ເອົາໄປບຳບັດຢາເສບຕິດ ສ້າງວິຊາຊີບໃຫ້ພ້ອມ

64

ໃນວັນທີ 8 ກໍລະກົດ 2019, ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຂອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປິດຊຸດຝຶກອົບຮົມຄວາມຮູ້ພື້ນຖານ ກ່ຽວກັບກົດໝາຍ, ການຕິດຕັ້ງໄຟຟ້າ ແລະສອນຂັບລົດໃຫ້ແກ່ຜູ້ປິ່ນປົວ-ບໍາບັດຢາເສບຕິດ ທີ່ເຂົ້າຮ່ວມໂຄງການປິ່ນປົວແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ຈໍານວນ 24 ຄົນ.

 

 

ເຂົ້າຮ່ວມໃນພິທີເປີດຝຶກອົບຮົມໂດຍ ພັນໂທ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງຕໍາຫຼວດ ຫົວໜ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ່ຕິດຢາເສບຕິດ, ມີທ່ານ ໜູພອນ ພົມມະຫາໄຊ ຮອງຫົວໜ້າສູນບໍລິການຄວາມຮູ້ທາງດ້ານກົດໝາຍເພື່ອປະຊາຊົນ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງຂອງຜູ້ປິ່ນປົວເຂົ້າຮ່ວມ.

 

 

ທັງນີ້, ກໍ່ເພື່ອເປັນການສ້າງວິຊາຊີບ ແລະ ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ຜູ້ປິ່ນປົວ-ບໍາບັດຜູ້ຕິດຢາເສບຕິດ ເຊິ່ງໄດ້ນໍາເອົາວິຊາທີ່ຈະໄດ້ຮຽນມີຄື: 1 ຄວາມຮູ້ທາງດ້ານກົດໝາຍຄື: ກົດໝາຍທຸລະກິດ, ກົດໝາຍອາຍາ, ກົດໝາຍແພ່ງ ແລະ ລັດຖະສາດ; 2 ວິຊາໄຟຟ້າພາຍໃນອາຄານ ແລະ 3 ຮຽນຂັບລົດບັນທຸກ, ລົດເກດ, ລົດເບົາ ແລະ ລົດຈັກ. ໃນນີ້ ຈະໄດ້ແບ່ງເປັນ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.

 

 

ພັນໂທ ແສງທອງ ເກື້ອບຸນລໍ້າ ກ່າວວ່າ: ຈຸດປະສົງໃນການເປິດຝຶກອົບຮົມວິຊາຊີບໄລຍະສັ້ນໃນຄັ້ງນີ້ ກໍເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ເຂົາເຈົ້າ ພາຍຫຼັງທີ່ຖືກປ່ອຍຕົວອອກໄປສູ່ສັງຄົມ ໃຫ້ນໍາເອົາວິຊາຊີບທີ່ໄດ້ຮໍ່າຮຽນມານັ້ນ ໄປໝູນໃຊ້ໃຫ້ເກີດປະໂຫຍດກັບຕົນເອງ, ຄອບຄົວ ແລະ ສັງຄົມ.

 

 

 

ຂໍ້ມູນ: ປ້ອງກັນຄວາມສະຫງົບ