ສັນນິຖານ 2 ສາເຫດ ຕົ້ນເຫດສະຖານີວິທະຍຸ-ໂທລະພາບຢູ່ຫຼວງນໍ້າທາ

126

ເກີດເຫດໄຟໄໝ້ຫ້ອງການສະຖານີວິທະຍຸ-ໂທລະພາບ ແຂວງຫຼວງນໍ້າທາ ໃນຕອນຄ່ຳ ຂອງວັນທີ 6 ກໍລະກົດ 2019 ເວລາປະມານ 19: 30 ໂມງ ຕາມການລາຍງານຂອງພະນັກງານວິຊາການຜູ້ທີ່ປະຈຳການສະຖານີວິທະຍຸ-ໂທລະພາບ ກ່າວວ່າ: ຕົ້ນເຫດຂອງການໄຟໄໝ້ ແມ່ນເກີດຂຶ້ນຈາກຫ້ອງເຮັດວຽກຂອງພະນັກງານ ເຊິ່ງຫ້ອງດັ່ງກ່າວແຕ່ກ່ອນແມ່ນເປັນຫ້ອງເຄື່ອງສົ່ງໂທລະພາບ, ແຕ່ມາຮອດປີ 2012 ໄດ້ຢຸດການອອກອາກາດທາງໂທລະພາບ ປ່ຽນມາເປັນຫ້ອງບ່ອນເກັບມ້ຽນເຄື່ອງອຸປະກອນສື່ມວນຊົນ ຕໍ່ມາໄດ້ປັບປຸງຂັ້ນຫ້ອງດັ່ງກ່າວເປັນສອງຫ້ອງ, ເຊິ່ງຫ້ອງທາງໃນເປັນຫ້ອງເກັບມ້ຽນຟີມເອກະສານ, ກະແຊັດວີດີໂອ ທັງເປັນຫ້ອງເຮັດວຽກພະນັກງານ.

 

 

ສ່ວນຫ້ອງທາງນອກ ເປັນຫ້ອງພະນັກງານນອນຍາມຫ້ອງການສະຖານີ, ເຊິ່ງໃນມື້ເກີດເຫດ ພະນັກງານປະຈຳການໄດ້ເຫັນໄຟໄໝ້ຢູ່ຫ້ອງເກັບມ້ຽນກະແຊັດວີດີໂອ ທັງເປັນຫ້ອງເຮັດວຽກພະນັກງານ ເຊິ່ງໄຟໄດ້ໄໝ້ລຸກລາມຢາງຮຸນແຮງຂຶ້ນສູ່ເພດານ ບໍ່ສາມາດດັບໄຟໄດ້ ເພາະຫ້ອງດັ່ງກ່າວໄດ້ໃສ່ກຸນແຈ ເນື່ອງຈາກວ່າເປັນວັນພັກຜູ້ກ່ຽວບໍ່ມາການ.

 

 

ສະນັ້ນ, ຈິ່ງແຈ້ງສາຍດ່ວນພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຫຼວງນໍ້າທາ ຊ່ວຍດັບໄຟ ສົມທົບກັບພະນັກງານພະແນກ ຖວທ ແຂວງ ແລະ ມວນຊົນອາສາດັບໄຟ ພ້ອມກັນຂົນເຄື່ອງອຸປະກອນຕ່າງໆພາຍໃນຫ້ອງການອອກໄປບ່ອນປອດໄພ ການຄວບຄຸມໄຟໄໝ້ຂອງເຈົ້າໜ້າທີ່ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງຫຼວງນໍ້າທາໄດ້ນຳລົດດັບໄຟ 3 ຄັນ ສະກັດກັ້ນບໍ່ໃຫ້ໄຟໄໝ້ລາມອອກເປັນວົງກວ້າງສູ່ຕຶກຂ່າວສານ-ໜັງສືພິມ, ຫ້ອງເຄື່ອງສົ່ງວິທະຍຸ, ຫ້ອງເຄື່ອງສົ່ງໂທລະພາບ, ຕຶກເຄເບີນໃຊ້ສາຍ ແລະ ຫ້ອງການອື່ນໆ.

 

 

ການຄວບຄຸມໄຟໄໝ້ຂອງເຈົ້າໜ້າທີ່ເວລາ 20: 30 ໂມງ ຈຶ່ງສາມາດຄວບຄຸມໄຟໄດ້ໃນຂັ້ນພື້ນຖານ ແລະ ຮອດເວລາ 21:00 ໂມງ ສາມາມອດໄຟໄດ້ 100% ເຊິ່ງຜົນເສຍຫາຍໃນຄັ້ງນີ້: ຕາມການເກັບກໍາຂໍ້ມູນໃນເບື້ອງຕົ້ນມີ:  ອາຄານຖືກໄຟໄໝ້ 100% ໂຄງສ້າງຂອງອາຄານເສຍຫາຍ 80%, ອຸປະກອນເຕັກນິກຜະລິດລາຍການວິທະຍຸ-ໂທລະພາບເປັນຕົ້ນ: ຄອມພິວເຕີ, ໂຕະ, ຕັ່ງ, ຕູ້, ໂທລະສັບ-ແຟັກ ແລະ ເຄື່ອງຮັບໃຊ້ຫ້ອງການເສຍຫາຍປະມານ 80%. ສ່ວນເຄື່ອງສົ່ງວິທະຍຸ-ໂທລະພາບ ບໍ່ຖືກໄຟໄໝ້ແຕ່ຖືກນໍ້າ.

ສ່ວນສາເຫດຂອງເກີດອັກຄີໄພຄັ້ງນີ້ ຕາມການສັນນິຖານຂອງເຈົ້າໜ້າທີ່ກ່ຽວຂ້ອງວ່າ: ອາດເກີດຈາກໄຟຟ້າຊອດ ສ່ວນສາເຫດໜຶ່ງແມ່ນຍ້ອນອາຄານເກົ່າແກ່ກໍ່ສ້າງມາແຕ່ປີ 1992-1993 ລະບົບສາຍໄຟຢູ່ເທິງໂຄງສ້າງຫຼັງຄາບໍ່ໄດ້ປ່ຽນຖ່າຍ. ປັດຈຸບັນຍັງ ຢູ່ໃນຂັ້ນຕອນເກັບກຳຂໍ້ມູນລະອຽດ, ເກັບມ້ຽນສິ່ງເປ່ເພ, ກວດກາຄືນວັດຖຸອຸປະກອນທີ່ຍັງເຫຼືອ, ອັນໃດໃຊ້ໄດ້, ອັນໃດທີ່ໃຊ້ບໍ່ໄດ້ ແລະ ຈະໄດ້ປັບປຸງໃນຂັ້ນຕໍ່ໄປ.

 

 

ສໍາລັບວິທະຍຸ-ໂທລະໂຄ່ງ ຍັງບໍ່ທັນສາມາດອອກອາກາດໄດ້ ແຕ່ຈະເລັ່ງກວດກາສ້ອມແປງເພື່ອໃຫ້ໄດ້ກະຈາຍສຽງອອກອາກາດໂດຍໄວ ເພື່ອຮັບໃຊ້ສັງຄົມ ສ່ວນວຽກງານໂທລະພາບ ແລະ ຂ່າວສານ-ຫນັງສືພິມ ແມ່ນໄດ້ຮັບການປັບປຸງສາມາດເຄື່ອນໄຫວເກັບກໍາຂ່າວ, ສົ່ງຂ່າວໃຫ້ໜັງສືພິມຕ່າງໆຂອງສູນກາງໄດ້, ຜະລິດລາຍການ ແລະ ແຜ່ພາບອອກທາງເຄເບີ້ນທີວີ ເປັນປົກກະຕິ.

 

 

ພາຍຫຼັງເກີດໄຟໄໝ້ ທາງພະແນກ ຖວທ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບເກັບກຳຂໍ້ມູນ ແລະ ວາງແຜນຟື້ນຟູ ສ່ວນມູນຄ່າຜົນເສຍຫາຍໄຟໄໝ້ຄັ້ງນີ້ ຍັງຈະເກັບກຳຂໍ້ມູນລະອຽດແລ້ວ ຈຶ່ງຈະລາຍງານຕາມຫຼັງ.