ທຄຕລ ຮ່ວມກັບ ສະຖາບັນການເງິນຊັບທະວີ ລົງນາມວ່າດ້ວຍການຊໍາລະຄ່າບໍລິການ

86

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ຮ່ວມກັບ ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ຊັບທະວີ ( ສຈຊ ) ໄດ້ຈັດພິທີລົງນາມການຮ່ວມມືວ່າດ້ວຍການຊໍາລະຄ່າບໍລິການຕ່າງໆຜ່ານທະນາຄານ ຫຼື BILL PAYMENT ເພື່ອອໍານວຍຄວາມສະດວກ ແລະ ເພີ່ມຊ່ອງທາງການໃຫ້ບໍລິການລູກຄ້າຂອງສະຖາບັນ ໂດຍຜ່ານເຄົາເຕີບໍລິການທົ່ວລະບົບ ທຄຕລ, ຜ່ານມືຖື BCEL One ແລະ BCEL I – Bank.

ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກ່າວວ່າ: ມາຮອດປັດຈຸບັນ ທຄຕລ ໄດ້ໃຫ້ບໍລິການ BILL PAYMENT ຮ່ວມກັບ 43 ພາກສ່ວນ. ໃນນັ້ນ, ປະກອບມີໃຫ້ບໍລິການຊໍາລະຄ່າສາທາລະນຸປະໂພກພື້ນຖານ ເຊັ່ນ: ຊໍາລະຄ່າໄຟຟ້າ, ນໍ້າປະປາ, ໂທລະສັບ, ພາສີ – ອາກອນ, ບັດນໍ້າມັນ, ຄ່າສາຍເຊົ່າ, ບັດຂ້າມຂົວມິດຕະພາບລາວ – ໄທ 1 ແລະ ຊໍາລະຄ່າງວດສິນເຊື່ອ ເຊິ່ງລູກຄ້າສາມາດໃຊ້ບໍລິການຜ່ານຫຼາຍຊ່ອງທາງ ຄື: ປ່ອງບໍລິການ ທຄຕລ, ຕູ້ເອທີເອັມ, BCEL One ແລະ BCEL I – Bank. ສໍາລັບການຮ່ວມມືກັບສະຖາບັນການເງິນຊັບທະວີໃນຄັ້ງນີ້ ວ່າຖືເປັນນິມິດໝາຍທີ່ດີເພື່ອອໍານວຍຄວາມສະດວກໃນການຊໍາລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ, ຫຼຸດຜ່ອນ ຄວາມແອອັດທີ່ລູກຄ້າເຂົ້າໄປໃຊ້ບໍລິການທີ່ເຄົາເຕີຂອງ ທຄຕລ ແລະ ຄາດວ່າສະຖາບັນການເງິນຊັບທະວີ ຈະໃຫ້ບໍລິການຮັບໃຊ້ສັງຄົມຢ່າງທົ່ວເຖິງ.

ທ່ານ ນາງ ລາສີ ມີສາວົງ ຜູ້ອໍານວຍການໃຫຍ່ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ ຊັບທະວີ ໃຫ້ສໍາພາດຕື່ມວ່າ: ສະຖາບັນຂອງພວກເຮົາສ້າງຕັ້ງຂຶ້ນໃນທ້າຍປີ 2016 ເປັນຕົ້ນມາ ປັດຈຸບັນເຮົາມີຜະລິດຕະພັນຫຼາຍຢ່າງ ເຊັ່ນ: ການໃຫ້ສິນເຊື່ອປະຊາຊົນທົ່ວໄປ, ຊາວຄ້າຂາຍ, ພະນັກງານລັດ-ເອກະຊົນ, ກຸ່ມຜະລິດກະສິກຳ ແລະ ປູກຝັງ-ລ້ຽງສັດ; ບໍລິການປະກັນໄພຊີວິດເງິນກູ້; ບໍລິການທຸລະກໍາເງິນຕາ; ໃຫ້ບໍລິການຜະລິດຕະພັນຂອງ ທຄຕລ ຄື: ບໍລິການເສຍຄ່າທໍານຽມທາງ, ບໍລິການເສຍຄ່ານໍາໃຊ້ໄຟຟ້າ, ບໍລິການເສຍຄ່ານໍາໃຊ້ນໍ້າປະປາ, ເສຍຄ່ານໍາໃຊ້ໂທລະສັບ, ບໍລິການໂອນເງິນ ແລະ ຮັບເງິນຜ່ານລະບົບ BECOME, ບໍລິການຮັບເງິນຜ່ານລະບົບ MoneyGram, ບໍລິການໂອນ – ຮັບເງິນລະບົບ BCEL I – Bank ແລະ ອື່ນໆ.

ທ່ານຍັງອະທິບາຍຕື່ມວ່າ: ສໍາລັບການເຊັນສັນຍາລະບົບ BILL PAYMENT ໃນຄັ້ງນີ້ ພວກເຮົາຫວັງວ່າຈະມີລູກຄ້າເຂົ້າມາໃຊ້ບໍລິການທີ່ສະຖາບັນການເງິນຊັບທະວີຫຼາຍສົມຄວນ ເພາະຈາກການສັງເກດຜ່ານມາເຮົາມີລູກຄ້າເຂົ້າມາໃຊ້ບໍລິການຫຼາຍຮ້ອຍຄົນຕໍ່ມື້ ແລະ ທຄຕລ ກໍເປັນທະນາຄານທັນສະໄໝ, ມີຄວາມໜ້າເຊື່ອຖື ແລະ ສາມາດກວດສອບໄດ້. ຄຽງຄູ່ກັນນັ້ນ, ສະຖາບັນການເງິນຊັບທະວີ ຍັງຈະໄດ້ນໍາເອົາຜະລິດຕະພັນ BILL PAYMENT ຂະຫຍາຍສູ່ສັງຄົມຫຼາຍຂຶ້ນ ເພື່ອໃຫ້ບໍລິການລູກຄ້າໃນການຊໍາລະສະສາງຄ່າຕ່າງໆ, ລູກຄ້າສະຖາບັນການເງິນຊັບທະວີ ກໍຄືສັງຄົມຈະໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນໃນການໃຫ້ບໍລິການນໍາເອົາຜະລິດຕະພັນ BILL PAYMENT ມາຮັບໃຊ້ສັງຄົມຢ່າງທົ່ວເຖິງ ທັງຊ່ວຍປະຢັດຕົ້ນທຶນ ແລະ ເວລາ.

[ ຂ່າວ – ຮູບ: ສົມສະຫວິນ ]