ເມືອງຫົງສາ ປະກາດຍຸບບ້ານພູແລ້ງໃຕ້ ມາໂຮມເຂົ້າກັບບ້ານຫ້ວຍຈ້ວງ

109

ຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດຍຸບບ້ານພູແລ້ງໃຕ້ ມາໂຮມເຂົ້າກັບບ້ານຫ້ວຍຈ້ວງ ຢ່າງເປັນທາງການ ທີ່ຫໍປະຊຸມບ້ານຫ້ວຍຈ້ວງ ໂດຍການເປັນປະທານຂອງ ທ່ານ ຄຳຫຼ້າ ຜິວວັນນາ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງຫົງສາ, ມີຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ຄະນະອຳນາດການປົກຄອງບ້ານ ແລະ ຕາງໜ້າຄອບຄົວປະຊາຊົນສອງບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 758/ຈຂ.ຊຍ ວ່າດ້ວຍການຍຸບບ້ານພູແລ້ງໃຕ້ ທີ່ຂຶ້ນກັບການປົກຄອງຂອງເມືອງຫົງສາ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ສະບັບເລກທີ 759/ຈຂ.ຊຍ ວ່າດ້ວຍການເຕົ້າໂຮມບ້ານພູແລ້ງໃຕ້ ເຂົ້າກັບ ບ້ານຫ້ວຍຈ້ວງ ເປັນບ້ານໜຶ່ງ ແລ້ວໃສ່ຊື່ເອີ້ນວ່າ: ບ້ານຫ້ວຍຈ້ວງ ເປັນບ້ານທີ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນທີ່ຂຶ້ນກັບການປົກຄອງຂອງເມືອງຫົງສາ ແຂວງໄຊຍະບູລີ.

ປັດຈຸບັນ, ບ້ານຫ້ວຍຈ້ວງ ມີເນື້ອທີ່ທັງໝົດ 13.709 ເຮັກຕາ, ມີ 363 ຄອບຄົວ, ມີພົນລະເມືອງທັງໝົດ 2.149 ຄົນ ຍິງ 1.041 ຄົນ. ປະກອບມີ 3 ເຜົ່າ ຄື: ເຜົ່າລາວ, ເຜົ່າກຶມມຸ ແລະ ເຜົ່າໄປຼ່, ມີແຮງງານທັງໝົດ 1.877 ແຮງງານ ຍິງ 905 ແຮງງານ. ໃນນີ້, ມີແຮງງານຕົ້ນຕໍ 1.478 ແຮງງານ ຍິງ 720 ແຮງງານ, ແຮງງານສຳຮອງ 396 ແຮງງານ ຍິງ 176 ແຮງງານ. ອາຊີບສ່ວນຫຼາຍແມ່ນເຮັດວຽກກະສິກຳ ແລະ ຄ້າຂາຍຈຳນວນໜຶ່ງ. ຜ່ານມາຄະນະບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ປະຊາຊົນຊັ້ນຄົນຕ່າງໆຢູ່ພາຍໃນບ້ານ ໂດຍການນຳເອົາບັນດາແນວທາງຂອງພັກ, ນະໂຍບາຍຂອງລັດ, ລະບຽບກົດໝາຍ, ມະຕິ, ຄຳສັ່ງ ແລະ ຂໍ້ກຳນົດຕ່າງໆຂອງຂັ້ນເທິງເຜີຍແຜ່ເຊື່ອມຊຶມ ເຮັດໃຫ້ປະຊາຊົນນັບມື້ມີຫຼັກໝັ້ນອຸ່ນອຽງທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຂອງຕົນ, ມີສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ເຊິ່ງສະແດງໃຫ້ເຫັນຈາກການຜະລິດແບບທຳມະຊາດຫັນມາທຳການຜະລິດເປັນສິນຄ້າ ແລະ ການບໍລິການຕ່າງໆເພີ່ມຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ແລະ ມີຄວາມຕື່ນຕົວປະກອບສ່ວນວັດຖຸທຶນຮອນ, ສະຕິປັນຍາເຫື່ອແຮງຂອງຕົນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາເຮືອນຊານບ້ານຊ່ອງ ແລະ ສາທາລະນະປະໂຫຍດຕ່າງໆ ນັບມື້ເປັນຂະບວນການຢ່າງກວ້າງຂວາງ.

ພ້ອມນີ້, ທ່ານ ເພັງ ຈັນທະລົດ ຮອງຫົວໜ້າຫ້ອງການພາຍໃນເມືອງຫົງສາ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຫົງສາ ສະບັບເລກທີ 169 ວ່າດ້ວຍການແຕ່ງຕັ້ງ ທ່ານ ແທນ ສີວິໄລ ເປັນນາຍບ້ານໆຫ້ວຍຈ້ວງ, ຜ່ານຂໍ້ຕົກລົງສະບັບເລກທີ 191 ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸດົມ ມູນລືຊາ, ທ່ານ ບຸນທັນ ແສງມະນີ ແລະ ທ່ານ ບຸນຈັນ ແກ້ວປະເສີດ ເປັນຮອງນາຍບ້ານ.

ໃນໂອກາດນີ້, ອຳນາດການປົກຄອງເມືອງຫົງສາ ໄດ້ນຳເອົາສັງກະສີ ຈຳນວນ 80 ແຜ່ນ ມອບໃຫ້ບ້ານຫ້ວຍຈ້ວງ ເພື່ອນຳໄປຊ້ອມແຊມຫໍປະຊຸມບ້ານ ແລະ ທ່ານ      ຄຳຫຼ້າ ຜິວວັນນາ ວ່າການເຈົ້າເມືອງຫົງສາ ກໍໄດ້ປະກອບສ່ວນຕູ້ເຄື່ອງສຽງ ຈຳນວນ 1 ເຄື່ອງ ມູນຄ່າ 1 ລ້ານ 2 ແສນກີບ ມອບໃຫ້ບ້ານຕື່ມອີກ.

[ ຂ່າວ: ກິດຕິສັກ ບົວໄລ ]