ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເສັ້ນທາງແຫ່ງຄວາມຫວັງໃນການສ້າງ ສປປ ລາວຈາກປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານກຳລັງເດີນທາງໃກ້ສູ່ຈຸດໝາຍ ເມື່ອມີລາຍງານການກໍ່ສ້າງຄືບໜ້າແລ້ວຫຼາຍກວ່າ 70%.
ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ຫົວໜ້າ ຄະນະຄຸ້ມຄອງ ໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລາຍງານໃຫ້ຮູ້ໃນວັນທີ 5 ກໍລະກົດ 2019 ຜ່ານມາວ່າ: ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄດ້ລົງມືກໍ່ສ້າງ ທັງໝົດ 975 ຈຸດກໍ່ສ້າງ. ໃນນັ້ນ,ເຈາະອຸມົງທັງໝົດ 74 ອຸມົງ, ລວມ 229 ຈຸດກໍ່ສ້າງ, ສາມາດ ຊີເຈາະໄດ້ 168.799 ແມັດ, ເລີ່ມລົງມືກໍ່ສ້າງຂົວ 156 ແຫ່ງ, ໃນນັ້ນ ສ້າງຂົວສຳເລັດ 1.708 ເສົາ, ຊີເຈາະເຂັມເສົາຂົວໄດ້ ລວມຄວາມຍາວ 237.056 ແມັດ, ສໍາເລັດການວາງຂາງຂົວ 312 ຊ່ວງເສົາ.
ພ້ອມນັ້ນ, ຍັງໄດ້ສ້າງເສັ້ນທາງ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງ 922 ກິໂລແມັດ, ຂົວ 4.142 ແມັດ, ຕິດຕັ້ງສາຍສົ່ງໄຟຟ້າ 860 ກິໂລແມັດ, ຕິດຕັ້ງໝໍ້ແປງໄດ້ 261 ໜ່ວຍ ແລະ ສ້າງລະບົບນ້ຳປະປາໄດ້ 128 ກິໂລແມັດ.
ສຳລັບການມອບພື້ນທີ່ເພື່ອກໍ່ສ້າງ ແຂວງຫຼວງນ້ຳທາ ມາຮອດປັດຈຸບັນ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາແລ້ວ 16,6 ກິໂລແມັດ, ເທົ່າກັບ 98,2% ຂອງຄວາມຍາວທັງໝົດ 16,9 ກິໂລແມັດ, ແຂວງອຸດົມໄຊ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາ ລວມທັງໝົດ 125,77 ກິໂລແມັດ, ເທົ່າກັບ 99,36% ຂອງຄວາມຍາວທັງໝົດ 126,6 ກິໂລແມັດ.
ແຂວງຫຼວງພະບາງ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາ ລວມທັງໝົດ 76,94 ກິໂລແມັດ, ເທົ່າກັບ 96,18% ຂອງຄວາມຍາວທັງໝົດ 80 ກິໂລແມັດ. ສ່ວນແຂວງວຽງຈັນ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາ ລວມ 144,5 ກິໂລແມັດ, ເທົ່າກັບ 99,2%, ຂອງຄວາມຍາວທັງໝົດ 145,5 ກິໂລແມັດ ແລະ ນະຄອນຫຼວງວຽງຈັນ ສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາ ລວມທັງໝົດ 34,35 ກິໂລແມັດ ເທົ່າກັບ 86,52% ຂອງຄວາມຍາວທັງໝົດ 39,7 ກິໂລແມັດ.