ຍົກລະດັບຄວາມສາມາດໃນການຄຸ້ມຄອງທີ່ດິນແບບດິຈິຕອລ

64

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການ KOTRA ວຽງຈັນ ເປີດຊຸດຝຶກອົບຮົມສ້າງຂີດຄວາມສາມາດໃນການຈັດການດ້ານພື້ນທີ່ດິນ ໂດຍຜ່ານລະບົບດິຈິຕອລເພື່ອເຮັດໃຫ້ວຽກງານກວດກາ, ຕິດຕາມ ແລະ ໃຫ້ບໍລິການປະຊາຊົນໄດ້ຢ່າງວ່ອງໄວ ແລະ ຖືກຕ້ອງ.

ຊຸດຝຶກອົບຮົມດັ່ງກ່າວເປີດຂຶ້ນໃນວັນທີ 9 ກໍລະກົດ ແລະ ຈັດໄປຈົນເຖິງວັນທີ 11 ກໍລະກົດ 2019 ທີ່ວິທະຍາໄລສັບພະວິຊາ ໂດຍການເປັນປະທານຂອງ ທ່ານ ອະນຸສອນ ພົມມະຈັນ ຮອງຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ປັກ ຊຸນດົງ ຜູ້ຈັດການອາວຸໂສພັດທະນາເສດຖະກິດທົ່ວໂລກ ຈາກກະຊວງທີ່ດິນ, ເຄຫາຜັງເມືອງ ແລະ ຄົມມະນາຄົມ ( LX ) ປະເທດ ສ. ເກົ່າຫຼີ, ທ່ານ ປັກຈັງອຶ່ນ ຫົວໜ້າອົງການ KOTRA ວຽງຈັນ ພ້ອມດ້ວຍເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອະນຸສອນ ພົມມະຈັນ ຮອງຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ລັດຖະບານໄດ້ມີຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນໃຫ້ເກີດມີປະສິດທິຜົນ ເຊິ່ງລັດຖະບານໄດ້ອອກຄໍາສັ່ງ 02/ນຍ ໜຶ່ງໃນນັ້ນແມ່ນການຈົດທະບຽນຊັບສິນ ເຊິ່ງເປັນວຽກຫຼັກຂອງກົມທີ່ດິນ ເຊິ່ງພວກເຮົາໄດ້ເພີ່ມຄວາມພະຍາຍາມໃນການຫຼຸດຜ່ອນຂັ້ນຕອນ, ເວລາ, ຄ່າທໍານຽມໃຫ້ໜ້ອຍລົງ ພ້ອມທັງສະໜອງຂໍ້ມູນໃຫ້ປະຊາຊົນຮັບຮູ້ຂໍ້   ມູນ – ຂ່າວສານທີ່ດິນໃຫ້ຫຼາຍຂຶ້ນ.

ຢ່າງໃດກໍຕາມ, ສໍາລັບສິ່ງທ້າທາຍໃນການຈັດຕັ້ງວຽກງານທີ່ດິນໃນໄລຍະຜ່ານມາແມ່ນງົບປະມານມີຈໍາກັດ. ນອກນັ້ນ, ພະນັກງານໃນຂົງເຂດທີ່ດິນຕ້ອງໄດ້ຮັບການພັດທະນາດ້ານເຕັກໂນໂລຊີ ໃນການຄຸ້ມຄອງທີ່ດິນ. ສະນັ້ນ, ກອງປະຊຸມຄັ້ງນີ້ຈຶ່ງມີຄວາມສໍາຄັນຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງໄດ້ພ້ອມກັນໃນການຮັບຟັງ, ມີຂໍ້ແລກປ່ຽນກັບຜູ້ຊ່ຽວຊານພາຍຫຼັງສໍາເລັດກໍສາມາດນໍາເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ.

ທ່ານ ປັກ ຊຸນດົງ ກ່າວວ່າ: ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອນໍາສະເໜີເຕັກໂນໂລຊີກ່ຽວກັບຂໍ້ມູນ – ຂ່າວສານທີ່ດິນ ແລະ ພື້ນທີ່ພູມສາດຂອງ ສ.ເກົາຫຼີ ແລະ ສົ່ງເສີມຄວາມສາມາດເຮັດວຽກຂອງພະນັກງານລັດທີ່ກ່ຽວຂ້ອງກັບທີ່ດິນ ເພື່ອສົ່ງເສີມຄວາມເຂົ້າໃຈ, ສ້າງເຄືອຂ່າຍໃນທ້ອງຖິ່ນ, ເພີ່ມຄວາມເຂົ້າໃຈກ່ຽວກັບທ່າອ່ຽງຂອງໂລກຕໍ່ການຄຸ້ມຄອງ ແລະ ບໍລິການທີ່ດິນໃຫ້ເຈົ້າໜ້າທີ່ ເພື່ອສ້າງນະໂຍບາຍທີ່ມີປະສິດທິພາບ ເພື່ອວາງແຜນພັດທະນາຄຸ້ມຄອງ ແລະ ປົກປັກຮັກສາທີ່ດິນ.

ການຝຶກອົບຮົມແມ່ນຈະໄດ້ລົງເລິກກ່ຽວກັບຂໍ້ມູນພູມສັນຖານ, ແຜນທີ່ດິນດ້ວຍລະບົບດິຈິຕອລ, ໂຄງສ້າງພື້ນຖານຂໍ້ມູນແຫ່ງຊາດ ( NSDI ), photogrammetry ໂດຍໃຊ້ ໂດຣນ ໃນການຖ່າຍພາບທີ່ດິນ, 3D GIS ແນວຄິດ ແລະ ແອັບພລິເຄຊັນ, ການນຳໃຊ້ແອັບພລິເຄຊັນ GIS software ເຊັ່ນ Q – GIS ໂດຍການໃຊ້ເຕັກນິກຂໍ້ມູນ – ຂ່າວສານດ້ານພູມສາດ ເຊິ່ງຈະຊ່ວຍໃຫ້ທາງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສາມາດເຮັດວຽກໄດ້ດີຂຶ້ນ, ມີປະສິດທິຜົນ ແລະ ເຮັດໃຫ້ການຕັດສິນໃຈໄວຂຶ້ນ ເມື່ອເອົາໄປນຳໃຊ້ກ່ຽວກັບນະໂຍບາຍທີ່ດິນ. ເຕັກນິກຕ່າງໆຈະສາມາດຊ່ວຍແກ້ໄຂບັນຫາໃນການຈັດການທີ່ດິນ, ດິນທີ່ນຳໃຊ້ ຫຼື ແຜນທີ່ໄດ້ວາງໃນເຂດຊົນນະບົດ, ການຮັກສາຊັບພະຍາກອນທຳມະຊາດ ແລະ ຍັງຊ່ວຍໃນການຕັດສິນໃຈໃນດ້ານກົດລະບຽບ ແລະ ກົດໝາຍທີ່ກ່ຽວຂ້ອງກັບທີ່ດິນ.

( ຂ່າວ: ພຸດຕີ້, ຮູບ: ວິລະສັກ )