ຄຳມ່ວນ! ລົງກວດສອບບໍລິມາດນ້ຳມັນ ເພື່ອຄວາມໂປ່ງໃສ

53

ເພື່ອເປັນການປົກປ້ອງຜູ້ຊົມໃຊ້ບໍ່ໃຫ້ຖືກເອົາລັດເອົາປຽບ ພ້ອມທັງເຮັດໃຫ້ສັງຄົມໄດ້ຊົມໃຊ້ນໍ້າມັນທີ່ໄດ້ມາດຕະຖານ. ສະນັ້ນ, ໃນວັນທີ 04 ກໍລະກົດ 2019 ຜ່ານມາ, ພະນັກງານຂະແໜງ ຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ (ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ) ເຊິ່ງນຳພາຂອງ ທ່ານ ແສງຄຳ ພິມມະສອນ ຮັກສາການຫົວໜ້າຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ພ້ອມດ້ວຍພະນັກງານວິຊາການ 04 ທ່ານ ໄດ້ລົງເຄື່ອນໄຫວກວດສອບບໍລິມາດຫົວຈ່າຍນ້ຳມັນເຊື້ອໄຟໃນເທດສະບານ ເມືອງທ່າແຂກ ແຂວງຄຳມ່ວນ ຈຳນວນ 9 ປໍ້າ 51 ຫົວຈ່າຍ.

 

 

 

ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ບໍລິມາດຫົວຈ່າຍນ້ຳມັນເຊື້ອໄຟຢູ່ໃນປ້ຳທີ່ເປີດໃຊ້ບໍລິການໃນທົ່ວແຂວງໃຫ້ມີຄວາມໂປ່ງໃສ, ຍຸຕິທຳ, ອີກດ້ານໜຶ່ງເພື່ອບໍ່ເປັນການເອົາປຽບຈາກຜູ້ໃຊ້.

 

 

 

ດັ່ງນັ້ນ, ຂະແໜງຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ຈິ່ງໄດ້ລົງກວດສອບໃຫ້ຖືກຕ້ອງຕາມລະບຽບ, ກົດໜາຍທີ່ໄດ້ກຳນົດໄວ້. ການລົງກວດສອບຫົວຈ່າຍນ້ຳມັນເຊື້ອໄຟໃນຄັ້ງນີ້ ແຕ່ລະປ້ຳທີ່ໄດ້ກວດສອບເຫັນວ່າຢູ່ໃນເກນມາດຕະຖານ ທີ່ຂະແໜງການກ່ຽວຂ້ອງໄດ້ອະນຸມັດໃຫ້. ສະນັ້ນ, ຈຶ່ງໄດ້ຕິດສະຕີກເກີໜີບກົ່ວ ແລະ ອອກໃບຢັ້ງຢືນໃຫ້ປ້ຳທີ່ໄດ້ກວດສອບເພື່ອເປັນຫຼັກຖານ ແລະ ຖືກຕ້ອງຕາມລະບຽບຫຼັກການ.

 

 

 

ຂໍ້ມູນ: Khammouane News