ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ກຽມອອກຈໍາໜ່າຍຫຸ້ນ ໄອພີໂອ 60 ລ້ານຫຸ້ນ

207

ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ( LALCO ) ເປັນບໍລິສັດເອກະຊົນຂອງນັກລົງທຶນ ຍີ່ປຸ່ນ ທີ່ດຳເນີນທຸລະກິດໃນລາວນັບແຕ່ປີ 2015 ເປັນຕົ້ນມາ ແລະ ໄດ້ຫັນບໍລິສັດເປັນບໍລິສັດມະຫາຊົນໃນເດືອນກຸມພາ 2019. ຫຼ້າສຸດ,ໃນວັນທີ 9 ກໍລະກົດ 2019 ໄດ້ມີການນໍາສະເໜີຂໍ້ມູນຂອງບໍລິສັດເພື່ອອອກຈໍາໜ່າຍຫຸ້ນສາມັນຄັ້ງທໍາອິດ ຫຼື ໄອພີໂອ ( IPO ) ຈໍານວນ 60,3 ລ້ານຫຸ້ນ.

ທ່ານ ໂທໂມະຟູມິ ສຶເມມັດຊຶ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ( LALCO ) ກ່າວວ່າ: ພວກເຮົາເຫັນຄວາມເປັນໄປໄດ້ຂອງການຂະຫຍາຍຕົວທາງດ້ານເສດຖະກິດໃນ ສປປ ລາວ ທີ່ຈະມີອັດຕາການຂະຫຍາຍຕົວເພີ່ມຂຶ້ນ ໂດຍສະເພາະແມ່ນການຊົມໃຊ້ລົດ   ໃຫຍ່ ແລະ ລົດຈັກໃນອະນາຄົດ ລວມທັງຈໍານວນປະຊາກອນທີ່ມີທ່າອ່ຽງຂຶ້ນເຊັ່ນກັນ. ສະນັ້ນ, ທາງບໍລິສັດພວກເຮົາຈຶ່ງເຫັນໂອກາດທາງທຸລະກິດຈຶ່ງໄດ້ມີວິໄສທັດພັດທະນາບໍລິສັດດ້ວຍການຈົດທະບຽນໃນຕະຫຼາດຫຼັກຊັບ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າ ແລະ ນໍາເງິນທີ່ລະດົມໄດ້ໄປຂະຫຍາຍທຸລະກິດ.

ປັດຈຸບັນ, ພວກເຮົາມີພະນັກງານຫຼາຍກວ່າ 500 ຄົນ ໂດຍມີ 7 ສາຂາໃນທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ຫົວພັນ ແລະ ແຂວງຊຽງຂວາງ. ນອກນັ້ນ, ຍັງມີແຜນຂະຫຍາຍທຸລະກິດໄປຍັງແຂວງອື່ນໆອີກ ເພື່ອໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການດ້ານສິນເຊື່ອຂອງບໍລິສັດພວກເຮົາຫຼາຍຂຶ້ນ. ໃນນີ້, ບໍລິສັດເນັ້ນໃຫ້ບໍລິການລົດ    ໃຫຍ່ມືສອງເປັນຫຼັກ ກວມເອົາ 67% ຂອງຍອດສິນເຊື່ອທີ່ໃຫ້ບໍລິການ, ສ່ວນທີ່ເຫຼືອກໍຈະເປັນປະເພດລົດຈັກໃໝ່ – ລົດຈັກມືສອງ ແລະ ການບໍລິການໃຫ້ເຊົ່າສິນເຊື່ອຄືນໃໝ່.

ສໍາລັບການນໍາສະເໜີຂໍ້ມູນຂອງບໍລິສັດເພື່ອອອກຈໍາໜ່າຍຫຸ້ນສາມັນຄັ້ງທໍາອິດ ຈໍານວນ 60,3 ລ້ານຫຸ້ນ ໂດຍມີທຶນຈົດທະບຽນກ່ອນອອກຈໍາໜ່າຍຫຸ້ນ IPO ທີ່ຖອກແລ້ວ 24,12 ຕື້ກີບ ແລະ ບໍລິສັດມີນະໂຍບາຍຈ່າຍເງິນປັນຜົນບໍ່ໃຫ້ຫຼຸດ 50% ຂອງກໍາໄລສຸດທິພາຍຫຼັງຫັກຄັງສໍາຮອງຕາມກົດໝາຍ.

ທ່ານ ເທບສະຫວັນ ກິດຕິຍະວົງ ຜູ້ອໍານວຍການ ບໍລິສັດ ຫຼັກຊັບ BCEL – KT ໃນນາມເປັນທີ່ປຶກສາທາງດ້ານການເງິນຂອງ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ ກ່າວຕື່ມອີກວ່າ: ນັບແຕ່ປີ 2015 ເປັນຕົ້ນມາ ທາງຜູ້ບໍລິຫານກໍມີວິໄສທັດໃນການເອົາບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງໄດ້ມີການກະກຽມມາເປັນເວລາ 3 ປີ ຈົນມາຮອດປັດຈຸບັນຈຶ່ງໄດ້ຫັນບໍລິສັດເປັນບໍລິສັດມະຫາຊົນໃນເດືອນກຸມພາ 2019. ຈາກນັ້ນ, ໃນເດືອນພຶດສະພາກໍໄດ້ຍື່ນຄຳຮ້ອງຕໍ່ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ( ສຄຄຊ ) ແລະ ມາເຖິງວັນທີ 8 ກໍລະກົດ 2019 ຈຶ່ງໄດ້ມີການນໍາສະເໜີຂໍ້ມູນໃນການອອກຈໍາໜ່າຍຫຸ້ນ ໄອພີໂອ.

ໃນການຂາຍຫຸ້ນໃຫ້ກັບ ບໍລິສັດ LALCO ພວກເຮົາໄດ້ຮ່ວມກັບ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ເພື່ອອອກຈໍາໜ່າຍຫຸ້ນ. ນອກນັ້ນ, ຍັງມີແຜນທີ່ຈະເດີນທາງໄປໃຫ້ຄວາມຮູ້ແກ່ນັກລົງທຶນຢູ່ທີ່ປະເທດໄທ ແລະ ພາຍໃນປະເທດຕື່ມອີກ “ ທ່ານ              ເທບສະຫວັນ ກ່າວ ”.

ພິທີດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 9 ກໍລະກົດ 2019 ຜ່ານມາ ທີ່ໂຮງແຮມ ຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທະນາຄານ ແຫ່ງ ສປປ ລາວ, ທ່ານ ໂທໂມະຟູມິ ສຶເມມັດຊຶ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ອາຊຽນເຊົ່າສິນເຊື່ອ ມະຫາຊົນ, ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ເທບສະຫວັນ ກິດຕິຍະວົງ ຜູ້ອໍານວຍການ ບໍລິສັດ ຫຼັກຊັບ BCEL – KT ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ ]