3 ພາກສ່ວນ ຮ່ວມຊີ້ແຈງການຊົດເຊີຍໂຄງການທາງດ່ວນວຽງຈັນ ໝາຍເລກ 1

109

ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຮ່ວມກັບ ເມືອງໄຊທານີ ແລະ ເມືອງໄຊເສດຖາ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງດ່ວນຄູ່ຂະໜານ ຖະໜົນໄກສອນພົມວິຫານ ແຕ່ໄອເຕັກ – ດົງໝາກຄາຍ ( ໂຄງການທາງດ່ວນວຽງຈັນ ໝາຍເລກ 1 ) ເມື່ອວັນທີ 5 ກໍລະກົດ ຜ່ານມາ ທີ່ບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈຳກັດ    ໂດຍການຖະແຫຼງຂອງ ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ, ທ່ານ ບຸນປິງ ປັນຍາຈິດ ຮອງເຈົ້າເມືອງໄຊເສດຖາ, ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ .

ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການກໍ່ສ້າງເສັ້ນທາງດ່ວນຄູ່ຂະໜານ ແຕ່ໄອເຕັກ – ດົງໝາກຄາຍ ແມ່ນແນໃສ່ອຳນວຍຄວາມສະດວກ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ – ສັງຄົມຂອງນະຄອນຫຼວງວຽງຈັນ ທີ່ມີການຂະຫຍາຍຕົວຢ່າງວ່ອງໄວ, ປັດຈຸບັນນະຄອນຫຼວງວຽງຈັນ ມີພົນລະເມືອງອາໄສຢູ່ທັງໝົດ ເກືອບ 1 ລ້ານຄົນ ແລະ ມີຍານພາຫະນະຫຼາຍເຖິງ 7 – 8 ແສນຄັນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຈະລາຈອນໃນຕົວເມືອງມີສະພາບແອອັດ. ດັ່ງນັ້ນ, ພັກ – ລັດຈຶ່ງໄດ້ຊອກຫາວິທີແກ້ໄຂ ໂດຍການຂົນຂວາຍເອົາບໍລິິສັດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາສຶກສາຄວາມເປັນໄປໄດ້ໃນການສ້າງເສັ້ນທາງດ່ວນຄູ່ຂະໜານຈາກ ໄອເຕັກ – ດົງໝາຍຄາຍ ເພື່ອແກ້ໄຂບັນຫາລົດແອອັັດ ແລະ ໃຫ້ພໍ່ແມ່ປະຊາຊົນກໍຄືຜູ້ໃຊ້ລົດໃຊ້ຖະໜົນມີທາງເລືອກ.

ໂຄງການນີ້ແມ່ນຈະເປັນການລົງທຶນຮູບແບບ BOT ແນ່ນອນວ່າການລົງທຶນ ຫຼື ການພັດທະນາຈະຫຼີກລຽງບໍ່ໄດ້ກ່ຽວກັບການກະທົບສິ່ງແວດລ້ອມ, ແຕ່ພວກເຮົາກໍມີການຊົດເຊີຍຢ່າງເໝາະສົມ ແລະ ປະຊາຊົນຢູ່ໃນນະຄອນຫຼວງວຽງຈັນ ກໍຕ້ອງມີການຕື່ນຕົວໃນການປະກອບສ່ວນເສຍສະຫຼະໃນການພັດທະນາຕົວເມືອງວຽງຈັນ ໃຫ້ມີຄວາມຈະເລີນສີວິໄລ, ທ່ານ     ບຸນຈັນ ແກ້ວສີທຳມະ ກ່າວ.

ທ່ານກ່າວຕື່ມວ່າ: ໂຄງການນີ້ແມ່ນມີຄວາມຍາວ 14 ກວ່າກິໂລແມັດ, ມີ 4 ຊ່ອງຈະລາຈອນ, ຕາມແຜນໂຄງການນີ້ແມ່ນຈະໃຫ້ສຳເລັດພາຍໃນ 3 ປີ ກໍຄືນັບແຕ່ທ້າຍປີ 2019 – 2022, ເສັ້ນທາງມີຈຸດຂຶ້ນ – ລົງ 3 ຈຸດ ຄື: ຈຸດໜອງໜ່ຽງ, ຈຸດທາງ 450 ປີ ແລະ ທາງ 13 ໃຕ້.

ທ່ານ ບຸນວັນ ຈະສົ໋ວເກົ້າ ຮອງເຈົ້າເມືອງໄຊທານີ ກ່າວວ່າ: ການສ້າງໂຄງການທາງດ່ວນນີ້ຜ່ານເມືອງໄຊທານີ ມີຄວາມຍາວ 7,5 ກິໂລແມັດ, ກວມເອົາ 7 ບ້ານ, ລວມເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 53 ເຮັກຕາ. ໃນນີ້, ມີດິນເປົ່າວ່າງ 183 ຕອນ, ທີ່ຢູ່ອາໄສ 31 ຫຼັງ ເຊິ່ງທາງເມືອງພວກເຮົາກໍໄດ້ລົງເກັບກຳຂໍ້ມູນ ແລະ ທາບທາມພໍ່ແມ່ປະຊາຊົນພາຍໃນເມືອງ ເຫັນວ່າມີ 80% ທີ່ເຫັນດີໃນການກໍ່ສ້າງ ແລະ ໄດ້ໃຫ້ການຮ່ວມມືໃນການແຈ້ງຂໍ້ມູນດິນໃຫ້ທາງຄະນະພວກເຮົາ, ສ່ວນອີກທີ່ເຫຼືອຈຳນວນໜຶ່ງແມ່ນເປັນດິນທີ່ເຈົ້າຂອງຢູ່ຕ່າງແຂວງ ຫຼື ຕ່າງປະເທດ ແລະ ມີຈຳນວນໜ້ອຍທີ່ມີເຈຕະນາບໍ່ເຫັນດີ ແລະ ບໍ່ໃຫ້ການຮ່ວມມື.

ທ່ານ ບຸນປິງ ປັນຍາຈິດ ຮອງເຈົ້າເມືອງໄຊເສດຖາ ກ່າວວ່າ: ຄວາມຈຳເປັນໃນການສ້າງໂຄງການນີ້ແມ່ນເນື່ອງຈາກປະຊາຊົນໄດ້ສະເໜີເຂົ້າມາຫຼາຍໃນການແກ້ໄຂບັນຫາຈະລາຈອນແອອັດ. ດັ່ງນັ້ນ, ຈຶ່ງສອດຄ່ອງກັບແຜນສ້າງເສັ້ນທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ ກໍຄືທາງດ່ວນແຕ່ ໄອເຕັກ – ດົງໝາກຄາຍ, ສະເພາະເມືອງໄຊເສດຖາ ມີບ້ານໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ 12 ບ້ານ. ໃນນັ້ນ, ເປັນທີ່ຢູ່ອາໄສ 115 ຫຼັງ, ຕອນດິນ 584 ຕອນ.

ຈາກການທາບທາມຄວາມຄິດເຫັນຜູ້ທີ່ໄດ້ຮັບຜົນກະທົບຈຳນວນ 90% ແມ່ນເຫັນດີສະໜັບສະໜູນ, ສ່ວນອີກຈຳນວນ 10% ແມ່ນພວກເຮົາກຳລັງສຶກສາອົບຮົມ ແລະ ສະເໜີໃຫ້ມີການແຈ້ງຂໍ້ມູນແກ່ຄະນະພວກເຮົາ.

ສຳລັບວຽກງານການຊົດເຊີຍໂດຍລວມເຫັນວ່າພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບເກືອບ 100% ເຫັນດີຮັບເອົາຄ່າຊົດເຊີຍເປັນເງິນ, ສຳລັບຜູ້ທີ່ບໍ່ເຫັນດີແມ່ນທາງຄະນະຈະປະໄວ້ສຸດທ້າຍເພື່ອແກ້ໄຂໄປຕາມຂະບວນຍຸຕິທຳ ໝາຍຄວາມວ່າປະຊາຊົນຜູ້ທີ່ບໍ່ເຫັນດີສາມາດຮ້ອງຟ້ອງຕາມກົດໝາຍໄດ້, ແຕ່ທັງນີ້ທັງນັ້ນໃຫ້ເຂົ້າໃຈວ່າທີ່ດິນແມ່ນຊັບສິບຂອງວົງຄະນາຍາດແຫ່ງຊາດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ການຮ່ວມມື.

( ຂ່າວ: ຄຳນ້ອຍ; ຮູບ: ທະນັນເສນ )