ຢາກຮຽນຈົບມີວຽກເຮັດ, ມີອາຊີບ ວິທະຍາໄລ ວຽງຈັນພັດທະນາອາຊີບຄື 1 ທາງເລືອກ

94

ວິທະຍາໄລວຽງຈັນພັດທະນາອາຊີບ ເປັນທາງເລືອກໜຶ່ງຂອງນ້ອງໆຜູ້ຈົບສາມັນໃໝ່, ຢາກແນະນຳວ່າການທີ່ເຮົາຈະມີເງິນໃຊ້ ມີຊີວິດການເປັນຢູ່ທີ່ດີບໍ່ແມ່ນປະລິນຍາຕີເທົ່ານັ້ນທີ່ຕອບໂຈດໄດ້ ແຕ່ອະຊີວະກໍ່ເຮັດໃຫ້ຫຼາຍໆຄົນກາຍເປັນເຈົ້າຂອງກິດຈະການຂະໜາດໃຫຍ່, ເປັນນາຍຈ້າງຂອງຜູ້ຮຽນສູງໆມາແລ້ວຫຼາຍນັດ ສະນັ້ນ ນ້ອງໆທີ່ບໍ່ມີໂອກາດໄດ້ຮຽນປະລິນຍາຂໍໃຫ້ຄິດເຖິງໂຮງຮຽນວິຊາຊີບເຂົ້າໄວ້ ເພາະຢ່າງໜ້ອຍຈົບມາຖ້າບໍ່ມີວຽກເຮັດນ້ອງຈະປະກອບກິດຈະການນ້ອຍໆໄດ້.

 

ในภาพอาจจะมี 5 คน, ผู้คนกำลังยืน และผู้คนกำลังนั่ง

 

ในภาพอาจจะมี 2 คน, ผู้คนกำลังนั่ง

 

ສາຍອະຊີວະນອກຈາກຈະສ້າງແຮງງານວິຊາຊີບແບບລົງຕົວຈິງໃຫ້ຫຼາຍທີ່ສຸດແລ້ວ ຍັງຖືເປັນອີກທາງເລືອກໜຶ່ງສຳລັບບຸກຄົນທີ່ມີທຶນນ້ອຍ ຫຼື ຜູ້ທີ່ຕ້ອງການຈົບອອກມາແລ້ວສາມາດເຮັດທຸລະກິດຂອງຕົນເອງໄດ້ ສຳລັບຜູ້ທີ່ສົນໃຈ ຕອນນີ້ວິທະຍາໄລ ວຽງຈັນພັດທະນາອາຊີບ ຫຼື Vientiane Professional Development College ກຳລັງເປີດຮັບນັກຮຽນໃໝ່ ຫຼັງຈາກຮຽນຈົບ ທາງວິທະຍາໄລກໍ່ຊອກວຽກໃຫ້ພ້ອມ.

 

ในภาพอาจจะมี หนึ่งคนขึ้นไป และอาหาร

 

ในภาพอาจจะมี 1 คน, กำลังนั่ง, ตาราง และสถานที่ในร่ม

 

ສຳລັບສາຂາວິຂາວິຊາຮຽນໃນພາກປົກກະຕິ ວັນຈັນຫາວັນສຸກ ປະກອບມີ: ເຕັກໂນໂລຊີລົດຍົນ ຊັ້ນກາງ 2 ປີ, ຊັ້ນສູງ 3 ປີ; ເຕັກໂນໂລຊີລົດຈັກ ຊັ້ນກາງ 2 ປີ, ຊັ້ນສູງ 3 ປີ; ບໍລິຫານທຸລະກິດ ຊັ້ນກາງ 2 ປີ, ຊັ້ນສູງ 3 ປີ; ປຸງແຕ່ງອາຫານລາວ ແລະ ສາກົນ ຊັ້ນກາງ 2 ປີ ແລະ ບໍລິຫານການໂຮງແຮມ ຊັ້ນກາງ 2 ປີ.

ນ້ອງໆຜູ້ໃດສົນໃຈກໍ່ສາມາດພົວພັນຄຳຮ້ອງສະໝັກເຂົ້າຮຽນໄດ້ເລີ່ມແຕ່ມື້ນີ້ ໂດຍແບ່ງອອກເປັນ 2 ຊຸດດັ່ງນີ້:  ຊຸດທີ 1 ເປີດຮັບແຕ່ວັນທີ 01 ກັນຍາ 2019 – 01 ຕຸລາ 2019 ແລະ ຊຸດທີ 2 ເປີດຮັບແຕ່ວັນທີ 01 ຕຸລາ 2019-15 ພະຈິກ 2019.

 

ในภาพอาจจะมี 4 คน, ผู้คนกำลังนั่ง และสถานที่ในร่ม

 

ในภาพอาจจะมี 1 คน, กำลังนั่ง

 

ເງື່ອນໄຂຜູ້ສະຫມັກຈົບ ມໍ7 ຂຶ້ນໄປ. ສຳລັບຄົນບ້ານໄກ ແລະ ຕ່າງແຂວງ ມີຫໍພັກ ຍິງ ແລະ ຊາຍຕິດກັບໂຮງຮຽນ

ສ່ວນເອກະສານປະກອບການຮຽນມີດັ່ງນີ້: ໃບຢັ້ງຢືນທີ່ຢູ່ 1 ໃບ; ສຳເນົາສຳມະໂນຄົວ 1 ຊຸດ; ສຳເນົາໃບປະກາສະນິຍະບັດ ມໍ7 1 ໃບ ແລະ ຮູບຖ່າຍຂະໜາດ 3X4 ຈຳນວນ 6 ໃບ.

ສະຖານສະໝັກຮຽນ ຢູ່ບ້ານດົງປ່າແຫຼບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼື ໂທສອບຖາມ 021261566. 021540545

 

ในภาพอาจจะมี 4 คน, ผู้คนกำลังนั่ง, อาหาร และสถานที่ในร่ม

 

ในภาพอาจจะมี 6 คน, ผู้คนกำลังยืน และอาหาร

 

ในภาพอาจจะมี 15 คน, รวมถึง Numfar Sentsathit, คนที่ยิ้ม, ผู้คนกำลังนั่ง และสถานที่ในร่ม

 

ในภาพอาจจะมี 3 คน, ผู้คนกำลังนั่ง, ผู้คนกำลังกิน, อาหาร และสถานที่ในร่ม