ກິນກ້ວຍແລ້ວ ເປືອກກ້ວຍຍັງເປັນປຸ໋ຍຊັ້ນຍອດອີກ

77

ກ້ວຍ ຖືເປັນພືດທີ່ມີປະໂຫຍດຫຼາຍບໍ່ວ່າຈະເປັນໃບ ລໍາຕົ້ນ ປີ ໝາກ ລວມທັງເປືອກຂອງກ້ວຍທີ່ກໍມີປະໂຫຍດຫຼາຍ ເຊິ່ງມື້ນີ້ຂໍແນະນໍາ 1 ຄຸນປະໂຫຍດຂອງເປືອກກ້ວຍເອົາມາໃຊ້ເປັນຝຸ່ນບໍາລຸງໃຫ້ພືດຜັກເຮົາມີສີສັນສົດງົດງາມຕາມວິທີນີ້:

ກຽມອຸປະກອນກ່ອນຄື: ໂຖໄວ້ໃສ່, ເປືອກກ້ວຍ, ນໍ້າລ້າ, ນໍ້າຕານ ຈາກນັ້ນກໍເລີ່ມເຮັດເລີຍ

ຊອຍເປືອກກ້ວຍເປັນຕ່ອນນ້ອຍໆເຄິ່ງໂຖ ໃສ່ລົງໄປໃນໂຖ, ໃສ່ນໍ້າຕານ 1 ບ່ວງ ຕາມດ້ວຍນໍ້າເຕັມໂຖ ຈາກນັ້ນຄົນໃຫ້ເຂົາກັນ ປະໄວ້ 7 ມື້

ສໍາລັບວິທີໃຊ້: ກອງເອົານໍ້າປະລິມານ 5 ບ່ວງ ຜະສົມກັບນໍ້າ 1 ລິດ ໃຊ້ອາທິດລະ 1-2 ຄັ້ງ ຈະຊ່ວຍໃຫ້ພືດຜັກທີ່ເຮົາປູກຂຽວງາມເປັນຕາແຊບ
ແບບນີ້ແລ້ວກິນກ້ວຍກໍເກັບເປືອກກ້ວຍໄວ້ເລີຍ…