ອຸດົມໄຊ ປັກດໍາເຂົ້ານາປີສໍາເລັດເກືອບ 50%

89

ທົ່ວແຂວງອຸດົມໄຊ ມີເນື້ອທີ່ປູກເຂົ້ານາປີ 16 ພັນກວ່າເຮັກຕາ. ໃນນີ້, ສະເພາະເມືອງໄຊ ມີເນື້ອທີ່ເກືອບ 4 ພັນເຮັກຕາ, ມາຮອດປັດຈຸບັນການປັກດຳເຂົ້າສຳເລັດເກືອບ 50% ສ່ວນຜົນຜະລິດປີນີ້ຄາດຈະໃຫ້ໄດ້ 68 ພັນກວ່າໂຕນ.

ອີງຕາມການລາຍງານຂໍ້ມູນຂອງຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ການປັກດຳເຂົ້ານາປີນີ້ແຕ່ລະເມືອງກໍໄດ້ດຳເນີນໄປຕາມປົກກະຕິຄືກັບແຕ່ລະປີຜ່ານມາ, ແຕ່ມີບາງເມືອງການປັກດຳຍັງຫຼ້າຊ້າ ໂດຍສະເພາະແມ່ນເມືອງຮຸນ ເນື່ອງຈາກສະພາບອາກາດບໍ່ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ນ້ຳໃນແມ່ນ້ຳບົກແຫ້ງ ແລະ ບໍ່ພຽງພໍຕໍ່ກັບການສະໜອງນ້ຳໃຫ້ແກ່ປະຊາຊົນຜູ້ທໍາການຜະລິດ ເຊິ່ງປັດຈຸບັນເມືອງຮຸນ ສຳເລັດການປັກດຳແລ້ວ ພຽງແຕ່ 15%, ສ່ວນເມືອງອື່ນໆທີ່ມີ ຄວາມສະດວກກໍໄດ້ປັກດຳສຳເລັດແລ້ວ 50% ຂຶ້ນເມື່ອ ເຊັ່ນ: ເມືອງໄຊ ສຳເລັດ50%, ເມືອງແບ່ງ 50%, ເມືອງຫຼາ 60%, ເມືອງນາໝໍ້ 60% ແລະ ເມືອງປາກແບງ ສຳເລັດ 50%. ສະເລ່ຍທົ່ວແຂວງອຸດົມໄຊ ສຳເລັດແລ້ວ ເກືອບ 50%.

ສໍາລັບການປູກເຂົ້ານາປີໃນປີນີ້ທົ່ວແຂວງອຸດົມໄຊ ມີເນື້ອທີ່ທັງໝົດ 16.220 ເຮັກຕາ ເພີ່ມຂຶ້ນຈາກປີຜ່ານມາ 314 ເຮັກຕາ ເນື່ອງຈາກປະຊາຊົນໄດ້ຫັນມາບຸກເບີກ ແລະ ປັບປຸງເນື້ອທີ່ເກົ່າຄືນ ແລະ ເນື້ອທີ່ໃໝ່ອີກຈຳນວນໜຶ່ງ. ໃນນັ້ນ, ເມືອງທີ່ມີເນື້ອທີ່ຫຼາຍກວ່າໝູ່ແມ່ນເມືອງໄຊ 3.881 ເຮັກຕາ, ເມືອງຮຸນ ມີ 3.560 ເຮັກຕາ ແລະ ເມືອງນາໝໍ້ ມີ 3.187 ເຮັກຕາ. ສະເລ່ຍ 4,2 ໂຕນຕໍ່ເຮັກຕາ ຄາດວ່າຜົນຜະລິດທີ່ຈະໄດ້ຮັບໃນປີນີ້ປະມານ 68.943 ໂຕນ.

( ຂ່າວ: ຄານມະນີ ຮຽນດໍຈັນ )