8 ວິທີ ທີ່ອາດຈະຊ່ວຍໃຫ້ນ້ອງໆ ຮຽນເກັ່ງ

156

ການທີ່ໃຜຄົນໜຶ່ງຈະຮຽນເກັ່ງໄດ້ນັ້ນຕ້ອງອາໄສທັກສະຕ່າງໆ ແລະ ໝັ່ນຝຶກຝົນອົດທົນ ແລະ ຂະຫຍັນຢູ່ສະເໝີ ເຊິ່ງຂັ້ນຕອນໃນການປະຕິບັດ ແລະ ວາງແຜນໃນການຮຽນໃຫ້ເຮົາຮຽນເກັ່ງນັ້ນມີຂັ້ນຕອນດັ່ງນີ້:


1. ການກຽມຕົວກ່ອນໄປໂຮງຮຽນ: ຂໍ້ຄິດນີ້ສຳຄັນ ແລະ ເບິ່ງຂ້າມບໍ່ໄດ້ ເຮົາຕ້ອງຮູ້ຈັກປະມານຕົນໃນການເຂົ້ານອນ ໂດຍປົກກະຕິແລ້ວຄົນທີ່ຫຼັງຈາກເລີກຮຽນແລ້ວ ຮຽນພິເສດໂດຍສະເລ່ຍປະມານຊົ່ວໂມງໂຄິ່ງກັບບ້ານມາກິນເຂົ້າ ອາບນ້ຳ ແກ້ວຽກບ້ານ ແລະ ອ່ານໜັງສືທົບທວນບໍ່ໜ້າຈະເຂົ້ານອນເກີນ 21:00-22:00 ໂມງ. ສາເຫດທີ່ເຮົາເຂົ້ານອນເກີນເວລາ, ເລີກຮຽນແລ້ວໄປທ່ຽວຕໍ່ບໍ່ກັບບ້ານ, ມົວແຕ່ຫຼີ້ນເກມ ຫຼື ອ່ານໜັງກະຕູນ ເຊິ່ງຖ້າເຮັດເພື່ອຄາຍຄຽດກໍ່ບໍ່ຄວນເກີນເຄິ່ງຊົ່ວໂມງ ແລະ ບໍ່ຄວນເຮັດທຸກວັນ ເພາະເຮັດໃຫ້ເຮົາຕິດເປັນນິດໄສ, ຫຼີ້ນລາຍ, ເຟສບຸກ ເພື່ອແຊໃນເລື່ອງໄລສາລະຈະເຮັດໃຫ້ເຮົາບໍ່ເບິ່ງເວລາ ຕິດເປັນນິດໄສ, ເບິ່ງໜັງໄປ ແກ້ວຽກບ້ານໄປ, ວຽກບ້ານຄ້າງໄວ້ດົນໆແລ້ວຈຶ່ງລົງມືແກ້ເມື່ອຮອດມື້ທີ່ຈະສົ່ງແລ້ວ, ຖ້າເຮົາຫຼີກລຽງສິ່ງເຫຼົ່ານີ້ໄດ້ ກໍຂໍໃຫ້ເຂົ້ານອນຕົງເວລາທຸກວັນຈະໄດ້ເກີດຄວາມຊິ້ນເຄີຍ ແລະ ເມື່ອຕື່ນຂຶ້ນມາຕອນເຊົ້າ ຫ້າມຫຼັບຕໍ່ ແລະ ຢ່າລືມກິນເຂົ້າເຊົ້າກ່ອນໄປໂຮງຮຽນ.

ນັກຮຽນເກັ່ງ
  1. ຈຸດປະກາຍໃນຫ້ອງຮຽນ: ພະຍາຍາມເລືອກບ່ອນນັ່ງດ້ານໜ້າໃກ້ຄູໃຫ້ຫຼາຍທີ່ສຸດ, ຖ້າເລືອກບ່ອນນັ່ງບໍ່ໄດ້ ຈຳເປັນຕ້ອງນັ່ງທາງຫຼັງ ກໍຫ້າມກວນໝູ່ເພື່ອນຮອບຂ້າງ ຢ່າໃຫ້ເຂົາເຈົ້າຊວນກັນລົມວົນແຊວ ເພາະຈະລົບກວນສະມາທິ, ຖ້ານັ່ງຕິດປະຕູ: ປ່ອງຢ້ຽມບໍ່ຕ້ອງໄປສົນໃນສິ່ງຮອບຂ້າງ, ບໍ່ຕ້ອງຢ້ານເວລາອາາຈານຖາມ, ຖ້າເຮົາຕັ້ງໃຈຮຽນ ແລະ ກຽມຕົວມາດີຈະເຮັດໃຫ້ເຮົາມີຄວາມມັ່ນໃຈເວລາອາຈານຖາມຄຳຖາມ, ເມື່ອມີຂໍ້ສົງໃຫ້ຮີບຍົກມືຖາມອາຈານທັນທີບໍ່ຕ້ອງອາຍເພື່ອນ ຢ່າລືມວ່າ “ດ້ານໄດ້ອາຍອົດ”; 3. ຫູຟັງ ຕາເບິ່ງ ມືຂຽນ: ມີສະມາທິໃນການຟັງ, ເບິ່ງສິ່ງທີ່ອາຈານຂຽນໃຫ້ເບິ່ງຢູ່ກະດານແລ້ວຮີບຈົດລົງໃນປື້ມ, ບໍ່ຄວນຟັງໄປ ຈະເຮັດໃຫ້ເຮົາພາດເນື້ອໃນທີ່ສຳຄັນ ເຮົາຄວນຟັງໃຫ້ເຂົ້າໃຈກ່ອນແລ້ວຈຶ່ງຄ່ອຍບັນທຶກ;
ນັກຮຽນພອນສະຫວັນ
  1. ຊົ່ວໂມງຕໍ່ໄປ ຈະເຮັດແນວໃດດີ: ບໍ່ຟ້າວເກັບປື້ມເກັບສໍມ້ຽນກ່ອນ ໃຫ້ຈົດຫົວຂໍ້ວ່າມື້ນີ້ຮຽນຫຍັງໃນປື້ມອີກຫົວໜຶ່ງເພື່ອຈະໄດ້ກັບໄປທວນຄືນທີ່ບ້ານ, ຈົດຄຳຖາມສັ້ນໄວ້ໃນສ່ວນທີ່ເຮົາຍັງບໍ່ເຂົ້າໃຈ ຊົ່ວໂມງຕໍ່ໄປຈະໄດ້ບໍ່ລືມຖາມອາຈານ, ລືມຄວາມຄຽດ ຄວາມກາງວົນໃນຊົ່ວໂມງກ່ອນໜ້ານັ້ນໃຫ້ໝົດສິ້ນ; 5. ຈຸດປະສົງການຮຽນຮູ້: ຫຼັກສູດ ຫຼື ໂຄງສ້າງເນື້ອນໃນ ມີຄວາມສຳຄັນ ຖ້າເຮົາຮູ້ຈຸກປະສົງການຮຽນຮູ້ຂອງວິຊານັ້ນໆ ຈະເຮັດໃຫ້ເຮົາມີທິດທາງໃນການຮຽນປຽບສະເໝືອນແຜນທີ່ໆຄອຍບອກວ່າບອກວ່າ ເຮົາຄວນເດີນໄປທາງໃນທິດທາງໃດ ແລະ ມີສ່ວນສຳຄັນໃຫ້ເຮົາເລືອກຊື້ໜັງສືໄວ້ອ່ານເພີ່ມເຕີມດ້ວຍ.
ນັກຮຽນ ມສ ວຽງຈັນ
  1. ຈັບປະເດັນ: ຟັງອາຈານໃຫ້ດີໆ ບ່ອນໃດທີ່ອ່ານເນັ້ນຄໍາ ໂດຍໃຊ້ຄໍາເວົ້າທີ່ໜັກແໜ້ນຂຶ້ນ, ຈຸດໃດທີ່ອາຈານເວົ້າຊ້ຳກັນ 2 ຮອບ, ຫົວຂໍ້ນັ້ນແລະອາດຈະອອກຂໍ້ສອບເສັງ; 7. ສັງເກດວິທີການສອນ: ຖ້າອາຈານມັກໃຫ້ຖາມ-ຕອບ ກໍ່ກຽມຄຳຖາມໄວ້ລ່ວງໜ້າກ່ອນ, ຖ້າອາຈານມັກສອນໄປເລື່ອຍໆ ບໍ່ສົນໃຈວ່ານັກຮຽນຕາມທັນ ຫຼື ບໍ ກໍບໍ່ຄວນຂັດຈັ່ງຫວະ ໂດຍການຖາມຄຳຖາມອາຈານກ່ອນໃຫ້ຈັບປະເດັນທີ່ອາຈານເນັ້ນເອົາເອງ ແລ້ວຈຶ່ງຖາມອາຈານນອກເວລາ, ຖ້າອາຈານບັນຍາຍໜ້າເບື່ອຟັງແລ້ວຢາກນອນ ໃຫ້ປັບປ່ຽນຄວາມຄິດໃໝ່ວ່າ ເປັນການຝຶກໃຫ້ນັກຮຽນຈັບປະເດັນ ແລະ ເປັນການຝຶກຄວາມອົດທົນໄປໃນໂຕ ພະຍາຍາມທ້າທາຍຕົວເອງວ່າ ຕ້ອງເປັນຊ່າງສັງເກດໃຫ້ໄດ້ ຄືກັບການຫຼີ້ນເກມນັກສືບ, ຍ່າມືອັກຄະຕິກັບຜູ້ສອນເພາະຈະເຮັດໃຫ້ການຮຽນໜ້າເບື່ອ ເຊິ່ງມີຜົນຕໍ່ຄະແນນ ຄວາມຕັ້ງໃຈຕະຫຼອດພາກຮຽນ.
ມສ ວຽງຈັນ
  1. ຮຽນຢ່າງເຂົ້າໃຈ: ບໍ່ແມ່ນພຽງແຕ່ສອບເສັງຜ່ານ, ຟັງເບິ່ງອາດເປັນຜົນດີທີ່ຂະຫຍັນຮຽນຢ່າງເອົາຈິງເອົາຈັງແຕ່ຄວາມເປັນຈິງແລ້ວ ເມື່ອງເສັງຜ່ານວິຊານັ້ນແລ້ວກໍ່ເປັນອັນວ່າໜ້າທີ່ນີ້ນັ້ນສິ້ນສຸດລົງແລ້ວ ບໍ່ຈຳເປັນຕ້ອງເຂົ້າໃຈເນື້ອໃນນັ້ນອີກຕໍ່ໄປ ຖ້າຕ້ອງຮຽນເນື້ອໃນທີ່ກ່ຽວຂ້ອງ ຄ່ອຍໄປຮື້ພື້ນຄວາມເຂົ້າໃຈເພື່ອການສອບອອກມາໃໝ່ນີ້ເປັນຄວາມຄິດທີ່ຜິດ ຄວາມເຂົ້າໃຈຢ່າງແຕກສານ ຈະມີປະໂຫຍດຕໍ່ອານາຄົດ ຕໍ່ການດຳລົງຊີວິດຖ້າຄິດແບບນີ້ຈະເຮັດໃຫ້ສາມາດອະທິບາຍວິເຄາະສະຫຼຸບເນື້ອໃນໄດ້ຢ່າງຊັດເຈນ ເພາະສະນັ້ນ ການຮຽນບໍ່ແມ່ນການທ່ອງຈຳເພື່ອການສອບເສັງຢ່າງດຽວ.