ສ້າງຄວາມເປັນເອກະພາບໃນການປົກປ້ອງແມ່ຍິງ ແລະ ເດັກຍິງ

78

ສູນກາງສະຫະພັນແມ່ຍິງລາວ ແລະ ອົງການກອງທຶນ ເພື່ອປະຊາກອນໂລກ ( UNFPA ) ຈັດກອງປະຊຸມປຶກສາຫາລືກ່ຽວກັບຄູ່ມືສະໜອງການບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ຂຶ້ນໃນວັນທີ 8 – 9 ກໍລະກົດ 2019 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບັນດິນ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ນາງ ມາຣຽມ ຕານ ຜູ້ຕາງໜ້າອົງການ UNFPA ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງ.

ທ່ານ ນາງ ບັນດິນ ປະທຸມວັນ ໄດ້ກ່າວວ່າ: ສໍາລັບ ສປປ ລາວ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແມ່ນໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ໂດຍໄດ້ວາງແນວທາງນະໂຍບາຍ, ລະບຽບກົດໝາຍທີ່ພົວພັນເຖິງການສົ່ງເສີມສິດສະເໝີພາບລະຫວ່າງຍິງ – ຊາຍ. ນອກຈາກນີ້, ໃນປີ 2014 ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດຮ່ວມກັບສູນສະຖິຕິແຫ່ງຊາດເຮັດສໍາຫຼວດກ່ຽວກັບສຸຂະພາບ ແລະ ປະສົບການຊີວິດຂອງແມ່ຍິງ ໂດຍສະເພາະແມ່ນການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ນອກຈາກການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນແລ້ວ ຍັງເປັນການສ້າງເປົ້າໝາຍຂອງການນໍາໃຊ້ຄູ່ມືດັ່ງກ່າວເພື່ອເຮັດໃຫ້ເຂົ້າໃຈເນື້ອໃນ ພ້ອມທັງເປັນບ່ອນອີງໃນການປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການໝູນໃຊ້ຄູ່ມືຢູ່ ສປປ ລາວ ເຊິ່ງຫຼາຍປະເທດກໍໄດ້ນໍາໃຊ້ຄູ່ມືດັ່ງກ່າວ ລວມທັງລະບົບການສົ່ງຕໍ່ທີ່ມີປະສິດທິພາບເພື່ອຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງ ສາມາດເຂົ້າເຖິງການບໍລິການທີ່ຄົບວົງຈອນ ໂດຍມີການວາງແຜນກິດຈະກໍາຮ່ວມກັນຂອງແຕ່ລະພາກສ່ວນໃນຕໍ່ໜ້າກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຕາມພາລະບົດບາດຄວາມຮັບຜິດຊອບຂອງແຕ່ລະຂະແໜງການ.

ທ່ານ ນາງ ມາຣຽມ ຕານ ຜູ້ຕາງໜ້າອົງການ UNFPA ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ໄດ້ນໍາເອົາບັນດາຜູ້ຊ່ຽວຊານເພື່ອປຶກສາຫາລືກ່ຽວກັບວິທີປັບປຸງ ແລະ ນໍາໃຊ້ການບໍລິການທີ່ເປັນເຄື່ອງມືສໍາຄັນໃນການສະໜອງການບໍລິການທີ່ຈໍາເປັນສໍາລັບແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ. ນອກຈາກນີ້, ຍັງເປັນການສ້າງຄວາມເຂັ້ມແຂງໃນການປະສານງານ, ການອ້າງອີງບັນດາຜູ້ໃຫ້ບໍລິການເພື່ອປົກປ້ອງ ການໃຊ້ຄວາມຮຸນແຮງທາງເພດໃຫ້ມີປະສິດທິພາບດີຂຶ້ນ. ນອກຈາກກົດໝາຍ ແລະ ນະໂຍບາຍທີ່ມີປະສິດທິພາບ ແລ້ວບົດສໍາຫຼວດດ້ານຄວາມຮຸນແຮງຊີ້ໃຫ້ເຫັນວ່າ 58% ຂອງແມ່ຍິງ ແລະ 49% ຂອງຜູ້ຊາຍໄດ້ລາຍງານວ່າ ການໃຊ້ຄວາມຮຸນແຮງທາງເພດແມ່ນເໝາະສົມຖ້າແມ່ຍິງບໍ່ປະຕິບັດຕາມຮີດຄອງປະເພນີ. ສປປ ລາວ ໄດ້ມີກົດໝາຍ ແລະ ນະໂຍບາຍໃນການປົກປ້ອງ, ຮັກສາສິດທິຂອງແມ່ຍິງ ແລະ ເດັກ ເພື່ອໃຫ້ພວກເຂົາສາມາດດໍາລົງຊີວິດໂດຍປາສະຈາກ ຄວາມຮຸນແຮງ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )