ຈະປູກຕົ້ນໝາກຫຸ່ງແນວໃດໃຫ້ໄດ້ໝາກດົກ

87

ມື້ນີ້ແອັດມາເອົາໃຈຄົນ ທີ່ມັກຮັກໃນການກະສິກຳຄິດຢາກຈະປູກໝາກຫຸ່ງໄວ້ກິນ ຫຼືຂາຍກໍ່ດີ ຖ້າບໍ່ຮູ້ເຕັກນິກປູກແລ້ວຈະມີບັນຫາ ຕົ້ນບໍ່ງາມ, ບໍ່ເປັນໝາກ, ໝາກບໍ່ຈັບ ໝາກບໍ່ສົມບູນ ສະນັ້ນໃຫ້ປະຕິບັດຕາມວິທີນີ້ ແນະນໍາເລີຍວ່າເຮົາບໍ່ຄວນປູກຕົ້ນໝາກຫຸ່ງດ້ວຍການຫວ່ານແກ່ນໂດຍກົງ ເພາະຕົ້ນທີ່ເຕີບໃຫຍ່ມານັ້ນ ຕ້ອງການການເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແຕ່ໃຫ້ກຽມຕົ້ນກ້າໃຫ້ແຂງແຮງກ່ອນຈຶ່ງນໍາເອົາມາລົງຂຸມປູກ ດັ່ງນີ້:

ການເພາະເມັດໝາກຫຸ່ງລົງຖົງ
1 ກຽມປະສົມດິນ ໂດຍໃຊ້ດິນ 3 ສ່ວນຝຸ່ນຄອກ 1 ສ່ວນ ແລະ ຝຸ່ນອິນຊີ 1 ສ່ວນ ຄົນໃຫ້ເຂົ້າກັນ, ນໍາດິນທີ່ປະສົມມາໃສ່ຖົງດໍາຂະໜາດ 5 x8 ນິ້ວ, ເຮັດຮູເພື່ອລະບາຍນໍ້າ 4 ຮູ, ເອົາເມັດ 3 ເມັດ ລົງດິນເລິກປະມານເຄິ່ງຊັງຕີແມັດ, ຫົດນໍ້າທຸກເຊົ້າແລງ.

ໝາກຫຸ່ງຈະເລີ່ມຈະເລີນເຕີບໂຕພາຍໃນ 10-14 ມື້ ຫຼັງທີ່ປູກ ແລະ ເມື່ອຕົ້ນຂອງມັນເລີ່ມມີໃບ 2-3 ໃບ ກໍໃຫ້ເລືອກກ້າຕົ້ນທີ່ແຂງແຮງປູກ
ການກຽມສວນປູກ: ໃຫ້ພວນດິນຕາກແດດໄວ້ 7-10 ມື້ ລະຍະຫ່າງຕາມໃຈເລີຍ, ເຮັດຂຸມປູກເປັນຮູບສີ່ຫຼ່ຽມຈະຕຸລັດ ເລິກ 20 ຊັງຕີແມັດ, ໃສ່ຝຸ່ນຄອກໃສ່ດິນທີ່ຂຸດຂຶ້ນມາຄົນໃຫ້ເຂົ້າກັນ, ເອົາດິນລົງຫຼຸມໃຫ້ສະເໝີຂອບຫຼຸມ ແລ້ວດຶງຖົງພາລາສະຕິກອອກ ເອົາຕົ້ນກ້າປູກເອົາດິນລົງໃຫ້ມັນແໜ້ນ ແລະ ກໍຫົດນໍ້າໃຫ້ຊຸ່ມກໍຖືວ່າເປັນທີ່ຮຽບຮ້ອຍ ຈາກນັ້ນກໍໝັ່ນຫົດເບິ່ງແຍງມັນອີກບໍ່ດົນກໍຈະເປັນໝາກມາໃຫ້ເຮົາໄດ້ຮັບປະທານ…