ດ່ວນໆ! ຢາກຮຽນຕໍ່ຢູ່ມະຫາວິທະຍາໄລ ສຸພານຸວົງ ສະໝັກເລີຍເລີ່ມ 15 ກໍລະກົດນີ້

217

ມະຫາວິທະຍາໄລ ສຸພານຸວົງ ແຈ້ງການມາຍັງນ້ອງໆນັກຮຽນທີ່ຈົບມໍປາຍ ທີ່ຢາກສຶກສາຮຽນຕໍ່ໃນສະຖານທີ່ດັ່ງກ່າວ ສາມາດຊື້ໃບຄຳຮ້ອງສະໝັກເຂົ້າສອບເສັງໄດ້ໃນວັນທີ 15 ກໍລະກົດ 2019 ແລະ ສອບເສັງຄັດເລືອກໃນວັນທີ 17 ສິງຫາ 2019ນີ້.

ປີນີ້, ມະຫາວິທະຍາໄລສຸພານຸວົງ ໄດ້ແບ່ງສະຖານທີ່ສອບເສັງອອກເປັນ 3 ຈຸດສອບເສັງຄື: ຈຸດສອບເສັງທີ1: ມະຫາວິທະຍາໄລສຸພານຸວົງ ທີ່ວິທະຍາເຂດບ້ານດອນໃໝ່ ເມືອງຫຼວງພະບາງ; ຈຸດທີ2: ຄະນະສຶກສາສາດ, ມະຫາວິທະຍາໄລສຸພານຸວົງ ທີ່ວິທະຍາເຂດບ້ານນາສ້າງເຫວີຍ, ເມືອງຫຼວງພະບາງ ແລະ ຈຸດສອບເສັງທີ 3: ໂຮງຮຽນມັດທະຍົມສົມບູນສັນຕິພາບ,​ບ້ານວຽງໃໝ່ ເມືອງຫຼວງພະບາງ (ຖ້າມີນັກສອບເສຫງຫຼາຍເກີນທີ່ສອງຈຸດສອບເສັງຂ້າງເທິງຮັບຮອງໄດ້)

 

ພາບປະກອບຂ່າວ

 

ສຳລັບສະຖານທີ່ຂາຍຄຳຮ້ອງ ແລະ ຄຳຮ້ອງສະໝັກສອບເສັງ ແມ່ນຢູ່ສະໂມສອນມະຫາວິທະຍາໄລສຸພານຸວົງ ວິທະຍາເຂດບ້ານດອນໃໝ່. ນອກນີ້ ຍັງສາມາດດາວໂຫຼດ ໃບຄຳຮ້ອງຂໍສະໝັກເຂົ້າສອບເສັງ, ແຈ້ງການກ່ຽວກັບການສອບເສັງ ແລະ ເອະກະສານແນະນຳກ່ຽວກັບສາຂາວິຊາ ທາງເວັບໄຊ້ ແລະ ເຟສບຸກຂອງມະຫາວິທະຍາໄລສຸພານຸວົງ: www.su.edu.la; www.facebook.com/souphsnouvong

 

ພາບປະກອບຂ່າວ

 

ສ່ວນວັນລົງທະບຽນສອບເສັງ-ຮັບຄຳຮ້ອງ ແລະ ປິດຄຳຮ້ອງ ມີດັ່ງນີ້: ເປີດຮັບລົງທະບຽນສອບເສັງ ແລະ ປິດຮັບຄຳຮ້ອງແມ່ນວັນທີ 15 ກໍລະກົດ 2019; ປິດຮັບລົງທະບຽນສອບເສັງ ແລະ ຮັບຄຳຮ້ອງ ວັນທີ 9 ສິງຫາ 2019; ຄ່າລົງທະບຽນ 40.000 ກີບ/ຄົນ ແລະ ວັນສອບເສັງຄັດເລືອກນັກສຶກສາ ແມ່ນວັນເສົາທີ 17 ສິງຫາ 2019 ແລະ ປະກາດຜົນໃນວັນທີ 30 ສິງຫາ 2019.

ເຊິ່ງວິຊາສອບເສັງ ແລະ ກຸ່ມສອບເສັງມີດັ່ງນີ້: ສາຍ A: ພາກເຊົ້າ ຄະນິດສາດ+ພາສາລາວ-ວັນນະຄະດີ, ພາກບ່າຍ: ຟິຊິກສາດ+ເຄມີສາດ+ຊີວະສາດ; ສາຍ B: ພາກເຊົ້າ ພາສາລາວ-ວັນນະຄະດີ+ຄະນິດສາດ, ພາກບ່າຍ: ພູມສາດ+ປະຫວັດສາດ ແລະ ສາຍ C: ພາກເຊົ້າ ຄະນິດສາດ+ເຄມີສາດ+ຊີວະສາດ, ພາກບ່າຍ: ພູມສາດ+ປະຫວັດສາດ+ພາສາລາວ-ວັນນະຄະດີ.

 

ພາບປະກອບຂ່າວ

 

ນັກສອບເສັງມີສິດເລືອກວິຊາຮຽນທີ່ຕົນເອງມັກໄດ້ 3 ວິຊາໃນກຸ່ມດຽວກັນ ເຊິ່ງໃນນັ້ນໝາຍເລກ 1 ແມ່ນວິຊາທີ່ມັກຫຼາຍທີ່ສຸດ, ໝາຍເລກ 2 ແມ່ນວິຊາສໍາຮອງອັນດັບ 1 ແລະ ໝາຍເລກ 3 ແມ່ນສຳຮອງອັນດັບ 2 ແລະ ບໍ່ໃຫ້ເລືອກຂ້າມກຸ່ມເດັດຂາດໝາາຍຄວາມວ່າ:

ກຸ່ມ A ສາມາດເລືອກວິຊາສອບເສັງເຂົ້າຮຽນໄດ້ສະເພາະກຸ່ມ A; ກຸ່ມ B ສາມາດເລືອກວິຊາສອບເສັງເຂົ້າຮຽນໄດ້ສະເພາະກຸ່ມ B ແລະ ກຸ່ມ ສາມາດເລືອກວິຊາສອບເສັງເຂົ້າຮຽນໄດ້ສະເພາະກຸ່ມ C:

 

ພາບປະກອບຂ່າວ

 

ສ່ວນເອກະສານປະກອບມີ: ໃຫ້ກ໋ອບປີ້ ປະກາສະນິຍະບັດຈົບຊັ້ນ ມປາຍສະບັບແທ້ ຫຼື ຊົ່ວຄາວ ຫຼື ປະກາສະນິຍະບັດທຽບເທົ່າ (ໃຫ້ເອົາສະບັບຈິງມາຢັ້ງຢືນ); ນັກຮຽນທີ່ຈົບ ມໍປາຍ ໃນສົກຮຽນ 2018-2019 ຖ້າບໍ່ທັນໄດ້ໄດ້ຮັບໃບປະກາສະນິຍະບັດຈົບ ມໍປາຍ ໃຫ້ກ໋ອບປີ້ ບັດເຂົ້າຫ້ອງສອບເສັງມໍປາຍ (ເອົາສະບັບແທ້ມາຢັ້ງຢືນພ້ອມ); ຮູບຖ່າຍຂະໜາດ 3×4 ຈໍານວນ 3 ໃບ; ກ໋ອບປີ້ບັດປະຊາຊົນ (ຖ້າມີ) ຫຼື ປື້ມສຳມະໂນຄົວ (ໃຫ້ເອົາສະບັບຈິງມາຢັ້ງຢືນພ້ອມ) ເອກະສານປະກອບບໍ່ສາມາດຖອນຄືນໄດ້.