ໂຄງການສົ່ງເສີມຊີວະນາໆພັນຍູ້ການສົ່ງອອກຊາແຫ້ງໄດ້ 18 ໂຕນ

70

ໂຄງການສົ່ງເສີມຊີວະນາໆພັນ ໄດ້ເລັງໃສ່ສົ່ງເສີມພືດທີ່ເປັນທ່າແຮງ ເປັນຕົ້ນແມ່ນ ຊາ, ໝາກແຄ່ນ, ຍານ ແລະ ໝາກແໜ່ງ ເປັນສິນຄ້າສົ່ງອອກສູ່ຕະຫຼາດຕ່າງປະເທດ ໂດຍສາມາດເຂົ້າເຖິງ 4 ຕະຫຼາດໃຫຍ່ ຄື: ເຢຍລະມັນ, ສະວິດ, ຝຣັ່ງ ແລະ ມຽນມາ. ສະເພາະ 6 ເດືອນຕົ້ນປີ 2019 ສາມາດສົ່ງອອກຊາແຫ້ງໄດ້ 18,2 ໂຕນ ມູນຄ່າ 139.600 ໂດລາສະຫະລັດ.

ໃນວັນທີ 11 ກໍລະກົດ 2019 ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຈັດກອງປະຊຸມຄະນະຊີ້ນໍາໂຄງການສົ່ງເສີມການຄ້າຊີວະນາໆພັນ ຂຶ້ນທີ່ສູນຝຶກອົບຮົມແມ່ຍິງລາວ, ສູນກາງສະຫະພັນແມ່ຍິງ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວຽງສະໄຫວ ແສງສຸລິວົງ ຫົວໜ້າພະແນກມາດຕະຖານ, ກົມປູກຝັງ ກະຊວງກະສິກຳ, ມີ ທ່ານ ບົງ ໝື່ນໄຊຍະພົມ ຮອງຫົວໜ້າອົງການຮ່ວມມືສາກົນແຫ່ງປະເທດສະວິດ ປະຈໍາລາວ ( Helvetas ), ມີບັນດາຄະນະຊີ້ນໍາໂຄງການດັ່ງກ່າວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງສະໄຫວ ແສງສຸລິວົງ ກ່າວວ່າ: ໂຄງການສົ່ງເສີມການຄ້າຊີວະນາໆພັນ ( Biotrade ) ຢູ່ ສປປ ລາວ ໄດ້ຮັບການອະນຸມັດໃນເດືອນພະຈິກ 2018 ຈຸດປະສົງຫຼັກຂອງໂຄງການແມ່ນເພື່ອປະກອບສ່ວນພັດທະນາຂະແໜງການຊາ ແລະ ຜະລິດຕະພັນຊາ ໃຫ້ສາມາດເຂົ້າເຖິງຕະຫຼາດ ສົ່ງອອກທີ່ມີມູນຄ່າສູງ. ນອກຈາກນີ້, ກໍມີບັນດາຜະລິດຕະພັນອື່ນທີ່ກ່ຽວຂ້ອງກັບຊີວະນາໆພັນ ເຊິ່ງເຫັນໄດ້ວ່າໂຄງການດັ່ງກ່າວມີຄວາມສໍາຄັນໃນການປະກອບສ່ວນພັດທະນາກະສິກໍາຢູ່ລາວເຮົາ ໂດຍສະເພາະແມ່ນການຜະລິດກະສິກໍາເປັນສິນຄ້າເພື່ອສົ່ງອອກ. ເຖິງຢ່າງໃດກໍຕາມ, ປັດຈຸບັນວຽກງານການຜະລິດກະສິກຳ ເປັນຕົ້ນແມ່ນການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ກໍາລັງໄດ້ຮັບການຈັດຕັ້ງປະຕິບັດ ແລະ ພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍເພີ່ມຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ ສາມາດຕອບສະໜອງໄດ້ໂດຍພື້ນຖານແກ້ໄຂຄວາມຕ້ອງການພາຍໃນ ໂດຍສະເພາະແມ່ນເຂົ້າ ເຊິ່ງສາມາດສົ່ງອອກໄປຕ່າງປະເທດໄດ້ອີກດ້ວຍ. ພ້ອມນີ້, ກໍຍັງມີກ້ວຍ, ອ້ອຍ ແລະ ພືດຜັກຈໍານວນໜຶ່ງ.

ທ່ານ ນາງ ນິພາພອນ ນາມປັນຍາ ຫົວໜ້າໂຄງການສົ່ງເສີມການຄ້າຊີວະນາໆພັນ ປະຈໍາລາວ ຂຶ້ນລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ 2019 ຕໍ່ກອງປະຊຸມ ໂດຍມີເນື້ອໃນວ່າ: ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການ ປະຈໍາ 6 ເດືອນຕົ້ນປີ ໂດຍລວມໃນໄລຍະຜ່ານມາ ໂຄງການກໍມີຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນວຽກງານພັດທະນາຕ່ອງໂສ້ມູນຄ່າ ເຊິ່ງມີປະຊາຊົນເມືອງຜົ້ງສາລີ ແຂວງຜົ້ງສາລີ ເຂົ້າຮ່ວມໃນຕ່ອງໂສ້ການຜະລິດຊາ ຈໍານວນ 547 ຄອບຄົວ; ມີບໍລິສັດຜູ້ສົ່ງອອກເຂົ້າຮ່ວມນໍາ 4 ຕ່ອງໂສ້ 8 ບໍລິສັດຄືຜະລິດຊາຢູ່ແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ, ໝາກແຄ່ນ ຢູ່ແຂວງຫົວພັນ, ແຂວງຊຽງ ຂວາງ, ແຂວງວຽງຈັນ ແລະ ເຂດພາກໃຕ້, ຍານ ຢູ່ແຂວງຫຼວງພະບາງ ແລະ ຫົວພັນ, ໝາກແໜ່ງ ຢູ່ແຂວງຜົ້ງສາລີ, ວຽກງານສົ່ງເສີມການເຂົ້າເຖິງຕະຫຼາດ ມີຕະຫຼາດຕ່າງປະເທດທີ່ຕົກລົງຊື້ – ຂາຍສິນຄ້າທີ່ເປັນທ່າແຮງ ເຊັ່ນ: ສາມາດສົ່ງອອກຊາແຫ້ງໄດ້ 18,2 ໂຕນ ມູນຄ່າ 139.600 ໂດລາສະຫະລັດ ໄປຕະຫຼາດ ເຢຍລະມັນ ແລະ ສະວິດ, ໝາກແຄ່ນ ຈໍານວນ 500 ກິໂລກຣາມ ໄປຕະຫຼາດ ຝຮັ່ງ ແລະ ມຽນມາ.

ດ້ານວຽກງານມາດຕະຖານ ແລະ ການຢັ້ງຢືນ ອັນທີ່ພົ້ນເດັ່ນແມ່ນສາມາດສະໜັບສະໜູນໃຫ້ 2 ບໍລິສັດຊາຢູ່ແຂວງ ຜົ້ງສາລີ ປະຕິບັດມາດຕະຖານກະສິກໍາອິນຊີ ແລະ ການຄ້າເປັນທໍາສາກົນ; ວຽກງານການເຂົ້າຫາແຫຼ່ງທຶນ ສາມາດອໍານວຍຄວາມສະດວກໃຫ້ 2 ບໍລິສັດທີ່ກ່າວມາຂ້າງເທິງ ພັດທະນາແຜນທຸລະກິດເພື່ອປະກອບເຂົ້າໃນການກູ້ຢືມເງິນຈາກທະນາຄານນະໂຍບາຍ ແລະ ທະນາຄານທຸລະກິດ ໂດຍສະເພາະນະໂຍບາຍດອກເບ້ຍຕໍ່າ ເຊິ່ງຍັງລໍຖ້າການຮັບອະນຸມັດຢູ່; ສຸດທ້າຍວຽກງານດ້ານນະໂຍບາຍ ສາມາດກໍານົດບັນຫາບຸລິມະສິດ ແລະ ຂັ້ນຕອນໃນການແກ້ໄຂກ່ຽວກັບການສົ່ງອອກສິນຄ້າສູ່ຕະຫຼາດສາກົນ ແລະ ຊາຍແດນ ໂດຍສະເພາະການສົ່ງອອກຊາແຫ້ງ ແລະ ອື່ນໆ, ເວົ້າລວມແລ້ວ ໂຄງການສົ່ງເສີມການຄ້າຊີວະນາໆພັນແມ່ນແນໃສ່ສົ່ງເສີມພືດທີ່ມີທ່າແຮງ ໂດຍສະເພາະແມ່ນຊາຢູ່ແຂວງ ຜົ້ງສາລີ ທ່ານ ນາງ ນິພາພອນ ກ່າວ.

( ຂ່າວ: ເອຢິບ, ຮູບ: ວິລະສັກ )