ຊາວບ້ານສົມບູນ ເລີ່ມມີຊີວິດດີຂຶ້ນຫຼັງຫັນມາປູກໝາກນັດຂາຍ

67

ພັກ-ລັດເຫັນໄດ້ທ່າແຮງ ແລະ ມູນເຊື້ອການທຳມາຫາກິນຂອງປະຊາຊົນ ຈິ່ງລົງໂຄສະນາສຶກສາອົບຮົມຜູ້ທີ່ຖາງປ່າເຮັດໄຮ່ເລື່ອນລອຍໃຫ້ເຮັດການຜະລິດຢ່າງມີຈຸດສຸມດ້ວຍການປູກພືດເປັນສິນຄ້າ, ເຊິ່ງຊາວບ້ານສົມບູນເມືອງພູຄູນ ແຂວງຫຼວງພະບາງ ແມ່ນກຸ່ມໜຶ່ງທີ່ເລືອກມາປູກໝາກນັດເປັນສິນຄ້າ ແລະຢັ້ງຢືນວ່າຊີວິດການເປັນຢູ່ເລີ່ມດີຂຶ້ນເປັນລຳດັບມີລາຍຮັບຫຼາຍລ້ານກີບຕໍ່ປີ.

 

 

ໃນວັນທີ 8 ກໍລະກົດ 2019 ຜ່ານມາໂອກາດທີ່ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງໆພູຄູນ ໄດ້ລົງພື້ນທີ່ຢ້ຽມຢາມຊຸກຍູ້ການການຜະລິດກະສິກຳຂອງປະຊາຊົນ ໄດ້ຮັບລາຍງານຈາກທ່ານ ຄຳມີ ລອຍຜາສິດຮອງນາຍບ້ານບ້ານສົມບູນວ່າ: ບ້ານສົມບູນ ແມ່ນບ້ານໜຶ່ງທີ່ຂຶ້ນກັບກຸ່ມພັດທະນາພູວຽງນ້ອຍ, ເມືອງພູຄູນ, ແຂວງຫຼວງພະບາງ ເຊິ່ງຕັ້ງບ້ານເຮືອນລຽບຕາມແຄມເສັ້ນທາງເລກ 7 ປະກອບມີ: 73 ຄອບຄົວ, ພົນລະເມືອງ 426 ຄົນ, ຍິງ 206 ຄົນ, ປະຊາຊົນສ່ວນໃຫຍ່ແມ່ນຢຶດຖືອາຊີບປູກຝັງເປັນຫຼັກໂດຍອີງໃສທ່າແຮງ, ພື້ນທີ່ ແລະ ຄວາມອຸດົມສົມບູນຂອງທຳມະຊາດທີ່ມີອາກາດຊຸ່ມເຢັນຕະຫຼອດປີ ເຫັນວ່າບ້ານແມ່ນມີຄວາມເໝາະສົມໃນການປູກໝາກນັດເພື່ອສະໜອງໃຫ້ກັບຕະຫຼາດ.

 

 

ຕໍ່ສະພາບການດັ່ງກ່າວໄລຍະ ປີ 2003 ເປັນຕົ້ນມາ ປະຊາຊົນໄດ້ພ້ອມກັນຫັນຈາກການເຮັດໄຮ່ແບບເລື່ອນລອຍ ມາສູ່ການຜະລິດເປັນສິນຄ້າທີ່ສາມາດສ້າງອາຊີບໝັ້ນຄົງໃຫ້ແກ່ຄອບຄົວ, ໂດຍໄດ້ຮັບການສະໜອງຍອດປູກຈາກໂຄງການສຸພານິມິດປະຈຳເມືອງຈຳນວນໜຶ່ງ ຈາກນັ້ນ, ປະຊາຊົນກໍ່ຂະຫຍາຍພື້ນທີ່ປູກໃຫ້ກວ້າງຂວາງ ແລະ ເພີ່ມຂຶ້ນໃນແຕ່ລະປີ.

 

 

ປັດຈຸບັນທົ່ວບ້ານມີເນື້ອທີ່ສວນໝາກນັດ 100 ກວ່າເຮັກຕາ, ແຕ່ລະມື້ສາມາດສົ່ງໝາກນັດອອກສູ່ຕະຫຼາດ 10 ໂຕນ/ວັນ, ເຊິ່ງມີພໍ່ຄ້າມາຮັບຊື້ເຖິງສວນໃນລາຄາເລີ່ມຕົ້ນໜ່ວຍລະ 500 ກີບ – 3.000 ກີບ/ໜ່ວຍ. ການເກັບຊຶ້ເລີ່ມແຕ່ເດືອນ ມິຖຸນາມາເປັນຕົ້ນມາ, ມີບາງຄອບຄົວສາມາດສ້າງລາຍຮັບໄດ້ເຖິງ 50 ລ້ານກີບ; 30 ລ້ານກີບ ແລະ 20 ລ້ານກີບຕໍ່ປີ ອີງຕາມກໍາລັງແຮງໃນການຜະລິດ ສາມາດເຮັດໃຫ້ປະຊາຊົນພາຍໃນບ້ານມີລາຍຮັບຈາກການຂາຍໝາກນັດສູງຂຶ້ນໃນແຕ່ລະປີ ແລະ ສາມາດແກ້ໄຂຄວາມທຸກຍາກຂອງຄອບຄົວໄດ້ເປັນຢ່າງດີ.