ນະຄອນຫຼວງ ພົບໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ

67

ກະຊວງກະສິກໍາ ແລະ ປ່າໄມ້ ເລັ່ງຕອບໂຕ້ ແລະ ສະກັດກັ້ນເປັນການດ່ວນຕໍ່ພະຍາດອະຫິວາໝູອາຟຣິກາ, ຫຼັງຫຼ້າສຸດກວດພົບເຊື້ອພະຍາດຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍສັ່ງຫ້າມນຳໝູເຂົ້າ – ອອກໃນເຂດທີ່ມີການລະບາດ.

ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້ໄດ້ອອກແຈ້ງການ ສະບັບເລກທີ 1726/ກລປ ລົງວັນທີ 3 ກໍລະກົດ 2019 ເລື່ອງກ່ຽວກັບກໍລະນີກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັັນ ເຖິງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍມີເນື້ອໃນວ່າ ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບດ້ານລົບຕໍ່ການຜະລິດໝູ ແລະ ການດໍາລົງຊີວິດຂອງປະຊາຊົນມີຄວາມຈໍາເປັນຕ້ອງໄດ້ພ້ອມກັນຕ້ານ, ສະກັດກັ້ນ ແລະ ຕອບໂຕ້ພະຍາດໃຫ້ສະຫງົບລົງໂດຍໄວ, ກົມລ້ຽງສັດ ແລະ ການປະມົງ ຈຶ່ງແນະນໍາໃຫ້ປະຕິບັດບາງມາດຕະການດ່ວນສຸກເສີນ ດັ່ງນີ້:

1). ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ລາຍງານສະພາບການເກີດພະຍາດອະຫິວາໝູອາຟຣິກາ ແລະ ຂໍທິດຊີ້ນໍາ – ນໍາພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງ ພ້ອມທັງລົງປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ພະຍາດອະຫິວາໝູອາຟຣິກາທີ່ເກີດຂຶ້ນນີ້ ພ້ອມທັງວາງແຜນກຽມ ຄວາມພ້ອມ ເປັນຕົ້ນ: ກໍາລັງຄົນ, ວັດຖຸປະກອນ, ພາຫະນະ ແລະ ງົບປະມານ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບໂຕ້ພະຍາດໃຫ້ທັນການ.

2). ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ອໍານາດການປົກຄອງບ້ານລົງໂຄສະນາເຜີຍແຜ່ໄປຮອດຄອບຄົວຂອງຜູ້ທີ່ໄດ້ຮັບຜົນກະທົບ ແລະ ຄອບຄົວອ້ອມຂ້າງໃກ້ຄຽງຂອງບ້ານທີ່ໄດ້ຮັບຜົນກະທົບ ໂດຍໃຫ້ຕິດຕາມເຝົ້າລະວັງຢ່າງເຄັ່ງຄັດ, ສືບສວນ – ສອບສວນພະຍາດ, ເກັບກໍາຂໍ້ມູນສະພາບການລ້ຽງໝູ, ຈໍານວນໝູເຈັບ ຫຼື ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ, ພ້ອມທັງໃຫ້ນໍາສະເໜີຕໍ່ທ່ານເຈົ້າເມືອງ ເພື່ອປະກາດເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາຢ່າງເປັນທາງການ ຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດກໍານົດໄວ້ໂດຍດ່ວນ.

3). ຕັ້ງດ່ານກວດກາສັດຕະວະແພດຊົ່ວຄາວ ກວດຢຶດໝູ ແລະ ຜະລິດຕະພັນໝູທີ່ເຄື່ອນຍ້າຍຈາກເຂດລະບາດ ພ້ອມທັງຈັດຕັ້ງສີດພົ່ນຢາຂ້າເຊື້ອພາຫະນະທີ່ອອກຈາກເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນ.

4). ໃຫ້ຈັດຕັ້ງກັນລົງໂຄສະນາເຜີຍແຜ່, ໃຫ້ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງພະຍາດໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງ ພ້ອມທັງຊຸກຍູ້ລະດົມໃຫ້ເຂົາເຈົ້າສະໝັກໃຈເຂົ້າຮ່ວມປະຕິບັດມາດຕະການຕອບໂຕ້ພະຍາດທີ່ລັດວາງອອກຢ່າງພ້ອມພຽງ.

5). ເຮັດແຜນສະເໜີຂໍອຸປະກອນ ເຊັ່ນ: ເຄື່ອງນຸ່ງປ້ອງກັນ PPE, ຢາຂ້າເຊື້ອ, ສົບມື, ເກີບໂບກ ແລະ ອື່ນໆ ນໍາກົມລ້ຽງສັດ ແລະ ການປະມົງ ເພື່ອໄປຮັບໃຊ້ໃນການໂຕ້ຕອບພະຍາດໂດຍດ່ວນ.

6). ໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ຈັດຕັ້ງຂ້າທໍາລາຍໝູທີ່ຕິດເຊື້ອ ແລະ ໝູທີ່ສ່ຽງຕໍ່ການຕິດເຊື້ອເປັນວົງແຄບຢູ່ໃນຄອບຄົວຂອງເຂົາເຈົ້າ ຫຼື ຄອບຄົວໃກ້ຄຽງທີ່ສ່ຽງ ຫຼື ໄດ້ຮັບຜົນກະທົບ ໂດຍໃຫ້ຈົດບັນທຶກລາຍລະອຽດກ່ຽວກັບໝູທີ່ຖືກຂ້າທໍາລາຍຕາມຂະໜາດ, ອາຍຸ, ສາຍພັນເພື່ອເປັນບ່ອນອີງພື້ນຖານໃນການຊົດເຊີຍ ເພື່ອຕັດວົງຈອນຂອງເຊື້ອພະຍາດ ແລະ ກໍາຈັດໝູຕາຍ ແລະ ໝູຖືກຂ້າດ້ວຍການເຜົາ ຫຼື ຝັງໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ໃຫ້ນໍາເອົາໝູທີ່ເຈັບ ຫຼື ຕາຍ ໄປບໍລິໂພກ ຫຼື ຖິ້ມລົງຫ້ວຍນໍ້າລໍາເຊ ຫຼື ຕາມທໍາມະຊາດຢ່າງເດັດຂາດ.

7). ນໍາພາປະຊາຊົນເຮັດອະນາໄມ ແລະ ຂ້າເຊື້ອຄອກສັດ, ສີດພົ່ນດ້ວຍຢາຂ້າເຊື້ອ ຫຼື ໂຮຍດ້ວຍປູນຂາວໃຫ້ທົ່ວເຖິງໃນບໍລິເວນບ້ານທີ່ໝູອາໄສຢູ່ ຫຼື ບ່ອນທີ່ໝູຍ່າງໄປ – ມາແຕ່ລະມື້.

8). ໃຫ້ລາຍງານສະພາບການລະບາດຂອງພະຍາດ ແລະ ຄວາມຄືບໜ້າການປະຕິບັດມາດຕະການໂຕ້ຕອບພະຍາດໃຫ້ຂັ້ນເທິງຂອງຕົນ, ກົມລ້ຽງສັດ ແລະ ການປະມົງ ເປັນແຕ່ລະວັນ.

9). ປະຕິບັດມາດຕະການອື່ນໆຕາມກົດໝາຍ, ລະບຽບການ, ມາດຕະຖານ ແລະ ຂັ້ນຕອນການປະຕິບັດທາງດ້ານເຕັກນິກທີ່ເໝາະສົມ.

ໃນວັນທີ 8 ກໍລະກົດ 2019 ທ່ານ   ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກໍໄດ້ຖະແຫຼງຂ່າວທີ່ກົມລ້ຽງສັດ ແລະ ການປະມົງ ວ່າ: ປັດຈຸບັນຢູ່ແຂວງສາລະວັນ ມີໝູທີ່ໄດ້ຮັບເຊື້ອພະຍາດອະຫິວາໝູອາຟຣິກາ ແລະ ຕາຍແລ້ວ ປະມານ 2.340 ໂຕ. ຫຼ້າສຸດ, ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີໝູທີ່ໄດ້ຮັບເຊື້ອ ຈໍານວນ 110 ໂຕ. ໃນນີ້, ຕາຍເອງແລ້ວ 96 ໂຕ, ຂ້າທໍາລາຍຖິ້ມ 14 ໂຕ ເຊິ່ງເຂດດັ່ງກ່າວແມ່ນໄດ້ປະກາດເປັນເຂດແດງ ( ເຂດທີ່ມີການລະບາດເຊື້ອພະຍາດອະຫິວາໝູອາຟຣິກາ ) ແລ້ວ.

ຕໍ່ກັບເຫດການດັ່ງກ່າວກໍໄດ້ມີມາດຕະການທີ່ເຂັ້ມງວດບໍ່ໃຫ້ມີການນໍາໝູເຂົ້າ – ອອກໃນເຂດທີ່ມີການລະບາດ ເຊິ່ງຈະມີເຈົ້າໜ້າກວດກາຢ່າງເຂັ້ມງວດປະຈໍາຢູ່ດ່ານເຂດລະບາດໂດຍສະເພາະ.

ສ່ວນເຂດອື່ນໃນຂອບເຂດທົ່ວປະເທດກໍໄດ້ມີການຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບຄວາມຮ້າຍແຮງຂອງພະຍາດດັ່ງກ່າວ ເພື່ອໃຫ້ທຸກຄົນຫັນມາຮ່ວມມືກັນສະກັດກັ້ນ ແລະ ໂຕ້ຕອບພະຍາດນີ້ຢ່າງທັນການ. ເຖິງຢ່າງໃດກໍຕາມ, ປັດຈຸບັນນີ້ແມ່ນໄດ້ສືບຕໍ່ເຝົ້າລະວັງເພື່ອບໍ່ໃຫ້ພະຍາດນີ້ລະບາດອອກເປັນວົງກວ້າງກວ່າເກົ່າ; ສໍາລັບທຸລະກິດຟາມແມ່ນໃຫ້ມີມາດຕະການເຂັ້ມງວດໃນການເຂົ້າ – ອອກ ແລະ ສີດພົ່ນຢາຂ້າເຊື້ອ ພ້ອມຮັກສາຄວາມສະອາດຢູ່ສະເໝີ, ສ່ວນປະຊາຊົນຖ້າເກີດມີການລະບາດຢູ່ໃສໃຫ້ຕອບໂຕ້ຢ່າງທັນທີດ້ວຍການທໍາລາຍຖິ້ມດ້ວຍການເຜົາ ຫຼື ຝັງທັນທີ.

ດ້ານການຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ ລັດຖະບານກໍໄດ້ມີນະໂຍບາຍຊົດເຊີຍຄືນ ເຊິ່ງອາດຈະບໍ່ສາມາດເຮັດໄດ້ເຕັມສ່ວນ ແຕ່ຈະຊົດເຊີຍໃຫ້ດ້ວຍການຊື້ໝູພໍ່ແມ່ພັນໃຫ້ລ້ຽງຄືນ ເພື່ອຕອບສະໜອງວຽກງານຄໍ້າປະກັນສະບຽງອາຫານ ແລະ ຜະລິດໝູເປັນສິນຄ້າຂອງລາວເຮົາ, ທ່ານຮອງລັດຖະມົນຕີກ່າວ.

( ຂ່າວ: ເອຢິບ, ຮູບ: ສຸກສະຫວັນ )