ປີນີ້, ຫຼວງນໍ້າທາປະສົບໄພແລ້ງ ສະໜອງນ້ຳເຂົ້ານາໄດ້ພຽງເຄິ່ງດຽວ

43

ແຂວງ ຫຼວງນໍ້າທາ ແມ່ນແຂວງໜຶ່ງທີ່ມີທ່າແຮງທາງດ້ານການຜະລິດກະສິກຳ ເປັນຕົ້ນແມ່ນ: ການປູກເຂົ້າ, ສາລີ, ມັນຕົ້ນ ແລະ ອື່ນໆເພື່ອຈຳໜ່າຍ ແລະ ສົ່ງອອກ, ແຕ່ປັດຈຸບັນນີ້ຍ້ອນທຳມະຊາດບໍ່ເອື້ອອຳນວຍຝົນຕົກຫນ້ອຍ ສົ່ງຜົນເຮັດໃຫ້ການຜະລິດບໍ່ໄດ້ປະສິດທິຜົນ ໂດຍສະເພາະການປູກເຂົ້າບໍ່ມີນໍ້າພຽງພໍ ແລະ ການສະໜອງນໍ້າຍັງມີຄວາມຫຍຸ້ງຍາກ.

 

 

ທ່ານ ສອນໄຊ ອຸດົມ ຫົວໜ້າຂະແໜງຊົນລະປະທານ, ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ເປີດເຜີຍວ່າ: ກ່ອນຈະລົງມືຜະລິດເຂົ້ານາປີ, ໃນປີນີ້ທາງຂະແໜງຊົນລະປະທານ, ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາໄດ້ແຈ້ງການໃຫ້ຊົນລະປະທານເມືອງ 05 ເມືອງລົງຊຸກຍູ້ກຸ່ມນໍາໃຊ້ນໍ້າ, ກໍ່ຄືຊາວກະສິກອນຢູ່ແຕ່ລະຂົງເຂດ, ແຕ່ລະບ້ານໃຫ້ອະນາໄມຄອງເໜືອງພ້ອມທັງສ້ອມແປງບ່ອນທີ່ເປ່ເພໃຫ້ສຳເລັດກ່ອນ, ຈຶ່ງປ່ອຍນໍ້າເຂົ້ານາ.

ແນວໃດກໍ່ຕາມສະພາບການສະໜອງນໍ້າຜະລິດເຂົ້ານາປີນີ້ແມ່ນມີຄວາມຫຍຸ້ງຍາກຫຼາຍເນື່ອງຈາກຝົນຕົກໜ້ອຍ, ແມ່ນໍ້າສາຍຕ່າງໆບົກແຫ້ງ, ພະແນກກະສິກຳ ແລະ ປ່າໄມ້ແຂວງກໍ່ໄດ້ ແຕ່ງຕັ້ງພະນັກງານລົງຊ່ວຍເມືອງຫຼວງນໍ້າທາເພື່ອປະສານສົບທົບກັບ ພະແນກພະລັງງານບໍ່ແຮ່ແຂວງ, ພາກສ່ວນທີ່ຄຸ້ມຄອງເຂື່ອນໄຟຟ້ານໍ້າທາໃຫ້ປ່ອຍນໍ້າເຂົ້ານາເປັນບູລິດມະສິດທີໜຶ່ງ

 

 

ທົ່ວແຂວງຫຼວງນໍ້າທາມີລະບົບຊົນລະປະທານທັງໜົດ 1.111 ແຫ່ງ, ໃນນີ້ມີລະບົບຊົນລະປະທານຂະໜາດນ້ອຍທີ່ປະຊາຊົນສ້າງເອງ 742 ແຫ່ງ, ໄດ້ສ້ອມແປງຊົນລະປະທານທີ່ເປ່ເພຈາກໄພພິບັດປີ 2018 ຈໍານວນ 09 ໂຄງການຢູ່ເມືອງສິງ 03 ໂຄງການ, ເມືອງລອງ 04 ໂຄງການ, ແລະ ເມືອງວຽງພູຄາ 02 ໂຄງການ, ສ່ວນການກໍ່ສ້າງຊົນລະປະທານໃໝ່ສ້າງສຳເລັດ 02 ໂຄງການຄື: ໂຄງການນໍ້າມະອຸ່ນ ແລະ ນໍ້າຫຍ້າເມືອງສິງ. ຖ້າຝົນຕົກປົກກະຕິຈະສາມາດສະໜອງນໍ້າຜະລິດເຂົ້ານາປີ ກວມເອົາ 95%ຂອງເນື້ອທີ່ນາທົ່ວແຂວງ 10.295 ເຮັກຕາ.

ສະເພາະປີນີ້ແຂວງຫຼວງນໍ້າທາປະສົບໄພແລ້ງຫຼາຍ ການສະໜອງນໍ້າໄດ້ພຽງ 60% ຂອງເນື້ອທີ່ນາ 10.295 ເຮັກຕາ, ສ່ວນການສ້ອມແປງໃນຕໍ່ໜ້າຈະເລັ່ງໃສ່ຈັດຕັ້ງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ຂໍທຶນເພີ່ມ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ໂດຍໄດ້ນຳເອົາທຶນດັ່ງກ່າວມາກໍ່ສ້າງຊົນລະປະທານຢູ່ແຕ່ລະເມືອງໃຫ້ຫຼາຍຂຶ້ນ.

 

 

ໂອກາດດັ່ງກ່າວທ່ານຍັງໄດ້ຮຽກຮອງມາຍັງຊາວກະສິກອນ, ປະຊາຊົນທຸກໆຄົນ ຈົ່ງຊ່ວຍກັນອະນຸລັກທຳມະຊາດ ແລະ ເອົາໃຈໃສ່ບົວລະບັດຮັກສາຊົນລະປະທານໃຫ້ມີອາຍຸການນໍາໃຊ້ຍາວນານ, ແລະ ຮຽກຮ້ອງມາຍັງກຸ່ມນໍາໃຊ້ນໍ້າໃຫ້ມີຄວາມຍຸຕິທຳ ໃນການແບ່ງປັນນໍ້າພາຍໃນກຸ່ມໃຫ້ມີຄວາມເຫັນອົກເຫັນໃຈເຊິ່ງກັນ ແລະ ກັນ.

 

 

ຂໍ້ມູນ: ຂ່າວສານຫຼວງນໍ້າທາ