ຮ່ວມທຳບຸນ ລະນຶກເຖິງວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 110 ປີ

184

ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຄົບຮອບ 110 ປີພໍດີ (13/7/1909-13/7/2019), ທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຖະແຫຼງຂ່າວ ກ່ຽວກັບຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຕັ້ງແຕ່ໄວເດັກ ຈົນເຖິງໄລຍະເວລາທີ່ເພິ່ນໄດ້ກາຍເປັນຜູ້ນຳທີ່ດີເດັ່ນຂອງຊາດລາວ ພ້ອມນັ້ນຍັງຈະໄດ້ຮ່ວມກັນຈັດຕັ້ງກອງບຸນ 2 ກອງຂຶ້ນ ໃນວັນຄ້າຍວັນເກີດ 110 ປີ ຂອງເພິ່ນ (ພ້ອມດ້ວຍພັນລະຍາ) ໃນລະຫວ່າງວັນທີ 12-13 ກໍລະກົດ 2019 ນີ້, ທີ່ອະນຸສອນສະຖານປະທານສຸພານຸວົງ.

 

 

ຕະຫຼອດຊີວິດຂອງປະທານ ສຸພານຸວົງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ພິລະອາດຫານ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພັດທະນາປະເທດຊາດນັບມື້ນັບຈະເລີນກ້າວໜ້າ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າມີຄວາມຜາສຸກຍິ່ງໆ. ໃນນາມເປັນປະທານປະເທດທ່ານທຳອິດຂອງ ສປປ ລາວ, ປະທານສະພາປະຊາຊົນສູງສຸດທ່ານທຳອິດ ຂອງ ສປປ ລາວ, ປະທານແນວລາວອິດສະຫຼະ, ປະທານແນວລາວຮັກຊາດ, ປະທານແນວລາວສ້າງຊາດທ່ານທຳອິດ ແລະ ໃນບົດບາດທີ່ດີເດັ່ນອື່ນໆອີກ, ປະທານ ສຸພານຸວົງ ໄດ້ເປັນແບບຢ່າງອັນເຫຼື້ອມໃສໃນຄວາມຈົ່ງຮັກພັກດີຕໍ່ພາລະກິດປະຕິວັດ, ຕໍ່ອຸດົມການອັນສູງສົ່ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ຍອມເສຍສະຫຼະສິດຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ, ເພື່ອຊາດ, ເພື່ອປະຊາຊົນຢູ່ສະເໝີ.

 

 

ປະທານ ສຸພານຸວົງ ມີນ້ຳໃຈຮັກຊາດຮັກປະຊາຊົນຢ່າງດູດດື່ມ, ເປັນແວ່ນແຍງອັນເຫຼື້ອມໃສໃນການດຳລົງຊີວິດແບບລຽບງ່າຍ, ປະຢັດມັດທະຍັດ ແລະ ປອດໃສຂາວສະອາດໃນຊົ່ວຊີວິດຂອງທ່ານ. ພ້ອມກັນນັ້ນ, ທ່ານຍັງມີຄວາມຮັກບໍລິສຸດຜຸດຜ່ອງຕໍ່ຄອບຄົວ, ລູກຫຼານ, ພີ່ນ້ອງຮ່ວມຊາດຕະຫຼອດມາ ແລະ ເປັນແບບຢ່າງໃນການດຸໝັ່ນອອກແຮງງານ, ຄົ້ນຄວ້າຮ່ຳຮຽນສະແຫວງຫາຄວາມກ້າວໜ້າຮອບດ້ານ.

 

 

ນອກນັ້ນ, ທ່ານຍັງມີນ້ຳໃຈເອື້ອເຟື້ອເພື່ອແຜ່ຕໍ່ເພື່ອນມິດທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ຮັກຫອມສັນຕິພາບ, ຮັກຄວາມເປັນທຳ ແລະ ມີນ້ຳໃຈສາກົນອັນສູງສົ່ງຕໍ່ເພື່ອນມິດຍຸດທະສາດພິເສດຢ່າງເດັດດ່ຽວໜຽວແໜ້ນ… ຖືໂອກາດນີ້, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ທ່ານ ແລະ ຂໍຮ່ຳຮຽນເອົາແບບຢ່າງທີ່ດີງາມຂອງທ່ານຕະຫຼອດໄປ.

 

 

ສະນັ້ນ, ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ທາງຄອບຄົວສຸພານຸວົງ ພ້ອມດ້ວຍການຈັດຕັ້ງພັກ-ລັດ ໄດ້ຮ່ວມກັນຈັດຕັ້ງກອງບຸນ 2 ກອງຂຶ້ນ ໃນວັນຄ້າຍວັນເກີດ 110 ປີ ຂອງເພິ່ນ (ພ້ອມດ້ວຍພັນລະຍາ) ໃນລະຫວ່າງວັນທີ 12-13 ກໍລະກົດ 2019ນີ້, ທີ່ອະນຸສອນສະຖານປະທານສຸພານຸວົງ ບ້ານ ໂພນສະອາດ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.