6 ເດືອນປີນີ້ ໄຊຍະບູລີຊື້ໄຟຟ້າເພີ່ມຂຶ້ນຫຼາຍກວ່າ 50%

53

ເຖິງແມ່ນວ່າ ສປປ ລາວ ຈະເປັນປະທດຜະລິດສົ່ງອອກໄຟຟ້າຫຼາຍກໍ່ຕາມ ແຕ່ປັດໄຈໂດຍພື້ນຖານແລ້ວ ສປປ ລາວແມ່ນຍັງນຳເຂົ້າກະແສໄຟຟ້າຈາກຕ່າງປະເທດ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດກັບຕ່າງປະເທດ ທັງນີ້, ເພື່ອຄວາມສະດວກ ແລະ ໃຊ້ຕົ້ນທຶນທີ່ຕໍ່າກວ່າ ໃນນີ້, ແຂວງໄຊຍະບູລີເປັນແຂວງໜຶ່ງ ທີ່ມີຊາຍແດນຕິດຈອດກັບປະທດໄທ ເຊິ່ງໃນ 6 ເດືອນຕົ້ນປີ ແຂວງໄຊຍະບູລີຊື້ກະແສໄຟຟ້າແລ້ວ 86.744 ລ້ານກິໂລວັດໂມງ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 52,29%

 

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง และน้ำ

 

ທ່ານ ຄຳເຫຼັກ ແກ້ວວິໄລພອນ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງໄຊຍະບູລີ ໄດ້ເປີດເຜີຍວ່າ: ໃນ 6 ເດືອນຕົ້ນປີ 2019 ແຂວງໄຊຍະບູລີຊື້ກະແສໄຟຟ້າ 86.744 ລ້ານກິໂລວັດໂມງ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 52,29% ມູນຄ່າເທົ່າກັບ 51,08 ຕື້ກີບ. ເມື່ອທຽບໃສ່ແຜນການປີປະຕິບັດໄດ້ 59,43% ລາຄາຊື້ສະເລ່ຍ 588,89 ກີບຕໍ່ກິໂລວັດໂມງ ແລະ ຈຳໜ່າຍກະແສໄຟຟ້າຂາຍໄດ້ທັງໝົດ 76.205 ລ້ານກິໂລວັດໂມງ ທຽບໃສ່ໄລຍະດຽວກັນຂອງສົກປີຜ່ານມາເພີ່ມຂຶ້ນ 4,11% ມູນຄ່າເທົ່າກັບ 48,69 ຕື້ກີບ ທຽບໃສ່ແຜນການປີປະຕິບັດໄດ້ 57,94% ລາຄາຂາຍສະເລ່ຍ 639,06 ກີບຕໍ່ກິໂລວັດໂມງ. ຄຽງຄູ່ກັນນັ້ນພວກເຮົາຍັງໄດ້ຕໍ່ໃບອະນຸຍາດໃຫ້ບໍລິສັດທີ່ດໍາເນີນກ່ຽວກັບໄຟຟ້າທົ່ວໄປ ເຂື່ອນຂະໜາດນ້ອຍ ແລະ ບໍລິການອາຍແກັສ-ອົກຊີແຊນ ພາຍໃນແຂວງໄດ້ທັງໝົດ 26 ຫົວໜ່ວຍ, ໃນນີ້ມີ 1 ບໍລິສັດທີ່ຍົກລະດັບປະຕັງປະເພດ III ມາເປັນປະເພດ II ມູນຄ່າການລົງທຶນ (ທຶນຈົດທະບຽນ) ລວມທັງໝົດ 87,67 ຕື້ກີບ.

 

 

ໃນນີ້, ດຳເນີນການໄຟຟ້າທົ່ວໄປ ປະຕັງຊັ້ນ II ຈຳນວນ 24 ຫົວໜ່ວຍ ມູນຄ່າການລົງທຶນຈົດທະບຽນທັງໝົດ 62,27 ຕື້ກີບ ແລະ ບໍລິການອາຍແກັສ-ອົກຊີແຊນ ມີ 2 ຫົວໜ່ວຍ ມູນຄ່າການລົງທຶນທັງໝົດ 25 ຕື້ກີບ ແລະ ໄດ້ອອກໃບອະນຸຍາດຢັ້ງຢືນດຳເນີນການເຄື່ອນໄຫວກິດຈະການໄຟຟ້າ ໃຫ້ບໍລິສັດທີ່ມາຈາກຕ່າງແຂວງໄດ້ຈຳນວນ 8 ຫົວໜ່ວຍ, ພ້ອມດຽວກັນນີ້ໄດ້ອອກໃບຢັ້ງຢືນການນຳອອກນໍ້າມັນຫຼໍ່ລື່ນຈາກພື້ນທີ່ບໍລິເວນລະບົບໝໍ້ນໍ້າ ແລະ ລະບົບກົງຫັນ ຂອງໂຮງງານໄຟຟ້າພະລັງງານຄວາມຮ້ອນຫົງສາໄປວິເຄາະທີ່ປະເທດໄທຈຳນວນ 5 ຄັ້ງ.

ໂດຍເວົ້າລວມແລ້ວໃນ 6 ເດືອນຕົ້ນປີຜ່ານມາ ບັນດາຫົວໜ່ວຍທຸລະກິດທີ່ດຳເນີນການກ່ຽວກັບກິດຈະການໄຟຟ້າໄດ້ມອບພັນທະເຂົ້າງົບປະມານໄດ້ທັງໝົດ 4.952.07 ລ້ານກີບ, ທຽບໃສ່ແຜນປີປະຕິບັດໄດ້ 53,73% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາປະຕິບັດໄດ້ 109,23%.

 

ในภาพอาจจะมี 1 คน, กำลังนั่ง, สำนักงาน, หน้าจอ และสถานที่ในร่ม

 

ຂໍ້ມູນ: Media Laos