ໂຟກສະວາເກນ ວາງຂາຍ “ລົດເຕົ່າ” ລຸ້ນສຸດທ້າຍ 65 ຄັນເທົ່ານັ້ນ

144

ລົດເຕົ່າ ຫຼື ບີເທິລ ຂອງບໍລິສັດໂຟກສະວາເກນ ຈາກເຢຍລະມັນ ກາຍເປັນຕໍານານໃນວົງການຍານຍົນໂລກຢ່າງເປັນທາງການ ເມື່ອໂຮງງານໃນປະເທດເມັກຊິໂກເສັດສິ້ນການຜະລິດລົດລຸ້ນດັ່ງກ່າວ ວ່າ ມີພຽງ 65 ຄັນ ເທົ່ານັ້ນ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງປວຍບລາ ປະເທດເມັກຊິໂກ ເມື່ອວັນພຸດ ທີ 10 ກໍລະກົດ ວ່າ ບໍລິສັດໂຟກສະວາເກນ ໜຶ່ງໃນຜູ້ຜະລິດລົດລາຍໃຫຍ່ລະດັບໂລກ ຈາກປະເທດເຢຍລະມັນ ເປີດຕົວລົດໃຫຍ່ລຸ້ນ “ບີເທິລ” ຫຼື ເປັນທີ່ຮູ້ຈັກກັນໃນຊື່ “ລົດໂຟກເຕົ່າ” ເຊິ່ງຜະລິດເປັນລຸ້ນສຸດທ້າຍ ຈໍານວນ 65 ຄັນ ເທົ່ານັ້ນ ຈາກໂຮງງານທີ່ເມືອງປວຍບລາ ໃນລັດປວຍບລາ ທາງພາກກາງຂອງປະເທດເມັກຊິໂກ ເມື່ອວັນພຸດ ປະທານຄະນະເຈົ້າໜ້າທີ່ບໍລິຫານ  ຂອງໂຟກສະວາເກນ ປະຈໍາເມັກຊິໂກ ກ່າວວ່າ ບີເທິລ ລຸ້ນສຸດທ້າຍຈະວາງຈໍາໜ່າຍສະເພາະໃນປະເທດເມັກຊິໂກ ແລະ ເທິງອິນເຕີເນັດເທົ່ານັ້ນ ໂດຍລາຄາເລິ່ມຕົ້ນ ຄັນລະ 21 ພັນໂດລາ (ປະມານ 180 ລ້ານກີບ) ຫຼື ຈະມັດໄວ້ກ່ອນກໍ່ໄດ້ ໃນລາຄາ 1 ພັນໂດລາ (8,6 ລ້ານກີບ).

ในภาพอาจจะมี รถยนต์ และสถานที่กลางแจ้ง

ຢ່າງໃດກໍ່ຕາມ ຫຼາຍຝ່າຍເຊື່ອວ່າ ບີເທິລ ຊຸດສຸດທ້າຍນີ້ ຈະໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍສະເພາະໃນກຸ່ມນັກສະສົມ ແລະ ຜູ້ນິຍົມລົດໃຫຍ່ຫາຍາກ ແລະ ການຈໍາໜ່າຍຈະໝົດຢ່າງວ່ອງໄວແນ່ນອນ ເນື່ອງຈາກລົດໃຫຍ່ທຸກຄັນຈະມີປ້າຍທະບຽນທີ່ລະນຶກຮຽງຕາມລໍາດັບໝາຍເລກລົດໃຫຍ່ ຈາກ 1 ເຖິງ 65 ສ່ວນສີຂອງລົດໃຫຍ່ມີໃຫ້ເລືອກ 4 ສີ ຄື: ສີດໍາ, ສີຂາວ, ສີເບດ ແລະ ສີຟ້າກົມ.

ในภาพอาจจะมี รถยนต์ และสถานที่กลางแจ้ง

ในภาพอาจจะมี 3 คน, รถยนต์ และสถานที่กลางแจ้ง

ທັງນີ້ ໂຟກສະວາເກນ ປະກາດແຜນຢຸດຕິການຜະລິດ “ບີເທິລ” ຫຼື “ລົດໂຟກເຕົ່າ” ເມື່ອເດືອນກັນຍາ ປີຜ່ານມາ ໂດຍໃຫ້ເຫດຜົນວ່າ ບໍລິສັດຈະປ່ຽນໄປໃຫ້ຄວາມສໍາຄັນກັບການຜະລິດລົດໃຫຍ່ຂັບເຄື່ອນດ້ວຍພະລັງງານໄຟຟ້າ ແລະ ລົດໃຫຍ່ແບບຄອບຄົວຫຼາຍຂຶ້ນ ຕາມອຸປະສົງຂອງຕະຫຼາດໂລກ.

ສໍາລັບ ລົດລຸ້ນບີເທິລ ຖືເປັນລົດໃຫຍ່ລຸ້ນທີ່ມີການຜະລິດ ແລະ ຈໍາຫນ່າຍຕໍ່ເນື່ອງຍາວນານທີ່ສຸດໃນປະຫວັດສາດຍານຍົນໂລກ ໂດຍເປັນລົດໃຫຍ່ລຸ້ນທໍາອິດຂອງໂຟກສະວາເກນ ທີ່ກໍ່ຕັ້ງຕາມແນວຄິດລິເລິ່ມຂອງ ທ່ານອະດັອຟ ຮິດເລີ (Adolf Hitler) ຜູ້ນໍາພັກນາຊີ ເຢຍລະມັນ ເຊິ່ງຕ້ອງການຍານພາຫະນະທີ່ເປັນ “ສັນຍາລັກ” ຂອງຄວາມເປັນມະຫາອໍານາດດ້ານອຸດສາຫະກໍາຂອງເຢຍລະມັນ ແລະ ລົດໃຫຍ່ທີ່ມີຄຸນສົມບັດເໝາະສົມ ໃນຖານະ “ລົດໃຫຍ່ຂອງປະຊາຊົນ” ຕາມຄວາມໝາຍຂອງຊື່ບໍລິສັດ.