ລົດໄຟຄວາມໄວສູງຈີນ ເປັນຕົວແບບການພັດທະນາໃຫ້ແກ່ຫຼາຍປະເທດ

64

ສໍານັກຂ່າວຊິນຫົວ ລາຍງານ ເມື່ອວັນສຸກ ທີ 8 ກໍລະກົດ ຜ່ານມາ ວ່າ ທະນາຄານໂລກ (World Bank) ເຜີຍແຜ່ລາຍງານ ວ່າດ້ວຍລົດໄຟຄວາມໄວສູງ (HSR) ຂອງຈີນ ມີການເຕີບໂຕຢ່າງວ່ອງໄວ ແລະ ເປັນຕົ້ນແບບໃຫ້ແກ່ປະເທດອື່ນໆທີ່ສົນໃຈໃນການລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງ.

ລາຍງານສະຫຼຸບ “ພັດທະນາການລົດໄຟຄວາມໄວສູງຂອງຈີນ” ລະບຸວ່າ ປັດໄຈສໍາຄັນທີ່ຍູ້ດັນການເຕີບໂຕຂອງລົດໄຟຄວາມໄວສູງຈີນ ໄດ້ແກ່ການພັດທະນາແຜນວຽກໄລຍະຍາວຢ່າງຮອບດ້ານ ແລະ ການກໍານົດມາດຕະຖານຂອງການອອກແບບ ແລະ ຂັ້ນຕອນການເຮັດວຽກ.

ในภาพอาจจะมี ผู้คนกำลังยืน, รถไฟ, ท้องฟ้า และสถานที่กลางแจ้ง

ທະນາຄານໂລກ ຊີ້ວ່າ “ແຜນວຽກໂຄງຂ່າຍທາງລົດໄຟໄລຍະກາງ ແລະ ໄລຍະຍາວ (Medium-and long-term railway network plan)” ຂອງຈີນ ທີ່ໄດ້ວາງແຜນໄວ້ລ່ວງໜ້າ 15 ປີ ມີກອບການເຮັດວຽກເພື່ອການພັດທະນາລະບົບລົດໄຟຄວາມໄວສູງຢ່າງຊັດເຈນ.

ຂະນະດຽວກັນ ຕົ້ນທຶນງົບປະມານການກໍ່ສ້າງຂອງໂຄງຂ່າຍລົດໄຟຄວາມໄວສູງຈີນ ແມ່ນ 2 ໃນ 3 ຂອງຕົ້ນທຶນໃນປະເທດອື່ນໆ ໂດຍລາຍງານສະບັບນີ້ ອ້າງອີງຈໍານວນຕົ້ນທຶນ ສະເລ່ຍ 17-21 ລ້ານໂດລາ (ປະມານ 148-183 ຕື້ກີບ) ຕໍ່ກິໂລແມັດ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ທ່ານມາຣ໌ຕິນ ເຣສເຊີ ຜູ້ອໍານວຍການທະນາຄານໂລກ ປະຈໍາຈີນ ກ່າວວ່າ “ຈີນໄດ້ສ້າງສັນໂຄງຂ່າຍທາງລົດໄຟຄວາມໄວສູງຂະໜາດໃຫຍ່ທີ່ສຸດໃນໂລກ ທີ່ນອກຈາກຈະສົ່ງຜົນປະໂຫຍດຕໍ່ພາກການຂົນສົ່ງທາງລາງ ຍັງພິກໂສມການພັດທະນາເມືອງເພິ່ມການທ່ອງທ່ຽວ ແລະ ສົ່ງເສີມການເຕີບໂຕທາງເສດຖະກິດລະດັບພາກພື້ນອີກດ້ວຍ”

ในภาพอาจจะมี สะพาน, ท้องฟ้า และสถานที่กลางแจ้ง

ທັງນີ້ ຂໍ້ມູນຈາກສໍານັກງານສະຖິຕິແຫ່ງຊາດ (NBS) ຂອງຈີນ ລະບຸວ່າ ຈີນເປີດໃຊ້ບໍລິການທາງລົດໄຟທັງໝົດ 1,31 ແສນກິໂລແມັດ ເມື່ອນັບເຖິງໝົດປີ 2018 ເຊິ່ງສູງກວ່າປີ 1949 ເຖິງ 5 ເທົ່າ ສ່ວນໄລຍະທາງລົດໄຟຄວາມໄວສູງທີ່ເປີດໃຊ້ໃນປັດຈຸບັນ ເພິ່ມສູງກາຍ 29 ພັນກິໂລແມັດ ຄອງສັດສ່ວນຫຼາຍກວ່າ 60% ຂອງທາງລົດໄຟຄວາມໄວສູງທົ່ວໂລກ.

ລາຍງານສະບັບດັ່ງກ່າວ ເສີມອີກວ່າ ການໃຫ້ບໍລິການທາງລົດໄຟຄວາມໄວສູງໃນຈີນກໍາລັງແຂ່ງຂັນກັບການຂົນສົ່ງທາງຖະໜົນ ແລະ ທາງອາກາດຢ່າງຂຸ້ນຂ້ຽວ ດ້ານຄ່າໂດຍສານກໍ່ຖືກກວ່າ 1 ໃນ 4 ຂອງຄ່າໂດຍສານພື້ນຖານໃນປະເທດອື່ນໆ ເຊິ່ງສົ່ງຜົນດີຕໍ່ການດຶງດູດຜູ້ໂດຍສານຈາກທຸກກຸ່ມຄົນໄດ້ດີຫຼາຍ.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

“ປະຊາຊົນ ສາມາດເດີນທາງໄດ້ຢ່າງສະດວກສະບາຍ ແລະ ໃຊ້ເວລາອັນແ່ນນອນຍິ່ງຂຶ້ນກວ່າແຕ່ກ່ອນ ໂຄງຂ່າຍທາງລົດໄຟຄວາມໄວສູງຈີນຍັງວາງຮາກຖານສູ່ການຫຼຸດການປ່ອຍກ໊າຊເຮືອນແກ້ວ ໃນອະນາຄົດອີກດ້ວຍ” ທ່ານເຣສເຊີ ກ່າວ.