ເຈັບ 37 ສາຫັດ 9 ຄົນ ເຫດຍົນໂດຍສານການາດາ ຕົກຂຸມອາກາດ

42

ຍົນໂດຍສານຂອງສາຍການບິນແອຮ໌ ການາດາ ເດີນທາງຈາກແວນຄູເວີ ໄປ ຊິດນີ ປະເທດອົສຕຣາລີ ຕົກຂຸມອາກາດເຮັດໃຫ້ຜູ້ໂດຍສານ ແລະ ລູກເຮືອທີ່ບໍ່ໄດ້ຮັດເຂັມຂັດນິລະໄພຟົ້ງອອກຈາກບ່ອນນັ່ງ ບາດເຈັບ 37 ຄົນ ຍົນລໍາດັ່ງກ່າວຈໍາເປັນຕ້ອງປ່ຽນເສັ້ນທາງບິນເພື່ອລົງຈອດສຸກເສີນທີ່ຮາວາຍ.

ສໍານັກຂ່າວເອພີລາຍງານຈາກເມືອງຮອນໂນລູລູ ລັດຮາວາຍ ປະເທດສະຫະລັດ ອາເມຣິກາ ເມື່ອວັນສຸກ ທີ 12 ກໍລະກົດ ວ່າ ທ່ານນາງແອງເຈລາ ມາຫ໌ ໂຄສົກຍິງຂອງສາຍການບິນແອຣ໌ ການາດາ ຖະແຫຼງວ່າ ຍົນໂດຍສານຂອງສາຍການບິນແອຣ໌ ການາດາ ຈາກເສັ້ນທາງບິນ ເມືອງແວນຄູເວີ ປະເທດການາດາ ເດີນທາງສູ່ຈຸດໝາຍປາຍທາງທີ່ເມືອງຊິດນີ ປະເທດອົສຕຣາລີ ເມື່ອວັນພະຫັດ ທີ 11 ກໍລະກົດ ຜ່ານມາ ລະຫວ່າງທີ່ບິນຜ່ານລັດຮາວາຍ ມາໄດ້ 2 ຊັ່ງໂມງ ປະກົດວ່າ ຍົນໂດຍສານຜະເຊີນກັບສະພາບອາກາດແປປວນກະທັນຫັນ ແລະ ບໍ່ຢູ່ໃນລາຍງານສະພາບອາກາດ ເຮັດໃຫ້ຍົນຕົກຂຸມອາກາດຢ່າງຮຸນແຮງ ຜູ້ໂດຍສານ ແລະ ລູກເຮືອທີ່ບໍ່ໄດ້ຮັດເຂັມຂັດນິລະໄພຟົ້ງອອກຈາກບ່ອນນັ່ງ ເຮັດໃຫ້ນັກບິນຕັດສິນໃຈປ່ຽນເສັ້ນທາງການບິນ ເພື່ອລົງຈອດສຸກເສີນທີ່ສະໜາມບິນເມືອງຮອນໂນລູລູ ພົບຜູ້ໄດ້ຮັບບາດເຈັບ 37 ຄົນ ໃນຈໍານວນນີ້ ອາການສາຫັດ 9 ຄົນ ນໍາສົ່ງໂຮງໝໍ 30 ຄົນ ມີທັງເດັກ ແລະ ຜູ້ສູງອາຍຸ.

ในภาพอาจจะมี 2 คน, สถานที่ในร่ม

ในภาพอาจจะมี 2 คน, สถานที่ในร่ม

ສ່ວນ ທ່ານອຽນ ເກຣເກີ ໂຄສົກສໍານັກງານບໍລິຫານການບິນແຫ່ງຊາດ (FAA) ຂອງສະຫະລັດ ຖະແຫຼງວ່າ ຈຸດທີ່ເກີດເຫດຂອງຍົນໂດຍສານຂອງແອຣ໌ ການາດາ ຢູ່ລະດັບຄວາມສູງ 36,000 ຟຸດ ແລະ ຫ່າງ 966 ກິໂລແມັດ ທາງພາກຕາເວັນຕົກສຽງໃຕ້ ຂອງເມືອງຮອນໂນລູລູ ສ່ວນຍົນລໍາດັ່ງກ່າວນັ້ນ ເປັນຍົນໂດຍສານໂບອິ້ງ 777-200 ພ້ອມຜູ້ໂດຍສານ 269 ຄົນ ແລະ ລູກເຮືອ 15 ຄົນ ສາຍການບິນແອຣ໌ ການາດາ ໄດ້ຈັດຫາທີ່ພັກ ແລະ ອາຫານໃຫ້ກັບຜູ້ໂດຍສານທີ່ເມືອງຮອນໂນລູລູ ພ້ອມກັບຈັດການເລື່ອງຖ້ຽວບິນນໍາຜູ້ໂດຍສານເດີນທາງສູ່ຈຸດໝາຍປາຍທາງຕໍ່ໄປ.

ในภาพอาจจะมี หนึ่งคนขึ้นไป

ในภาพอาจจะมี สถานที่ในร่ม