວາມໂປ່ງໃສ

39

ເພື່ອປົກປ້ອງຜູ້ຊົມໃຊ້ ບໍ່ໃຫ້ຖືກເອົາປຽບ ແລະ ເຮັດໃຫ້ສັງຄົມມີຄວາມຍຸຕິທຳ ເຈົ້າໜ້າທີ່ຂະ    ແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ໄດ້ລົງກວດສອບບໍລິມາດໂຮງງານນໍ້າດື່ມພາຍໃນເທດສະບານແຂວງ ພ້ອມທັງອອກໃບຢັ້ງຢືນໃຫ້ແກ່ໂຮງງານທີ່ເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການ.

 

 

 

ໃນລະຫວ່າງວັນທີ 8-9 ກໍລະກົດ 2019 ຜ່ານມາ, ເຈົ້າໜ້າທີ່ຂະແໜງ ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ( ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ). ໂດຍການນຳພາຂອງ ທ່ານ ແສງຄຳ ພິມມະສອນ ຮັກສາການ ຫົວໜ້າຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງກວດສອບບໍລິມາດສຸດທິໂຮງງານນ້ຳດື່ມບໍລິສຸດ ພາຍໃນເທດສະບານເມືອງທ່າແຂກ ແຂວງຄຳມ່ວນ ຈຳນວນ 14 ໂຮງງານ.

 

 

 

ຜ່ານການກວດກາຕົວຈິ່ງເຫັນວ່າການບັນຈຸບໍລິມາດນໍ້າດື່ມໃນຕຸກ ຢູ່ໃນເກນມາດຕະຖານທີ່ລະບຸໄວ້ໃນສະຫຼາກເຄື່ອງໝາຍການຄ້າ, ເຊິ່ງການລົງກວດກາໃນຄັ້ງນີ້ກໍ່ເພື່ອເປັນການບໍ່ເອົາປຽບຜູ້ບໍປະໂພກ ແລະ ເຮັດໃຫ້ສັງຄົມມີຄວາມຍຸຕິທຳ. ດັ່ງນັ້ນ, ທາງພະນັກງານທີ່ກ່ຽວຂ້ອງຈຶ່ງໄດ້ອອກໃບຢັ້ງຢືນໃຫ້ເຈົ້າຂອງໂຮງງານເພື່ອໄວ້ເປັນຫຼັກຖານ ແລະ ສ້າງຄວາມເຊື່ອໝັ້ນແກ່ປະຊາຊົນ.