ມີວິທີປູກເຂົ້າແບບໃໝ່ ວ່ອງໄວ ແລະ ປະຢັດເວລາ ຊ່ວຍແບ່ງເບົາຊາວກະສິກອນ

60

 ເພື່ອເຮັດໃຫ້ ສປປ ລາວ ບັນລຸການສົ່ງອອກເຂົ້າໄປຍັງຕ່າງປະເທດໃຫ້ໄດ້ຕາມເປົ້າໝາຍທີ່ບັນລຸໄວ້ ກະຊວງກະສິກຳ ແລະ ປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ໃນແຕ່ລະແຂວງແມ່ນມີຄວາມເອົາໃຈໃສ່ສຶກສາເຕັກນິກໃໝ່ໃນຂັ້ນຕອນການຜະລິດ ຫວັງຊ່ວຍຊາວກະສິກອນໃຫ້ປະຢັດແຮງງານ ແລະເວລາຫຼາຍຂຶ້ນການປູກເຂົ້າ, ການບົວລະບັດ ໂດຍການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຜະລິດ ສະເພາະນະຄອນຫຼວງວຽງຈັນ ໄດ້ມີການສາທິດການປູກເຂົ້າແບບໃຊ້ກົນຈັກ ໄດ້ປະຕິບັດຢູ່ 4 ເມືອງ ພ້ອມວາງຄາດໝາຍສູ້ຊົນປູກເຂົ້າເປັນສິນຄ້າໃຫ້ໄດ້ 11 ພັນເຮັກຕາ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

 

ວັນທີ 5 ກໍລະກົດ ຜ່ານມາ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ສົມທົບກັບ ເມືອງໄຊທານີ ຈັດພິທີສາທິດການປູກເຂົ້າດ້ວຍກົນຈັກທີ່ທັນສະໄໝ ຂຶ້ນຢູ່ທີ່ ບ້ານໜອງໂນ ເມືອງໄຊທານີ ນວ ໂດຍການສະໜັບສະໜູນຂອງບໍລິສັດ ອິນຊີທອງຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ, ທ່ານ ໜູກີ ສີຫາລາດ ຮອງເຈົ້າເມືອງໄຊທານີ ພ້ອມດ້ວຍຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊທານີ, ບັນດາຜູ້ຕາງໜ້າຈາກບໍລິສັດ ຕະຫຼອດຮອດປະຊາຊົນບ້ານໜອງໂນ ແລະ ພາກສ່ວນກ່ຽວຂ້ອງ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ท้องฟ้า, พื้นหญ้า, ต้นไม้, เด็ก, สถานที่กลางแจ้ง และธรรมชาติ

 

ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ວຽກງານຊຸກຍູ້ການປູກເຂົ້າເປັນສິນຄ້າຕິດພັນກັບການນຳໃຊ້ກົນຈັກ ແລະ ເຕັກນິກອື່ນທີ່ເໝາະສົມເຂົ້າໃນການຜະລິດເຂົ້າ ເປັນຕົ້ນ ການກຽມດິນ, ປັກດຳ ແລະ ເກັບກ່ຽວ ກໍ່ເພື່ອຕອບສະໜອງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະເປັນການສ້າງເງື່ອນໄຂ ໃນການສົ່ງອອກຂອງພາກສ່ວນທຸລະກິດລາວໄປຕ່າງປະເທດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ຕາມເງື່ອນໄຂຂອງຕະຫຼາດ ໃຫ້ຫຼາຍຂຶ້ນຕາມມາດຕະການກະສິກຳທີ່ດີ ເຊັ່ນ: ການຈັດຕັ້ງກຸ່ມຜະລິດ ການຝຶກອົບຮົມເຕັກນິກ ການກວດກາຄຸນນະພາບ ການຂຶ້ນທະບຽນຟາມ ແລະສະເໜີຂໍການຢັ້ງຢືນ ໃນທົ່ວ ນະຄອນຫຼວງວຽງຈັນ ໂດຍໄດ້ຈັດຕັ້ງປະຕິບັດໃນ 4 ເມືອງ ມີ 5 ກຸ່ມມີ 146 ຄອບຄົວ ສູ້ຊົນປູກເຂົ້າເປັນສິນຄ້າໃຫ້ໄດ 11 ພັນເຮັກຕາ ຄາດຄະເນຜົນໄດ້ຮັບ 47.960 ໂຕນ.

 

ในภาพอาจจะมี 1 คน, กำลังนั่ง และสถานที่กลางแจ้ง

 

ໃນນີ້, ແຕ່ລະເມືອງຈະໄດ້ສ້າງເປັນຈຸດສຸມຕົວແບບຂອງເມືອງໃນການຊຸກຍູ້ປູກເຂົ້າເປັນສິນຄ້າ ແລະ ບໍລິການກົນຈັກ ໂດຍການມີສ່ວນຮ່ວມຂອງພາກທຸລະກິດ ໂດຍສະເພາະບໍລິສັດອິນຊີທອງ ຮ່ວມກັນສາທິດ ການດຳນາດ້ວຍກົນຈັກ ໃນ 4 ເມືອງ ເມືອງລະ 1 ຈຸດ ໃນນັ້ນ ມີເມືອງຫາດຊາຍຟອງ, ໄຊທານີ, ນາຊາຍທອງ ແລະ ປາກງຶ່ມ ເພື່ອເຮັດໃຫ້ວຽກງານການຜະລິດກະສິກຳຫັນເປັນທັນສະໄໝ ໂດຍໃຫ້ເມືອງ ແລະ ບ້ານເປັນເຈົ້າການປຸກລະດົມຊາວກະສິກອນເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ໃນເນື້ອທີ່ການຜະລິດຂອງຕົນໃຫ້ເປັນຂະບວນກວ້າງຂວາງອອກ.

 

ในภาพอาจจะมี 1 คน, ท้องฟ้า, สถานที่กลางแจ้ง และธรรมชาติ