ການກະກຽມທາງເລືອກອາຊີບ ມີຄວາມສໍາຄັນຕໍ່ຜົນສຳເລັດ

66

ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮ່ວມກັບ ບໍລິສັດ ທີ່ປຶກສາດ້ານການພັດທະນາຂີດຄວາມສາມາດ ໄດ້ຈັດສຳມະນາກະກຽມທາງເລືອກອາຊີບສຳລັບໄວໜຸ່ມ ພາຍໃຕ້ຫົວຂໍ້ “ ການກະກຽມທາງເລືອກອາຊີບ ເພື່ອຄວາມສຳເລັດສຳລັບໄວໜຸ່ມກະກຽມເຮັດວຽກ ” ເພື່ອເຜີຍແຜ່ຄວາມຮູ້, ເນື້ອໃນເອກະສານດ້ານວິຊາການ ກ່ຽວກັບການກະກຽມທາງເລືອກອາຊີບສຳລັບໄວໜຸ່ມ.

ງານສຳມະນາດັ່ງກ່າວໄດ້ມີຂຶ້ນໃນວັນທີ 5 ກໍລະກົດ 2019 ທີ່ຫ້ອງປະຊຸມສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ທ່ານ ສະແຫວງກິດ ພົມມະຮັກ ຜູ້ອຳນວຍການ ບໍລິສັດ ທີ່ປຶກສາດ້ານການພັດທະນາຂີດຄວາມສາມາດ ເຊິ່ງມີທ່ານຜູ້ຕາງໜ້າຈາກຫ້ອງການ, ບັນດາກົມອ້ອມຂ້າງສູນກາງຊາວໜຸ່ມ ແລະ ຄູ – ອາຈານເຂົ້າຮ່ວມ.

ທ່ານ ສຸລິຍາ ແກ້ວພິລາວົງ ກ່າວວ່າ: ການສຳມະນາໃນຄັ້ງນີ້ເພື່ອເປັນການໃຫ້ຂໍ້ມູນ ແລະ ຄວາມຮູ້ພື້ນຖານໃນການວາງແຜນອະນາຄົດ ລວມທັງການເລືອກອາຊີບທີ່ເໝາະສົມກັບຄວາມສາມາດ ແລະ ຄວາມຕ້ອງການຂອງຊາວໜຸ່ມ – ໄວໜຸ່ມ ໃຫ້ແກ່ຜູ້ຕາງໜ້າຈາກຫ້ອງການ, ບັນດາກົມອ້ອມຂ້າງສູນກາງຊາວໜຸ່ມ ແລະ ບັນດາຄູ – ອາຈານ ຈາກໂຮງຮຽນ ມ.ປາຍ ແລະ ໂຮງຮຽນວິຊາຊີບຕ່າງໆ ໄດ້ເອົາຂໍ້ມູນໄປເຜີຍແຜ່ແນະນຳ, ສົ່ງເສີມໃຫ້ນັກຮຽນ ແລະ ໄວໜຸ່ມຮູ້ຈັກຊອກຫາວຽກເຮັດງານທຳທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ເນື່ອງຈາກວ່າໃນປັດຈຸບັນນີ້ຄວາມຮຽກຮ້ອງຕ້ອງການດ້ານອາຊີບວຽກເຮັດງານທຳສູງຫຼາຍ ແຕ່ວ່າການຕອບສະໜອງຂອງພວກເຮົາຍັງບໍ່ພຽງພໍ.

ທ່ານ ສະແຫວງກິດ ພົມມະຮັກ ກ່າວວ່າ: ການເລືອກອາຊີບເລີ່ມແຕ່ຄົນຮູ້ຈັກຢາກເປັນ ຫຼື ຢາກເຮັດອາຊີບໃດໜຶ່ງ ເຊິ່ງອາດຈະເລີ່ມແຕ່ໄວເດັກ, ເມື່ອເຮົາຖາມວ່າຢາກເປັນຫຍັງ? ເດັກກໍຈະຕອບໄດ້ໂດຍສັງເກດຈາກອາຊີບທີ່ປາກົດອ້ອມຕົວເຂົາ ໂດຍສະເພາະການເຮັດວຽກ ແລະ ການດຳເນີນຊີວິດຂອງຄົນໃນຄອບຄົວ, ພໍ່ແມ່ ແລະ ຜູ້ຊ່ວຍແນະນຳອາຊີບ, ອາດຈະສັງເກດເຫັນຄວາມມັກ ແລະ ແວວໃນການສະແດງອອກຂອງລູກຫຼານ ແລ້ວຈະເລີ່ມແນະນຳ ຫຼື ປູທາງໃຫ້ແຕ່ຕອນຍັງນ້ອຍ. ຈາກການຄົ້ນຄວ້າ ແລະ ປະສົບການຕົວຈິງຊີ້ບອກວ່າ ການກະກຽມທາງເລືອກອາຊີບນັບແຕ່ໄວເດັກ ຈະເຮັດໃຫ້ການວາງແຜນ ແລະ ການພັດທະນາຄົນໃຫ້ສຳເລັດໃນອາຊີບເປັນໄປໄດ້ສູງ.

ການພັດທະນາຄວາມພ້ອມເພື່ອທາງເລືອກອາຊີບ ມີ 2 ອົງປະກອບສຳຄັນ ຄື: ລະດັບຄວາມກຽມພ້ອມທີ່ຖືກຄາດຄະເນຈາກການນັບຖືຕົວເອງ, ຄວາມເຊື່ອໝັ້ນທີ່ຈະສຳເລັດ ແລະ ການເຮັດໃຫ້ສິ່ງກີດ ຂວາງໜ້ອຍລົງ, ຄວາມກຽມພ້ອມເພີ່ມຂຶ້ນ ຫຼື ຄາດຄະເນຈາກການມີຂໍ້ມູນ – ຂ່າວສານກ່ຽວກັບອາຊີບ, ທ່ານ ສະແຫວງກິດ ພົມມະຮັກ ກ່າວ.

ທ່ານກ່າວຕື່ມວ່າ: ການກະກຽມທາງເລືອກອາຊີບໃຫ້ໄວເດັກຈົນເຖິງໄວໜຸ່ມຂັ້ນຕົ້ນ ແມ່ນຂັ້ນຕອນທຳອິດຂອງຂະບວນວິວັດການວາງແຜນການພັດທະນາອາຊີບ ເຊິ່ງປະກອບດ້ວຍ 5 ຂັ້ນຕອນ ທີ່ຕໍ່ເນື່ອງກັນ ແລະ ຕິດພັນກັບໄລຍະ ຄື:

1). ໄວເດັກເຖິງໄວໜຸ່ມຕອນຕົ້ນ ( ອາຊີບໃນມະໂນຈິດ ).

2). ໄວໜຸ່ມກຽມເຮັດວຽກ ( ອາຊີບທີ່ເລືອກສັນ ).

3). ໄວເຮັດວຽກເຖິງໄວກາງ ( ກ້າວໜ້າໃນອາຊີບ – ອາວຸໂສຂັ້ນຕົ້ນ – ອາຊີບທີ່ໝັ້ນຄົງ ).

4). ໄວອາວຸໂສຂັ້ນກາງເຖິງໄວກ່ອນບຳນານ ( ອາຊີບສູງສຸດ ແລະ ກຽມປ່ອຍວາງ ).

5). ໄວຫຼັງບຳນານ ( ເຮັດວຽກອາຊີບຕາມອັດທະຍາໄສ ).

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )