ໂດນັລ ທຣໍາ ຄັດຄ້ານສະກຸນເງິນດິຈິຕອລ ແຕ່ຕ້ອງເຮັດຕາມຂັ້ນຕອນກົດໝາຍທະນາຄານ

40

ປະທານາທິບໍດີໂດນັລ ທຣໍາ ກ່າວວ່າ ສະກຸນເງິນດິຈິຕອລ “ບໍ່ແມ່ນເງິນແທ້” ແຕ່ຖ້າບໍລິສັດລາຍໃດໃນສະຫະລັດ ຕ້ອງການມີສະກຸນເງິນຂອງຕົວເອງຕ້ອງປະຕິບັດຕາມກົດໝາຍການເງິນ ແລະ ການທະນາຄານຂອງປະເທດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 11 ກໍລະກົດ ວ່າ ປະທານາທິບໍດີໂດນັລ ທຣໍາ ກ່າວເມື່ອວັນພະຫັດ ກ່ຽວກັບກະແສຄວາມນິຍົມເລື່ອງສະກຸນເງິນດິຈິຕອລ ທີ່ລວມເຖິງບິດຄອຍ ແລະ ແນວຄິດຂອງເຟສບຸ໊ກ ໃນການສ້າງສະກຸນເງິນດິຈິຕອລຂອງຕົນເອງ ໂດຍໃຊ້ຊື່ ລິບຣາ ວ່າ ໂດຍສ່ວນຕົວຕົນບໍ່ເຄີຍເຫັນວ່າສິ່ງເຫຼົ່ານີ້ ຄື “ເງິນ”  ຢ່າງໃດກໍ່ຕາມ ບໍ່ວ່າເຟສບຸ໊ກ ຫຼື ບໍລິສັດແຫ່ງໃດກໍ່ຕາມຂອງສະຫະລັດປະສົງປ່ຽນຕົວເອງເປັນທະນາຄານ ຫຼື ຂະຫຍາຍກິດຈະການດ້ວຍການພັດທະນາສະກຸນເງິນດິຈິຕອລ ບໍລິສັດເຫຼົ່ານັ້ນ ຕ້ອງປະຕິບັດຕາມກົດໝາຍການເງິນຂອງອາເມຣິກາ ໃນການຈັດຕັ້ງສະຖາບັນການເງິນທີ່ຖືກຕ້ອງ ແລະ ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງເຊັ່ນດຽວກັບທະນາຄານທົ່ວໄປທີ່ມີສໍານັກງານ ມີຕົວຕົນຢູ່ຈິງທຸກປະການ.

ไม่มีคำอธิบายรูปภาพ

ທັງນີ້ ຄໍາກ່າວຂອງ ທຣໍາ ສອດຄ່ອງກັບ ທ່ານເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດ (FED) ເຊິ່ງກ່າວເຖິງເລື່ອງດຽວກັນນີ້ ເມື່ອວັນພຸດ ທີ່ຜ່ານມາ ວ່າ ເຟດໄດ້ຕັ້ງຄະນະເຮັດວຽກພິເສດເພື່ອວິເຄາະສະກຸນເງິນດິຈິຕອລທັງໝົດເທິງໂລກ ແລະ ເຕືອນວ່າ ແຜນການຂອງເຟສບຸ໊ກໃນການຈັດຕັ້ງສະກຸນເງິນດິຈິຕອລຂອງຕົວເອງນັ້ນ ຈະບໍ່ມີທາງ “ດໍາເນີນຕໍ່ໄດ້” ເຊິ່ງໝາຍເຖິງການໄດ້ຮັບອະນຸມັດຈາກລັດຖະບານກາງ ຕາບໃດທີ່ເຟສບຸ໊ກຍັງບໍ່ສາມາດມີມາດຕະການທີ່ເປັນຮູບປະທໍາໃນການປົກປ້ອງຄວາມເປັນສ່ວນຕົວຂອງຜູ້ໃຊ້ວຽກ ແລະ ການປ້ອງກັນການຟອກເງິນ ອີກປະການໜຶ່ງ ເຖິງວ່າ ເຟສບຸ໊ກ ເຜີຍວ່າ ໄດ້ຮັບຄວາມສະໜັບສະໜຸນຈາກພັນທະມິດທາງທຸລະກິດຢ່າງໜ້ອຍ 28 ບໍລິສັດ ໃນການພັດທະນາສະກຸນເງິນລິບຣາໃຫ້ອອກສູ່ທ້ອງຕະຫຼາດພາຍໃນປີໜ້າ ແຕ່ເປັນທີ່ສັງເກດວ່າ ບໍ່ມີທະນາຄາລາຍໃຫຍ່ຂອງສະຫະລັດແຫ່ງໃດເຂົ້າຮ່ວມໂຄງການນີ້ເລີຍ.