ສປປ ລາວ ໄດ້ບັນລຸສັນຍາການເປີດເສລີດ້ານການບໍລິການອາຊຽນ ( AFAS & ATISA ) ພູດທີ 10 ເຊິ່ງເປັນພູດສຸດທ້າຍຂອງຂອບສັນຍາ ວ່າດ້ວຍການບໍລິການອາຊຽນ ແລະ ສັນຍາການຄ້າດ້ານການບໍລິການອາຊຽນ ເພື່ອເປີດກວ້າງເຊື່ອມໂຍງກັບບັນດາປະເທດອາຊຽນໄດ້ຢ່າງກວ້າງຂວາງ ເຊິ່ງຈະມີທັງໂອກາດ ແລະ ສິ່ງທ້າທາຍຕໍ່ພາຍໃນທີ່ຈະຕ້ອງໄດ້ມີການປັບປຸງແຕ່ລະຂະແໜງການ.
ກອງປະຊຸມເຜີຍແຜ່ຜົນສຳເລັດ ແລະ ການຈັດຕັ້ງປະຕິບັດສັນຍາການເປີດເສລີດ້ານການບໍລິການອາຊຽນ ( AFAS & ATISA ) ຈັດຂຶ້ນໃນວັນທີ 10 ກໍລະກົດ 2019 ຜ່ານມາທີ່ໂຮງ ແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ທ່ານ Frank TIBITANZL ຫົວໜ້າໂຄງການ Complete ອົງການ GIZ ພ້ອມດ້ວຍຕາງໜ້າຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.
ທ່ານຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ໃນນາມເປັນຈຸດໃຈກາງປະສານງານຂອງຄະນະກໍາມາທິການ ປະສານງານດ້ານການບໍລິການອາຊຽນ ( ASEAN Coordinating Committee on Services ) ຫຼື CCS ທີ່ໄດ້ຈັດກອງປະຊຸມເຜີຍແຜ່ກອບສັນຍາການບໍລິການອາຊຽນ ພູດທີ 10 ( AFAS 10 ) ແລະ ສັນຍາການຄ້າດ້ານການບໍລິການອາຊຽນ ( ATISA ) ເນື່ອງໃນໂອກາດການສໍາເລັດການເຈລະຈາ ແລະ ໃຫ້ສານຮັບຮອງແກ່ອະນຸສັນຍາຈັດຕັ້ງປະຕິບັດຂໍ້ຜູກພັນ ພູດທີ 10 ພາຍໃຕ້ຂອບສັນຍາການບໍລິການອາຊຽນທີ່ໄດ້ລົງນາມໃນວັນທີ 11 ພະຈິກ 2018 ທີ່ປະເທດສິງກະໂປ ແລະ ສປປ ລາວ ໄດ້ສໍາເລັດການໃຫ້ສານຮັບຮອງໃນວັນທີ 22 ມີນາ 2019.
ອະນຸສັນຍາຈັດຕັ້ງປະຕິບັດຂໍ້ຜູກພັນ ພູດທີ 10 ພາຍໃຕ້ຂອບສັນຍາການບໍລິການອາຊຽນມີພັນທະຕາມຂໍ້ຜູກພັນທີ່ໄດ້ຍື່ນຕໍ່ອາຊຽນ ແລະ ກະກຽມແຜນງານໃນການສ້າງບັນຊີ Negative List ພາຍໃຕ້ສັນຍາ ATISA. ສັນຍາ AFAS ແມ່ນໜຶ່ງໃນຂອບການຮ່ວມມືທີ່ມີຄວາມສຳຄັນຂອງເສົາຄ້ຳເສດຖະກິດອາຊຽນ ເພື່ອຍົກລະດັບປະສິດທິພາບ ແລະ ຄວາມອາດສາມາດໃນການແຂ່ງຂັນ ກໍຄືການຊຸກຍູ້ສົ່ງເສີມຄວາມອາດສາມາດໃນການຜະລິດ ແລະ ການສະໜອງການບໍລິການໃນອາຊຽນ, ເປົ້າໝາຍຂອງສັນຍາສະບັບນີ້ແມ່ນເພື່ອຫຼຸດຜ່ອນຂໍ້ຈຳກັດໃນການແຂ່ງຂັນ ແລະ ອຳນວຍຄວາມສະດວກໃຫ້ກັບການສະໜອງການບໍລິການ ລະ ຫວ່າງ ບັນດາປະເທດສະມາຊິກອາຊຽນໃຫ້ມີການເປີດກວ້າງນັບມື້ຫຼາຍຂຶ້ນ ເຊິ່ງການເຈລະຈາກວມເອົາຂະແໜງການບໍລິການທີ່ມີຄວາມສຳຄັນ. ໃນນັ້ນ, ປະກອບມີ: ຂະແໜງການໂທລະຄົມມະນາຄົມ, ຂະແໜງການຂົນສົ່ງ, ກໍ່ສ້າງ, ການເງິນ ແລະ ການທະນາຄານ, ການທ່ອງທ່ຽວ, ສຶກສາ ແລະ ກີລາ ແລະ ສາທາລະນະສຸກ ລວມທັງການສະໜອງດ້ານວິຊາຊີບ ເຊັ່ນ: ນັກວິສະວະກອນ, ສະຖາປະນິກ, ນັກສໍາຫຼວດ, ນັກບັນຊີ, ແພດປິ່ນປົວ, ທັນຕະແພດ, ພະຍາບານ ແລະ ອື່ນໆ.
ສຳລັບ ສປປ ລາວ ນັບແຕ່ລັດຖະບານໄດ້ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ ກໍຄືກົມສົ່ງເສີມການລົງທຶນ ປະຕິບັດໜ້າທີ່ເປັນໃຈກາງປະສານງານຂອງຄະນະກໍາມາທິການປະສານງານດ້ານການບໍລິການອາຊຽນຂອງ ສປປ ລາວ ( Coordinating Committee on Services – CCS ) ແຕ່ປີ 2000 ເປັນຕົ້ນມາ ກົມສົ່ງເສີມການລົງທຶນໄດ້ເປັນເຈົ້າການຮ່ວມກັບຂະແໜງການທີ່ກ່ຽວຂ້ອງໄດ້ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ ໃນການປະສານງານ, ຄົ້ນຄວ້າ ແລະ ເຂົ້າຮ່ວມການເຈລະຈາກັບບັນດາປະເທດສະມາຊິກອາຊຽນ ( ASEAN ) ແລະ ບັນດາປະເທດຄູ່ຮ່ວມເຈລະຈາ ( ASEAN+ ) ພາຍໃຕ້ຂອບສັນຍາວ່າດ້ວຍການເປີດເສລີດ້ານການຄ້າໃນຂະແໜງບໍລິການອາຊຽນ ( AFAS ) ເຊິ່ງຖືກຜັນຂະຫຍາຍອອກມາຈາກສັນຍາ GATS ພາຍໃຕ້ອົງການການຄ້າໂລກ ( WTO ) ເຊິ່ງທາງຄະນະ CCS ຂອງ ສປປ ລາວ ໄດ້ຮ່ວມກັນເຮັດວຽກກັບບັນດາປະເທດອາຊຽນເປັນໄລຍະທີ່ຍາວນານພໍສົມຄວນ ດ້ວຍຄວາມພະຍາຍາມອົດທົນ, ຜ່ານມາ ສປປ ລາວ ໄດ້ຍື່ນຕາຕະລາງຂໍ້ຜູກພັນຈາກພູດທີ 3 ໃນປີ 2001, ພູດທີ 4 ໃນປີ 2004, ພູດທີ 5 ໃນປີ 2006, ພູດທີ 6 ໃນປີ 2007, ພູດທີ 7 ໃນປີ 2009, ພູດທີ 8 ໃນປີ 2010, ພູດທີ 9 ໃນປີ 2015 ແລະ ພູດທີ 10 ໃນປີ 2018 ເຊິ່ງເປັນພູດສຸດທ້າຍຂອງສັນຍາການບໍລິການອາຊຽນ ແລະ ຈະຖືກປ່ຽນແທນໂດຍສັນຍາການຄ້າດ້ານການບໍລິການສະບັບໃໝ່ ( ASEAN Trade in Service Agreement “ ATISA ” ) ອະນຸສັນຍາສະບັບດັ່ງກ່າວສາມາດນຳໃຊ້ຕື່ມອີກ 15 ປີ ທ່ານຫົວໜ້າກົມສົ່ງເສີມການລົງທຶນກ່າວ.
ໃນກອງປະຊຸມດັ່ງກ່າວນີ້ແມ່ນໄດ້ຮັບຟັງການບັນຍາຍຈາກຄະນະຝ່າຍລາວ ທີ່ໄດ້ເຂົ້າຮ່ວມໃນການເຈລະຈາໃນຂອບອາຊຽນ ກ່ຽວກັບຜົນໄດ້ຮັບ, ຜົນສໍາເລັດ, ສິ່ງທ້າທາຍ ແລະ ແຜນງານຈັດຕັ້ງປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນຈາກ: ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອື່ນໆ.
( ຂ່າວ: ສຸລິນ, ຮູບ: ວິລະສັກ )