ປິ່ນປົວຟຣີທົ່ວໂລກ! ເຮືອໂຮງໝໍຈາກຈີນ ອອກທ່ອງທະເລຊ່ວຍເຫຼືອຜູ້ເຈັບປ່ວຍ

52

ສໍານັກຂ່າວຕ່າງປະເທດລາຍງານຈາກປະເທດຈີນ ເມື່ອວັນຈັນ ທີ 8 ກໍລະກົດ ກ່ຽວກັບ ເຮືອໂຮງໝໍ ລໍາໃໝ່ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ ສ້າງຂຶ້ນໂດຍບໍລິສັດທຽນຈິນ ຊິນກັງ ຊິບບິລດິ້ງ ເຮັຟວີ່ ອິນດັສທີ ຈໍາກັດ (Tianjin Xingang Shipbuilding Heavy Industry Co, Ltd) ບໍລິສັດໃນເຄືອໄຊນາ ຊິບບິລດິ້ງ ອິນດັສທີ ຄໍປໍເຣຊັ່ນ (China Shipbuilding Industry Corporation) ລັດວິສາຫະກິດລາຍໃຫຍ່ຂອງຈີນ.

ເຮືອໂຮງໝໍລໍານີ້ ໃຫຍ່ທີ່ສຸດໃນໂລກ ຄວາມຍາວ 174,1 ແມັດ ກວ້າງ 28,6 ແມັດ ສູງ 12 ຊັ້ນ ເປັນເຮືອໂຮງໝໍເອກະຊົນທີ່ຈີນສ້າງໃຫ້ກັບສະຫະລັດ ອາເມລິກາ ເພື່ອແລ່ນໄປທົ່ວໂລກໃຫ້ບໍລິການທາງການແພດແກ່ຄົນທຸກຍາກທຸກຊົນຊັ້ນ ໂດຍເນັ້ນພື້ນທີ່ຂອງຄົນທຸກຍາກເປັນພິເສດ ແລະ ຍັງເປັນໂອກາດທີ່ບຸກຄະລາກອນທາງການແພດທີ່ຈະໄດ້ເຝິກຝົນວິຊາຊີບອີກດ້ວຍ.

ເປັນທີ່ຍ້ອງຍໍຢ່າງຫຼວງຫຼາຍ ຄືເຮືອໂຮງໝໍທີ່ພ້ອມໄປດ້ວຍ ຫ້ອງປະຕິບັດການ, ຄລິນິກທົ່ວໄປ, ຄລິນິກປົວຕາ ແລະ ຄິນິກປົວແຂ້ວ ໃຫ້ບໍລິການໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍສ່ວນໜຶ່ງກໍ່ໄດ້ເປີດຮັບແຮງສະໜັບສະໜຸນຈາກປະຊາກອນໂລກທີ່ມີຈິດໃຈເມດຕາ ແລະ ສົ່ງເສີມການຊ່ວຍເຫຼືອທາງການແພດໃນການຮ່ວມກັນບໍລິຈາກ ເພື່ອຊ່ວຍເຫຼືອຜູ້ທຸກຍາກຄຽງຄູ່ໄປນໍາ.

ນອກຈາກນີ້, ພາຍໃນເຮືອໂຮງໝໍນັ້ນ ຍັງມີຫ້ອງພັກດ່ຽວ, ຫ້ອງພັກສໍາລັບຄອບຄົວ, ພື້ນທີ່ພັກຜ່ອນ, ຮ້ານອາຫານ, ກາເຟ ແລະ ຮ້ານຄ້າຕ່າງໆອີກຫຼວງຫຼາຍ ເຊິ່ງຫຼ້າສຸດ ເຮືອລໍານີ້ສ້າງສໍາເລັດສົມບູນແລ້ວ ແລະ ຖືກປ່ອຍອອກຈາກອູ່ຕໍ່ເຮືອລົງສູ່ທ້ອງທະເລທີ່ທ່າເຮືອໃນເມືອງທຽນຈິນ ທາງພາກຕາເວັນອອກສຽງເໜືອຂອງປະເທດຈີນ.