ປກສ ໄຊເສດຖາ ກັກຕົວຜູ້ຄ້າ ພ້ອມຂອງກາງຢາບ້າ ຈຳນວນ 300 ກວ່າເມັດ

62

ເມື່ອທ້າຍອາທິດຜ່ານມາ ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ສົມທົບກັບອຳນາດການປົກຄອງບ້ານ ກັກຕົວຜູ້ຫາໃນຄະດີເຄືອຂ່າຍຄ້າຂາຍຢາເສບຕິດ 2 ຄົນ, ພ້ອມຂອງກາງຢາບ້າ ຈຳນວນ 328 ເມັດ, ໂທລະສັບມືຖື 1 ເຄື່ອງ ພ້ອມດ້ວຍເງິນສົດຈຳນວນໜຶ່ງ.

 

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາໃຫ້ຮູ້ວ່າ: ພວກຖືກຫາດັ່ງກ່າວ ຊື່ ນາງ ສຸກ ອາຍຸ 29 ປີ, ປະຊາຊົນບ້ານໃຫຍ່ອຸດົມ ແລະ ນາງ ໄພ ອາຍຸ 45 ປີ, ປະຊາຊົນບ້ານຕວຍ ເຊິ່ງທັງສອງຢູ່ເມືອງໄຊເສດຖາ ແຂວງ ອັດຕະປື.

ຜ່ານການສືບສວນ-ສອບສວນ ນາງ ສຸກ ໄດ້ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງໄຊເສດຖາ ວ່າ: ຕົນເອງໄດ້ເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດປະເພດຢາບ້າ ມາແຕ່ເດືອນ ມິຖຸນາ 2019 ໂດຍແຕ່ລະຄັ້ງ ແມ່ນໄດ້ຊື້ຢາບ້າຈາກ ນາງ ຄຳ ປະຊາຊົນບ້ານຕວຍ ເຊິ່ງເປັນຄົນກາງ ໃນການປະສານຊື້ຢາບ້າຈາກ ນາງ ໄພ ແລ້ວມາຂາຍໃຫ້ ນາງ ສຸກ ໃນລາຄາ ເມັດລະ 6.000 ກີບ, ແລ້ວ ນາງ ສຸກ ກໍ່ໄດ້ນຳໄປຂາຍໃຫ້ໄວລຸ້ນທົ່ວໄປ ໃນລາຄາເມັດລະ 10.000 ກີບ.

 

 

ຕົກມາຮອດວັນທີ 5 ກໍລະກົດ 2019 ນາງ ສຸກ ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດກັກຕົວໄດ້ ພ້ອມຂອງກາງຢາບ້າຄາມື ຈຳນວນ 162 ເມັດ. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ຈົນສາມາດກັກຕົວ ນາງ ໄພ ພ້ອມຂອງກາງຢາບ້າ ຈຳນວນ 166 ເມັດ ໃນຕອນເຊົ້າຂອງວັນທີ 6 ກໍລະກົດ 2019.

 

 

ປັດຈຸບັນ ປກສ ເມືອງໄຊເສດຖາ ໄດ້ມອບຄະດີ ແລະ ພວກຕ້ອງຫາທັງ 2 ຄົນ ໃຫ້ແກ່ກອງບັນຊາການ ປກສ ແຂວງອັດຕະປື ດຳເນີນການສືບສວນ – ສອບສວນຂະຫຍາຍຜົນ ຫາຜູ້ຮ່ວມກະທໍາຜິດ ຄື ນາງ ຄຳ ທີ່ໄດ້ເອົາໂຕຫຼົບໜີໄປກ່ອນໜ້ານີ້ ມາດຳເນີນຄະດີຕາມລະບຽບກົດໝາຍ.