ການເງິນເມືອງຕົ້ນເຜິ້ງ ເກັບລາຍຮັບລື່ນແຜນ

43

ໃນປີ 2019 ຫ້ອງການ – ການເງິນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຕັ້ງເປົ້າກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ລື່ນແຜນການປີຢ່າງໜ້ອຍ 5 – 6%, ຂະນະທີ່ຕົວເລກຈັດຕັ້ງປະຕິບັດໃນ 5 ເດືອນຜ່ານມາປະຕິບັດໄດ້ 2,90 ຕື້ ກວ່າກີບ ເທົ່າກັບ 71,34% ຂອງແຜນການປີ.

ທ່ານ ປະສິດ ທິບພະວັນ ຫົວໜ້າຫ້ອງການ – ການເງິນເມືອງຕົ້ນເຜິ້ງ ໃຫ້ສໍາພາດວ່າ: ໃນປີ 2019 ຫ້ອງການ – ການເງິນເມືອງຕົ້ນເຜິ້ງ ໄດ້ຮັບຕົວເລກແຜນການ 4,07 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 5 ເດືອນ ປີ 2019 ສາມາດປະຕິບັດໄດ້ 2,90 ຕື້ ກວ່າກີບ ເທົ່າກັບ 71,34% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 131%.

ໃນນັ້ນ, ລາຍຮັບລວມມີສ່ວຍສາອາກອນປະຕິບັດໄດ້ 2,35 ຕື້ກວ່າກີບ ເທົ່າກັບ 63,15% ຂອງແຜນການປີ, ລາຍຮັບພາສີທີ່ດິນປະຕິບັດໄດ້ 485 ລ້ານກວ່າກີບ ເທົ່າກັບ 49,16% ຂອງແຜນການປີ, ລາຍຮັບຄ່າທຳນຽມປະຕິບັດໄດ້ 181 ລ້ານກວ່າກີບ ເທົ່າກັບ 51% ຂອງແຜນການປີ, ລາຍຮັບຄ່າບໍລິການປະຕິບັດໄດ້ 336 ລ້ານກວ່າກີບ ເທົ່າກັບ 61% ຂອງແຜນການປີ ແລະ ລາຍຮັບຊັບສິນຂອງລັດ ປະຕິບັດໄດ້ 554 ລ້ານກວ່າກີບ ເທົ່າກັບ 159% ຂອງແຜນການປີ, ສ່ວນລາຍຮັບຈາການດຸນດ່ຽງປະຕິບັດໄດ້ 7,85 ຕື້ກວ່າກີບ ເທົ່າກັບ 40% ຂອງແຜນການປີ.

ແນວໃດກໍດີໝົດປີ 2019 ຫ້ອງ  ການ – ການເງິນເມືອງຕົ້ນເຜິ້ງ ໄດ້ຕັ້ງເປົ້າສູ້ຊົນດ້ານລາຍຮັບໃຫ້ໄດ້ຕາມແຜນການ ແລະ ລື່ນແຜນການປີຢ່າງໜ້ອຍ  5 – 6%, ພ້ອມທັງໄດ້ມີມາດຕະການຈໍານວນໜຶ່ງ ເປັນຕົ້ນການສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ບັນດາພະນັກງານ – ລັດຖະກອນໃຫ້ມີ ຄວາມໜັກແໜ້ນ, ມີຄວາມສະຫງົບ, ສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນເຈົ້າການປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບກຳຂໍ້ມູນວິຊາອາຊີບຈາກຫົວໜ່ວຍພື້ນຖານຕ່າງໆ, ເພີ່ມທະວີການຕິດຕາມ ແລະ ກວດກາການຂຶ້ນແຜນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍງົບປະມານ, ພ້ອມທັງເອົາໃຈໃສ່ເຊື່ອມຊຶມບັນດານິຕິກຳດ້ານການເງິນ, ຂໍ້ຕົກລົງວ່າດ້ວຍຂໍ້ຫ້າມ ແລະ ວິໄນຂອງພະນັກງານ ແລະ ກົດໝາຍວ່າດ້ວຍພະນັກງານ – ລັດຖະກອນຢ່າງເປັນປົກກະຕິ.

ພ້ອມດຽວກັນນີ້, ໄດ້ຊຸກຍູ້ການເກັບຄ່າທຳນຽມ – ຄ່າບໍລິການຂອງບັນດາຫ້ອງການອ້ອມຂ້າງ ແລະ ລາຍຮັບຈາກຄ່າທຳນຽມທີ່ດິນ ( ພາສີທີ່ດິນປະຈຳປີ ) ຈຳນວນ 38 ບ້ານ, 15.020 ຕອນດິນ, ຊຸກຍູ້ບັນດາຫົວໜ່ວຍທຸລະກິດໃນການເກັບອາກອນຕາມການແບ່ງຂັ້ນຄຸ້ມຄອງ ແລະ ຈັດເກັບທັງໝົດ 659 ຫົວໜ່ວຍ, ລາຍຮັບຈາກການຄຸ້ມຄອງຊັບສິນຂອງລັດ ເຊັ່ນ: ຄ່າຊັບພະຍາກອນດິນ, ຄ່າຊັບພະຍາກອນນໍ້າ, ຄ່າຊັບພະຍາກອນແຮ່ – ຊາຍຕາມລຳແມ່ນໍ້າຂອງ ແລະ ລາຍຮັບຈົດທະບຽນວິສາຫະກິດຕາມຫົວໜ່ວຍທຸລະກິດຕ່າງໆ.

( ແຫຼ່ງຂ່າວ: ກະຊວງການເງິນ )