ໜັກໜ່ວງ! 1000 ກວ່າຄົນຢູ່ສະຫວັນນະເຂດຕິດເຊື້ອໄຂ້ຍູງແລ້ວ

64

ໃນຕອນແລງຂອງວັນທີ 5 ກໍລະກົດ 2019 ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ໄດ້ລົງຢ້ຽມຢາມຄົນເຈັບຈາກການລະບາດ ຂອງພະຍາດໄຂ້ຍູງລາຍທີ່ນອນປິ່ນປົວຢູ່ໂຮງໝໍ ແຂວງສະ ຫວັນນະເຂດ ໄດ້ຮັບລາຍງານວ່າພຽງ 6 ເດືອນຂອງປີນີ້ພົບຜູ້ຕິດເຊື້ອໄຂ້ຍູງແລ້ວ 1000 ກວ່າຄົນ.

 

 

ອີງຕາມການລາຍງານຂອງພະແນກສາທາລະນະສຸກ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ 2019 ຫາຕົ້ນເດືອນ ກໍລະກົດ ໃນທົ່ວແຂວງມີຜູ້ຕິດເຊື້ອໄຂ້ຍູງລາຍທັງໝົດ 1.847 ຄົນ, ໃນນັ້ນ ເສຍຊີວິດ 9 ຄົນ, ຢູ່ເມືອງອາດສະພອນ ຮອດປັດຈຸບັນ ມີຜູ້ເປັນພະຍາດໄຂ້ຍູງລາຍທັງໝົດ 296 ຄົນ, ເສຍຊີວິດ 5 ຄົນ, ເມືອງອຸທຸມພອນ 243 ຄົນ, ເສຍຊີວິດ 1 ຄົນ, ເມືອງສອງຄອນ 212 ຄົນ, ເສຍຊີວິດ 1 ຄົນ, ເມືອງຈຳພອນ 66 ຄົນ, ເສຍຊີວິດ 1 ຄົນ ແລະ ເມືອງພະລານໄຊ 27 ຄົນ, ເສຍຊີວິດ 1 ຄົນ. ສ່ວນ ເມືອງອື່ນໆ ກໍ່ໄດ້ພົບຜູ້ຕິດເຊື້ອ ພະຍາດນີ້ເຊັ່ນດຽວກັນແຕ່ບໍ່ມີ ຜູ້ເສຍຊີວິດ.

 

 

ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ເນັ້ນໜັກໃຫ້ບັນດາແພດ-ໝໍ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມດູແລຄົນເຈັບດ້ວຍຄວາມຮັບຜິດຊອບສູງ ແລະ ມີມາດຕະການຢ່າງເຂັ້ມງວດ. ຈາກນັ້ນ ທ່ານຍັງໄດ້ເນັ້ນໜັກ 5 ປໍ ເພື່ອເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ກໍ່ຄືບັນດາຄອບຄົວຈົ່ງພ້ອມກັນປະຕິບັດເຊັ່ນ:

 

 

(1ປ) ປິດ ພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍູງ ມາໄຂ່ໃສ່, (2ປ) ປ່ຽນນ້ຳໃນ ພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກນ້ຳ, (3ປ) ປ່ອຍປາຫາງນົກ ຍູງລົງໃສ່ອ່າງ ເພື່ອໃຫ້ປາກິນ ໜອນນ້ຳ, (4ປ) ປັບປຸງອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ໋ອງ, ຢາງຕີນລົດທີ່ມີນ້ຳຂັງ, (5ປ) ປະຕິບັດໃຫ້ເປັນວິໄນທຸກໆອາທິດ.

ຖ້າເປັນໄຂ້ໃຫ້ໄປ ພົບແພດດ່ວນ ຖ້າຫາກທຸກຄອບຄົວ-ທຸກຄົນປະຕິບັດໄດ້ຕາມ 5ປ ດັ່ງກ່າວນັ້ນແລ້ວກໍ່ຈະສາມາດ ຫຼຸດຜ່ອນ ແລະປ້ອງກັນການ ລະບາດຂອງພະຍາດໄຂ້ຍູງລາຍໄດ້ຢ່າງແນ່ນອນ.

 

ในภาพอาจจะมี หนึ่งคนขึ้นไป