ການສໍ້ລາດບັງຫຼວງ ແລະ ອາດຊະຍາກຳ ທຸກຮູບແບບແມ່ນສັດຕູຮ່ວມຂອງມວນມະນຸດ

838

ການສໍ້ລາດບັງຫຼວງ ແລະ ອາດຊະຍາກຳ

ທຸກຮູບແບບແມ່ນສັດຕູຮ່ວມຂອງມວນມະນຸດ

 

ຜູ້ຂຽນໂຊກດີໄດ້ຂໍ້ມູນຈາກແຫຼ່ງຂ່າວ “ Prince Souphanouvong ” ທີ່ນຳສະເໜີຄຳໂອວາດຂອງເພິ່ນຕໍ່ນັກຮຽນຮູ້ປັນຍາຊົນ ແລະ ສະມາຊິກສະພາໃນເດືອນກຸມພາ 1986 ໄດ້ມີການເວົ້າເຖິງການຕໍ່ສູ້ຕ້ານອາດຊະຍາກຳ ແລະ ສໍ້ລາດບັງຫຼວງ.

ວັນທີ 13 ກໍລະກົດຈະມາເຖິງນີ້ ເປັນວັນເກີດຂອງເພິ່ນ ຄົບຮອບ 110 ປີ ຜູ້ຂຽນຂໍອະນຸຍາດນຳເອົາຄຳໂອວາດຂອງເພິ່ນມາລົງພິມເພື່ອອຸ່ນຄືນໃຫ້ເພື່ອນຜູ້ອ່ານໄດ້ຮູ້ຕື່ມອີກກ່ຽວກັບການຕໍ່ສູ້ກັບພະຍາດທີ່ຮ້າຍກາດດັ່ງກ່າວ.

ເນື້ອໃນມີບາງຈຸດສຳຄັນດັ່ງນີ້:

 

 

“ ຄວາມຜິດພາດໃນການຕີຄວາມ ແລະ ນິຍາມທີ່ມາຂອງການສໍ້ລາດບັງຫຼວງໄດ້ບັ່ນທອນການຕໍ່ສູ້ກັບເນື້ອຮ້າຍນີ້ຂອງມວນມະນຸດຊາດມາໂດຍຕະຫຼອດ. ທັງນີ້, ເພາະລືມໄປວ່າການສໍ້ລາດບັງຫຼວງ ແລະ ການປະພຶດທີ່ເປັນອາດຊະຍາກຳທັງໝົດບໍ່ວ່າໃຫຍ່ ຫຼື ນ້ອຍ ລ້ວນແຕ່ເກີດມາຈາກແນວຄິດຈິດໃຈຂອງມະນຸດເຮົາແຕ່ລະຄົນເປັນຕົ້ນຕໍ, ບໍ່ແມ່ນຍ້ອນທຸກຍາກ ຫຼື ຮັ່ງມີ ບໍ່ແມ່ນຍ້ອນເປັນນັກປາດ ຫຼື ຄົນກືກໜັງສື ບໍ່ແມ່ນຍ້ອນສີຜິວ ຫຼື ສາສະໜາ ຫຼື ລັດທິ ຫຼື ລະບອບສັງຄົມ ຫຼື ກົດໝາຍ ເຫັນໄດ້ວ່າທຸກຄົນສໍ້ລາດບັງຫຼວງ ແລະ ກໍ່ອາດຊະຍາກຳໄດ້ທັງນັ້ນ ຖ້າຄວບຄຸມແນວຄິດຈິດໃຈຂອງຕົນເອງບໍ່ໄດ້.

ເວົ້າອີກແບບໜຶ່ງ ບ່ອນໃດບໍ່ມີຄົນຢູ່ ບ່ອນນັ້ນຈຶ່ງບໍ່ມີການສໍ້ລາດບັງຫຼວງ ແລະ ອາດຊະຍາກຳ ກົງກັນຂ້າມບ່ອນໃດມີຄົນຢູ່ບ່ອນນັ້ນຈຶ່ງມີການສໍ້ລາດບັງຫຼວງ ແລະ ອາດຊະຍາກຳ, ກົງກັນຂ້າມບ່ອນໃດມີຄົນຢູ່ບ່ອນນັ້ນຈຶ່ງມີການສໍ້ລາດບັງຫຼວງ ແລະ ອາດຊະຍາກຳເກີດຂຶ້ນ.

ພາບປະກອບບໍ່ກ່ຽວກັບເນື້ອໃນ

 

 

 

 

 

 

 

 

 

 

 

 

 

 

 

ເປັນຫຍັງອ້າຍເອື້ອຍນ້ອງຮ່ວມອຸທອນດຽວກັນຈຶ່ງມີຄົນດີ ແລະ ມີຄົນບໍ່ດີ ໃນເມື່ອມີພໍ່ແມ່ດຽວກັນມີສິ່ງແວດລ້ອມດຽວກັນຢູ່ໃນສັງຄົມດຽວກັນຢູ່ໃນປະເທດດຽວກັນ ເປັນຄົນຮ່ວມຊາດ ຮ່ວມສາສະໜາດຽວກັນ ຮຽນຫຼັກສູດດຽວກັນ?. ທັງນີ້, ຈຶ່ງສະຫຼຸບໄດ້ວ່າ: ໃນການເອົາຊະນະອາດຊະຍາກຳ ເວົ້າລວມ ແລະ ການສໍ້ລາດບັງຫຼວງ ເວົ້າສະເພາະນີ້ຄຽງຄູ່ກັບມາດຕະການສະກັດກັ້ນ ແລະ ລົງໂທດສະຖານໜັກເບົາຕາມຕົວບົດກົດໝາຍຕ່າງໆທີ່ຮູ້ນຳກັນແລ້ວນັ້ນຍັງຕ້ອງເຂົ້າໃຈວ່າແນວທາງຕົ້ນຕໍແມ່ນການແກ້ໄຂປັດໄຈມະນຸດດ້ວຍການກຳຈັດຮັດແຄບປັດໄຈມະນຸດລົງໃຫ້ເຫຼືອໜ້ອຍເທົ່າທີ່ຈະນ້ອຍໄດ້ ໂດຍນຳໃຊ້ເຕັກໂນໂລຊີອັນທັນສະໄໝເຂົ້າມາຊ່ວຍຢ່າງຂະຫຍັນຂັນແຂງເປັນກ້າວໆ. ໃນຂັ້ນຕອນອັນສຳຄັນນີ້ບົດບາດຂອງນັກຮຽນຮູ້ປັນຍາຊົນ ຈຶ່ງມີລັກສະນະຕັດສິນໄຊຊະນະຂອງພາລະກິດຕໍ່ຕ້ານອາດຊະຍາກຳເວົ້າລວມ ແລະ ການສໍ້ລາດບັງຫຼວງເວົ້າສະເພາະນີ້.

 

ພາບປະກອບບໍ່ກ່ຽວກັບເນື້ອໃນ

 

ໝາຍຄວາມວ່າ: ເຖິງຈະມີຄົນທີ່ມີເຈຕະນາທຸດຈະລິດກະທຳຜິດ ແຕ່ຖ້າພວກເຂົາບໍ່ສາມາດເຂົ້າຫາເປົ້າໝາຍທຸດຈະລິດໄດ້ ( ເຊັ່ນ: ຄົນຮັບສິນບົນກັບຄົນໃຫ້ສິນບົນບໍ່ສາມາດພົບພໍ້ກັນໄດ້ ຫຼື ບໍ່ສາມາດຈັບຕ້ອງໂອນຍ້າຍ ຫຼື ບໍ່ສາມາດເຂົ້າເຖິງຊັບສິນເງິນຄຳໄດ້ ແລະ ອື່ນໆ ), ເຖິງວ່າຈຳນວນຄົນທີ່ມີເຈຕະນາທຸດຈະລິດຈະມີຫຼາຍເທົ່າໃດກໍຕາມ ແຕ່ຈຳນວນຄົນທີ່ມີຄວາມສາມາດທີ່ຈະທຸດຈະລິດໄດ້ຈິງນັ້ນກໍຈະມີໜ້ອຍລົງ.

ຕົວຢ່າງ: ຢູ່ບາງປະເທດຕຳຫຼວດຈະລາຈອນນັ່ງເຮັດວຽກໃນຫ້ອງຕິດເຄື່ອງປັບອາກາດ ໂດຍໃຊ້ເຕັກໂນໂລຊີສະໄໝໃໝ່ເພື່ອຄວບຄຸມກວດກາໂດຍບໍ່ໄດ້ພົບພໍ້ກັນກັບ ອັດຕະພາບ ຂອງການສັນຈອນອັນເຮັດໃຫ້ບໍ່ມີໂອກາດທຸດຈະລິດຕາມທ້ອງຖະໜົນ ແລະ ບໍ່ໃຊ້ຄົນຫຼາຍ ເຊິ່ງກໍບໍ່ໝາຍຄວາມວ່າທຸກຄົນຈະດີໃຈນຳ ເປັນຕົ້ນຕຳຫຼວດຈະລາຈອນໃນຫຼາຍປະເທດຂັດຂວາງແນວທາງນີ້ດ້ວຍເຫດຜົນຕ່າງໆນາໆ ຈົນເຮັດໃຫ້ຄົນທົ່ວໄປເຂົ້າໃຈຍາກ ( ຫຼື ເຂົ້າໃຈງ່າຍ? ), ບາງປະເທດກໍນຳໃຊ້ລະບົບຈົດຄ່ານໍ້າ ຄ່າໄຟ ຮວມສູນ ອັດຕະໂນມັດ ແລະ ກວດກາໄດ້ງ່າຍຕະຫຼອດເວລາ ໂດຍບໍ່ຕ້ອງໃຊ້ຄົນຫຼາຍ ແລະ ຜິດພາດໜ້ອຍ, ຫຼາຍທະນາຄານກໍມີລະບົບເຄື່ອງຮັບ ແລະ ຈ່າຍເງິນສົດ ແລະ ຮັບໃບແຊັກ ເຮັດໃຫ້ບໍ່ຕ້ອງໃຊ້ຄົນຫຼາຍ ທັງໄວທັງຈຳກັດຈຳນວນຄົນທີ່ເຂົ້າເຖິງເງິນທີ່ສາມາດລັກເງິນໄດ້, ຫຼຸດຜ່ອນການນຳໃຊ້ເງິນເຈ້ຍ ( ເງິນສົດ, ເງິນກະດາດ ) ເທື່ອລະກ້າວ ຈົນໄປເຖິງການຈຳກັດການພິມ ແລະ ການນຳໃຊ້ເງິນເຈ້ຍໃຫ້ເຫຼືອຈຳນວນນ້ອຍເທົ່າທີ່ຈະນ້ອຍໄດ້ ( ພິມ ແລະ ນຳໃຊ້ແຕ່ໃບເງິນທີ່ມີມູນຄ່ານ້ອຍ ) ເຊິ່ງປ່ຽນແທນດ້ວຍການນຳໃຊ້ເງິນເອເລັກໂຕຣນິກທີ່ກວດກາໄດ້ງ່າຍ ແລະ ສະດວກໃນການພົກພາໃຊ້ຈ່າຍ ຍາກແກ່ການທຸດຈະລິດ ຕົກເຮ່ຍເສຍຫາຍ ແລະ ຊ່ວຍແກ້ໄຂໄພເງິນເຟີ້ ການສໍ້ລາດບັງຫຼວງສິນບົນໜີພາສີຄ້າເຖື່ອນ ຄ້າສິ່ງຜິດກົດໝາຍເງິນອາດຊະຍາກຳກໍ່ການຮ້າຍ ແລະ ອື່ນໆ ທຳນອງ  ນີ້.

ສາເຫດຕົ້ນຕໍທີ່ພາໃຫ້ການລົງໂທດພຶດຕິກຳສໍ້ລາດບັງຫຼວງ ແລະ ອາດຊະຍາກຳບໍ່ໄດ້ຜົນເທົ່າທີ່ຄວນບໍ່ແມ່ນບັນຫາຕົວບົດກົດໝາຍແຕ່ຢ່າງໃດ ເພາະວ່າກົດໝາຍແບບນີ້ມີມາໃນໂລກເຮົາດົນນານແລ້ວ ແຕ່ສາເຫດຕົ້ນຕໍທີ່ພາໃຫ້ການລົງໂທດພຶດຕິກຳສໍ້ລາດ ແລະ ອາດຊະຍາກຳບໍ່ໄດ້ຜົນເທົ່າທີ່ຄວນແມ່ນປັດໄຈມະນຸດ ແມ່ນຄົນ…

 

ພາບປະກອບບໍ່ກ່ຽວຂ້ອງກັບເນື້ອໃນ

 

ຄວາມຄິດຈິດໃຈຂອງຄົນເຮົາເອງແຕ່ລະຄົນເປັນທີ່ມາຕົ້ນຕໍຂອງການປະພຶດສໍ້ລາດບັງຫຼວງ ແລະ ອາດຊະຍາກຳ, ສ່ວນປັດໄຈອື່ນໆເປັນພຽງສິ່ງແວດລ້ອມ ແລະ ເງື່ອນໄຂ ( ຫຼື ໃຊ້ເປັນຂໍ້ອ້າງ ) ທີ່ອຳນວຍ ຫຼື ບໍ່ອຳນວຍ ( ຫຼາຍ ຫຼື ໜ້ອຍ ) ສຳລັບການປະພຶດແບບດັ່ງກ່າວເທົ່ານັ້ນ.

ຖ້າບໍ່ຄິດແບບນີ້ກໍຈະຫາທາງອອກຫາທາງແກ້ໄຂບໍ່ໄດ້, ພ້ອມທັງຕ້ອງມີຄວາມກ້າຫານຈຶ່ງຈະຮັບເອົາຄວາມຄິດນີ້ໄດ້.

ເມື່ອເວົ້າເຖິງການຕໍ່ສູ້ໃນບົດໂອ້ລົມເພິ່ນເວົ້າວ່າ:

ການຕໍ່ສູ້ກັບອາດຊະຍາກຳໂດຍລວມ ແລະ ການຕໍ່ສູ້ກັບການສໍ້ລາດບັງຫຼວງ ໂດຍສະເພາະແມ່ນພາລະກິດຂອງແຕ່ລະຄົນຂອງທຸກໆຄົນໃນທົ່ວໂລກທີ່ຈະຕ້ອງເລີ່ມຕົ້ນຈາກພາຍໃນແຕ່ລະຄົນອອກສູ່ພາຍນອກຈາກໄວເດັກສູ່ໄວແກ່ເຖົ້າຊະລາພາບຈາກພາຍໃນປະເທດສູ່ສາກົນ.

ເນື່ອງຈາກວ່າອາດຊະຍາກຳໂດຍລວມ ແລະ ການສໍ້ລາດບັງຫຼວງ ໂດຍສະເພາະມີທີ່ມາຈາກຄວາມຄິດຈິດໃຈຂອງມະນຸດເຮົາທຸກຄົນປຽບໄດ້ກັບເລັບມືທີ່ງອກອອກມາຈາກຮ່າງກາຍຢ່າງບໍ່ຮູ້ຈົບ, ຄົນທັງໝົດກໍຄືແຕ່ລະຄົນໃນທົ່ວໂລກຈຶ່ງຕ້ອງພ້ອມກັນຮັບພາລະກິດເປັນຊ່າງເສີມຄວາມງາມທີ່ເຮັດໃຫ້ໂລກສວຍງາມຍິ່ງຂຶ້ນ ໂດຍທຸກຄົນຕ້ອງພ້ອມພຽງຮຽງໜ້າກັນລຸກຂຶ້ນຕໍ່ສູ້ກັບການສໍ້ລາດບັງຫຼວງ ແລະ ອາດຊະຍາກຳທຸກຮູບແບບ, ຕ້ອງເປັນຄືກັບຊ່າງເສີມຄວາມງາມຕັດເລັບ: ເລັບຍາວແລ້ວຕັດແລ້ວຕັດອີກຢ່າງບໍ່ຢຸດບໍ່ຢ່ອນ, ຕັດເລັບໃຫ້ຕົວເອງຕັດເລັບໃຫ້ເພື່ອນມະນຸດ.

 

ພາບປະກອບບໍ່ກ່ຽວຂ້ອງກັບເນື້ອໃນ

 

ເພີ່ມທະວີການຮ່ວມມື ແລະ ປະສານສົມທົບກັບບຸກຄົນກໍຄືການຈັດຕັ້ງທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນໃນທົ່ວໂລກຢ່າງຮອບດ້ານ ເພື່ອຕັດຂາດທຳ ລາຍສາຍໄຍທຸດຈະລິດມິດສາຊີບ ໂຈນຜູ້ຮ້າຍ ຄົນບໍ່ດີ ບໍ່ໃຫ້ມີໂອກາດ ລີ້ຊ່ອນຊຸກເຊື່ອງ ປົກປິດ ການກະທຳຜິດ ແລະ ອື່ນໆ.

ການຕໍ່ສູ້ນີ້ເປັນພາລະກິດທີ່ບໍ່ມີວັນຢຸດຢັ້ງຈົນກວ່າຈະສິ້ນລົມຫາຍໃຈ. ຄົນເຮົາຈຶ່ງຕ້ອງເປັນຄົນທີ່ີມີຄວາມກ້າຫານ ມີ ຄວາມມານະອົດທົນຢ່າງສູງ ບໍ່ທໍ້ຖອຍ ບໍ່ທົດຖອຍ ມີແຕ່ກ້າວຂຶ້ນສູ່ຜົນສຳເລັດໃໝ່ຢ່າງບໍ່ຮູ້ອິດເມື່ອຍຢ່າງມີໄຊເທົ່ານັ້ນ.

ທັງນີ້ກໍຍ້ອນວ່າ: ເຊັ່ນດຽວກັບເນື້ອຮ້າຍ, ການສໍ້ລາດບັງຫຼວງ ແລະ ອາດຊະຍາກຳທຸກຮູບແບບກໍຄືສັດຕູຮ່ວມຂອງມວນມະນຸດຊາດ.

 

ສະເໜີເປັນຂໍ້ຄິດ.

 

 

[ ທິດດີ ]