ມິວສິກວິດີໂອເພງ ມ 7 ພ້ອມເປີດ 22 ກໍລະກົດນີ້

62

ແຟນເພງ ຕີ ອຸດາໄລ ກຽມຊົມມິວຊິກວິດີໂອເພງ ມ 7 ໄດ້ແລ້ວຫຼັງຈາກທີ່ກ່ອນໜ້ານີ້ ຕີ໋ ໄດ້ປ່ອຍຜົນງານເພງ ມ 7 ໃນຮູບແບບສຽງອອກມາທັກທາຍແຟນເພງກ່ອນ ແລະ ກໍໄດ້ປະກາດຫານັກສະແດງນໍາ, ນັກສະແດງປະກອບຕ່າງໆ ແລະ ໄດ້ຖ່າຍທໍາສໍາເລັດເປັນທີ່ຮຽບຮ້ອຍ ໃນວັນທີ 7 ກໍລະກົດຜ່ານມາ ປັດຈຸບັນກໍາລັງຢູ່ໃນຂະບວນການຕັດຕໍ່ຢູ່ ແລະ ຈະປ່ອຍມາໃຫ້ຊົມກັນແບບເຕັມໆໃນວັນທີ 22 ກໍລະກົດ 2019 ນີ້.

ຕີ໋ ໄດ້ໂພສຜ່ານເຟດບຸກສ່ວນຕົວໃນມື້ວານນີ້ວ່າ: “ຜ່ານພົ້ນໄປດ້ວຍດີສຳລັບການຖ່າຍທຳເອັມວີເພງ ມ 7 ຂອບໃຈທີມງານທຸກຄົນທີ່ສູ້ແດດສູ້ຮ້ອນຫມົດມື້ຫມົດເວັນ..ພິເສດສຸດ ຂອບໃຈ ເຈ້ຍ ແຂ້ວແຫ້ງ, ສັກ ເຊວ ,ເທິ ຢູນາ ,ຢຸ່ຍ, ມາດາມ ໂບ, ຈິດ ພຣີ້ນເຊສ, ນ້ອງ ຮັນນ້າ, ນ້ອງ ໂສ ແລະ ທຸກໆຄົນ…ຢາກເອີ່ຍຊື່ຫມົດແຕ່ບໍ່ຈື່…ພ້ອມດ້ວຍຂອບໃຈຫມູ່ຄູ່ ອຸດົມເລກ 6 ແລະ ພາກສ່ວນອື່ນໆ ທີ່ມາຊ່ວຍປະກອບສາກໃຫ້ສົມບູນແບບ…

ໜຸ່ມຕີບອກວ່າ ຖ້າພົບກັບເອັມວີທີ່ຕົນໄດ້ລົງທຶນຫລາຍທີ່ສຸດໃນປະຫວັດສາດການເຮັດເພງ ເທົ່າທີ່ເຄີຍມີມາ..ທີ 22 ກໍລະກົດ 2019”, ຕອນນີ້ບໍ່ສາມາດນຶກພາບໄດ້ແຕ່ມີຄົນດັງຈຳນວນບໍ່ໜ້ອຍທີ່ຖືກເອີ່ຍເຖິງແອັດວ່າບໍ່ທຳມະດາແນ່ນອນນໍໆໆ!

ຕີ໋ ອຸດາໄລ ເປັນສິນລະປິນນັກຮ້ອງດັງທີ່ມີສຽງມ່ວນເປັນເອກກະລັກບໍ່ວ່າຈະເຮັດຜົນງານເພງໃດອອກມາກໍເປັນທີ່ນິຍົມ ໂດຍສະເພາະເພງ ມ 5 ທີ່ຕ້ອງບອກໄດ້ວ່າຕິດທ໋ອບສູງສຸດດົນທີ່ສຸດ ແບບມີເນື້ອຫາກິນໃຈໃຜຫຼາຍໆຄົນ ເປັນກະແສຕັ້ງແຕ່ມື້ນັ້ນຈົນເຖິງປັດຈຸບັນ ນອກນັ້ນຍັງມີເພງ ເທນໍ້າລົງຊາຍ, ລູກຜູ້ຊາຍຕາຍໆ, ຂ້ອຍຂໍໂທດ, ໜາມກຸລາບ, ນໍ້າຕາລູກຜູ້ຊາຍ … ແລະ ຜົນງານຫຼ້າສຸດ ເພງ ມ 7 ທີ່ມີເນື້ອຫາກ່ຽວກັບຄວາມຮັກ, ຄວາມຄິດຮອດ ຄວາມຊົງຈໍາ ຂອງໝູ່ຄູ, ຄົນທີ່ແອບຮັກ ຄູອາຈານ ເລື່ອງລາວໃນຕອນ ມ 7 ທີ່ບອກເລີຍວ່າ ຟັງແລ້ວຄິດຮອດຄວາມຫຼັງແທ້ໆ …

ແລະ ແຟນເພງຂອງຕີ໋ ອຸດາໄລ ສາມາດຮ່ວມ ກິດຈະກໍາ ໂຄບເວີ້ເພງເພື່ອຊີງລາງວັນຈາກ ແປ໋ບຊີ້ ແລະ T-plus (Bee line) ຄື:
1 ໂຄບເວີ້ເພງ ມ.7 ປະເພດຍິງຊາຍ ລາງວັນລະ 1.000.000 ກີບ + ບັດເຕີມເງິນ 500.000 ກີບ
2 ເລົ່າເລື່ອງລາວຄວາມປະທັບໃຈ (ອັດຄລິບຫລືຊະໄລ້) ແລະ ສິ່ງທີ່ຢາກກັບໄປແກ້ໄຂທີ່ສຸດຕອນຢູ່ ມ.7 ມ.6 ຫລື ອ.3 ຄວາມຍາວບໍ່ເກີນ 5 ນາທີ ລາງວັນລະ 1.000.000 ກີບ + ບັດເຕີມເງິນ 500.000 ກີບ.

ເປັນກິດຈະກໍາທີ່ ຕີ໋ ອຸດາໄລສ້າງຂຶ້ນມາເພື່ອແຟນເພງທຸກຄົນເລີຍເດີ້