ເປີດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງ

129

ເປີດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງໃນ ສປປ ລາວ ເພື່ອເສີມສ້າງໃນການແຂ່ງຂັນຂອງທຸລະກິດ SME ແລະ 50% ທີ່ເປັນຜູ້ປະກອບການຍິງຮັບບຸລິມະສິດພິເສດຄັດເລືອກເຂົ້າຮ່ວມໂຄງການ.

ໃນວັນທີ 9 ກໍລະກົດ 2019 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ( ສຄອຊ ) ໄດ້ມີພິທີເປີດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງໃນ ສປປ ລາວ ( Trade for Sustainable Development ( T4SD ) Hub Laos ) ພາຍໃຕ້ການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ໂຈເຊບ ໂວກເນກ ( Joseph Wozniak ) ຫົວໜ້າໂຄງການ T4SD ສູນການຄ້າສາກົນ, ທ່ານ ສະເຕຟານ ເຮີສ ຕຣອມ ( Staffan Herrstrom ) ເອກອັກຄະລັກສະທູດຊູແອັດ ທີ່ບາງກອກ ປະເທດໄທ ພ້ອມດ້ວຍແຂກຖືກເຊີນຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມ 80 ທ່ານ.

ຈຸດປະສົງເພື່ອປະກາດແນວທາງການຈັດຕັ້ງປະຕິບັດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງຂອງ ສປປ ລາວ ທີ່ຈະເລີ່ມຈັດຕັ້ງປະຕິບັດໃນໄລຍະ 24 ເດືອນຕໍ່ໜ້ານີ້ ເຊິ່ງຈະໄດ້ຄັດເລືອກເອົາຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) 15 ບໍລິສັດ ໂດຍໃຫ້ບຸລິມະສິດພິເສດ SME ປະເພດຊາ, ກາເຟ, ເຂົ້າ, ບໍລິສັດທີ່ໄດ້ເຂົ້າຮ່ວມໂຄງການຈະໄດ້ຮັບການຊ່ວຍເຫຼືອ ຄື: 1). ດ້ານກໍານົດມາດຕະຖານຄຸນນະພາບສາກົນແບບຍືນຍົງ: ແມ່ນເພື່ອຊ່ວຍຜູ້ປະກອບການ ຫຼື ວິສາຫະກິດສາມາດເຂົ້າໃຈເຖິງຂະບວນການ ແລະ ຂັ້ນຕອນຕ່າງໆທີ່ກ່ຽວກັບມາດຕະຖານສາກົນໃນເງື່ອນໄຂທີ່ອົງການຮັບຮອງມາດຕະຖານສາກົນໄດ້ກຳນົດໄວ້ ແລະ 2). ການກຳນົດສິນຄ້າທີ່ຕະຫຼາດສາກົນຕ້ອງການ: ເນັ້ນໃສ່ການສ້າງຄວາມເຂັ້ມແຂງທຸລະກິດ SME ໃນ ສປປ ລາວ ໂດຍວິທີການເຮັດການຕະຫຼາດ ແລະ ການຈັດຕໍາແໜ່ງຜະລິດຕະພັນໃນຕະຫຼາດສາກົນ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ໂຄງການພັດທະນາການຄ້າແບບຍືນຍົງນີ້ ໄດ້ດໍາເນີນການມາ 2 ປີແລ້ວ ຢູ່ປະເທດຫວຽດນາມ, ການາດາ, ເຄນຢາ ແລະ ປະເທດເປຣູ ເຊິ່ງທາງໂຄງການໄດ້້ຊອກຫາຜູ້ຮ່ວມພັດທະນາອີກ 2 ປະເທດ ໂດຍໄດ້ເລືອກເອົາ ສປປ ລາວ ເຂົ້າຮ່ວມ. ໂຄງການນີ້ຖືວ່າເປັນໂຄງການທີ່ດີໃນການສົ່ງເສີມຜູ້ປະກອບການ SME ໃນລາວ ເພາະປັດຈຸບັນທາງ ສອຄຊ ກໍໄດ້ມີໂຄງການຜະລິດຕະພັນ ແລະ ໂຄງການສ້າງຍີ່ຫໍ້ລາວ ເພື່ອຊ່ວຍໃຫ້ຜູ້ປະກອບການສາມາດສ້າງຜະລິດຕະພັນພຣີມ້ຽມ ແລະ ສົ່ງອອກຕະຫຼາດຕ່າງປະເທດໄດ້ ເຊິ່ງຄາດການຜົນໄດ້ຈາກການປະຕິບັດໂຄງການນີ້ ຈະເພີ່ມ ຄວາມຮູ້ ແລະ ທັກສະທາງດ້ານການກຳນົດມາດຕະຖານຄຸນນະພາບສາກົນແບບຍືນຍົງ ແລະ ການກຳນົດສິນຄ້າທີ່ຕະຫຼາດສາກົນຕ້ອງການ, ອຳນວຍຄວາມສະດວກໃນການເຂົ້າຫາຕະຫຼາດສາກົນ, ປັບປຸງການບໍລິການຂອງ ສຄອຊ ເພື່ອສົ່ງເສີມທຸລະກິດ SME ຕໍ່ກັບການກໍານົດຄຸນນະພາບມາດຕະຖານສາກົນແບບຍືນຍົງ ແລະ ກໍານົດສິນຄ້າທີ່ຕະຫຼາດຕ້ອງການ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ຜູ້ປະກອບການ SME ຈໍານວນ 15 ບໍລິສັດ ຈະໄດ້ຮັບການຝຶກອົບຮົມໃນການເຊື່ອມໂຍງຫາຕະຫຼາດສາກົນ ແລະ 50% ທີ່ເປັນຜູ້ປະກອບການຍິງແມ່ນໄດ້ຮັບບຸລິມະສິດພິເສດທີ່ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການດັ່ງກ່າວ.

ທ່ານ ໂຈເຊບ ໂວກເນກ ກ່າວວ່າ: ການຈັດຕັ້ງປະຕິບັດໂຄງການນີ້ ສປປ ລາວ ແມ່ນເປັນປະເທດທີ 5 ພວກເຮົາເຮັດໜ້າທີ່ສົ່ງເສີມການປັບປ່ຽນຜູ້ປະກອບການທຸລະກິດ SME ໄປສູ່ເສດຖະກິດສີຂຽວ ໂດຍສະໜອງວິຊາການແກ່ຜູ້ປະກອບການ SME ໃນການສົ່ງເສີມຄວາມຮູ້ ພ້ອມທັງເຕັກນິກໃນການເຮັດທຸລະກິດສີຂຽວ, ການໃຫ້ບໍລິການທີ່ແນໃສ່ມາດຕະຖານການເຮັດທຸລະກິດແບບຍືນຍົງ, ການເລັ່ງເຫັນ ຄວາມສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການໃຊ້ຊັບພະຍາກອນໃຫ້ເກີດຜົນປະໂຫຍດສູງສຸດ. ທັງນີ້, ໃນ ສປປ ລາວ, ສຄອຊ ແມ່ນໄດ້ຄັດເລືອກເປັນອົງການຈັດຕັ້ງປະຕິບັດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງ ໂດຍໜ່ວຍງານສົ່ງເສີມການພັດທະນາແບບຍືນຍົງປະຈຳສຳນັກງານ ສອຄຊ ໜ່ວຍງານນີ້ຈະໄດ້ຮັບການສະໜັບສະໜູນດ້ານວິຊາການຈາກທີມງານສູນການຄ້າສາກົນ ເພື່ອສ້າງໜ່ວຍງານນີ້ໃຫ້ເປັນໜ່ວຍງານທີ່ສາມາດໃຫ້ບໍລິການໃຫ້ຄຳປຶກສາໃຫ້ແກ່ຜູ້ປະກອບການທຸລະກິດ SME.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )