ອາທິດນີ້ ພາກເໜືອ – ພາກກາງ ຈະມີຝົນຕົກໜັກ

149

ອຸຕຸຄາດອາທິດນີ້ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອລົງຫາພາກກາງ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 8 ຫາ 14 ກໍລະກົດ 2019 ວ່າ: ໃນໄລຍະວັນທີ 8 ຫາ 10 ກໍລະກົດ ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ລົງຫາ ພາກກາງ. ຈາກນັ້ນ, ວັນທີ 11 ຫາ 14 ກໍລະກົດ ຄວາມກົດດັນຕ່ຳຂອງອາກາດຮ້ອນມີທ່າອ່ຽງຈະເພີ່ມກຳລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຝົນຈະຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 8 ຫາ 10 ກໍລະກົດ ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ,  ຫົວພັນ. ຈາກນັ້ນ, ວັນທີ 11 ຫາ 14 ກໍລະກົດ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຝົນຈະເບົາບາງລົງ ອຸນຫະພູມຕໍ່າສຸດ 20 – 22 ອົງສາ ແລະ ສູງສຸດ 30 – 32 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 8 ຫາ 10 ກໍລະກົດ ມີເຝື້ອກປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ ພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນ, ວັນທີ 11 ຫາ 14 ກໍລະກົດ ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 35 – 37 ອົງສາ.

ພາກກາງ: ໃນໄລຍະວັນທີ 8 ຫາ 10 ກໍລະກົດ ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ. ຈາກນັ້ນ, ວັນທີ 11 ຫາ 14 ກໍລະກົດ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ຕື່ມອີກເປັນບໍລິເວນກວ້າງ ອຸນຫະພູມຕ່ຳສຸດ 23 – 25 ອົງສາ ແລະ ສູງສຸດ 34 – 37 ອົງສາ.

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ ແລະ ເມືອງນາກາຍ: ໄລຍະວັນທີ 8 ຫາ 10 ກໍລະກົດ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງເປັນບໍລິເວນກວ້າງ ພ້ອມມີລົມພັດແຮງເປັນບາງບໍລິເວນ. ຈາກນັ້ນ, ວັນທີ 11 ຫາ 14 ກໍລະກົດ ຝົນຈະຕົກເບົາບາງລົງ ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ພາກໃຕ້: ໃນໄລຍະວັນທີ 8 ຫາ 14 ກໍລະກົດ ອາກາດຮ້ອນຂຶ້ນໃນຕອນບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕ່ຳສຸດ 24 – 26 ອົງສາ ແລະ ສູງສຸດ 34 – 37 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 8 ຫາ 14 ກໍລະກົດ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 26 – 28 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 8 ຫາ 14 ກໍລະກົດ ອາກາດຈະຮ້ອນຂຶ້ນໃນຕອນບ່າຍ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນໃນຕອນບ່າຍ ຫາ ຄ່ຳ ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 35 – 37 ອົງສາ.