ຕາດເຍືອງຈຸດໝາຍປາຍທາງທີ່ໜ້າທ່ຽວ… “ນໍ້າຕົກງາມ ອາຫານແຊບ ຫ້ອງພັກສະອາດ “

221

ຈໍາປາສັກ ດິນແດນໃຕ້ສຸດຂອງປະເທດ ເຕັມໄປດ້ວຍອູ່ອະລິຍະທໍາອັນເກົ່າແກ່ຫນ້າຄົ້ນຫາ ມີທໍາມະຊາດສວຍສົດງົດງາມຫຼາຍແຫ່ງ ໂດຍສະເພາະນໍ້າຕົກຕາດທີ່ມີຈົນນັບບໍ່ໄຂວ່ ບາງແຫ່ງກໍມີນັກທຸລະກິດເຂົ້າພັດທະນາ, ບາງແຫ່ງກໍແມ່ນຊາວບ້ານເປັນຜູ້ຄຸ້ມຄອງພັດທະນາ ແລະ ມີອີກຫຼາຍແຫ່ງລໍຖ້າການພັດທະນາ.

ແຕ່ຫາກຈະເວົ້າເຖິງສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບການພັດທະນາ ຈາກຜູ້ສຳປະທານ ທີ່ຖືວ່າດີທີ່ສຸດແຫ່ງໜຶ່ງຂອງເມືອງລາວ ກໍຄົງຕ້ອງມີແຫຼ່ງທ່ອງທ່ຽວຕາດເຍືອງ ເຊິ່ງຕັ້ງຢູ່ບ້ານຫຼັກ40 ເມືອງປາກຊ່ອງແຂວງຈຳປາສັກ ຢູ່ໃນນັ້ນ.
ຜູ້ຂຽນໄດ້ມາຕາດເຍືອງ 2 ຄັ້ງໃນຮອບ3 ປີ ເຊິ່ງເຫັນເຖິງຄວາມແຕກຕ່າງໃນດ້ານການພັດທະ ນາດີຂຶ້ນຕໍ່ເນື່ອງ ເຮັດໃຫ້ຕາດເຍືອງໄດ້ຮັບຄວາມນິຍົມ ແລະ ຖືເປັນສະຖານທີ່ທ່ອງທ່ຽວທີ່ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເລືອກທີ່ຈະມາທີ່ນີ້ ຫາກໄດ້ເດີນທາງມາແຂວງຈຳປາສັກ
ສິ່ງໜຶ່ງທີ່ຢັ້ງຢືນໄດ້ດີ ແມ່ນການໄດ້ຮັບລາງວັນ ການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປລາວໃນປີ2019 (ສຳລັບສະຖານທີ່ທ່ອງທ່ຽວ) ເຊິ່ງເປັນໜຶ່ງໃນ16 ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບລາງຈາກລັດຖະບານ.

ອີກສິ່ງໜຶ່ງທີ່ໜ້າຊົມເຊີຍ ກໍຄືເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ດຶງເອົາປະຊາຊົນບ້ານໃກ້ຄຽງເຂົ້າມາມີສ່ວນຮ່ວມ ແລະ ຕອບສະໜອງສິນຄ້າໃຫ້ຮ້ານອາຫານ ຊ່ວຍໃຫ້ປະຊາຊົນໃນທ້ອງຖິ່ນມີວຽກເຮັດງານທໍາ ແລະ ມີລາຍຮັບແກ່ຄອບຄົວ. ເຊິ່ງຫຼ້າສຸດກໍໄດ້ນຳເອົາຊົນເຜົ່າເບຣົາຢູ່ອັດຕະປື ທີ່ມີຄວາມທຸກຍາກຂາດເຂີນ ມາຊ່ວຍວຽກ ແລະ ໂຄສະນາການທ່ອງທ່ຽວຢູ່ຕາດເຍືອງແຫ່ງນີ້ອີກແຮງ ແລະ ຖືເປັນສີສັນໃຫມ່ ສຳລັບນັກທ່ອງທ່ຽວ.
ຜູ້ພັດທະນາຍັງຈັດສັນ ສະຖານທີ່ຂາຍເຄື່ອງທີ່ລະນຶກຢ່າງເປັນລະບຽບ ແລະ ຈົບງາມ ມີສິນຄ້າຫຼາກຫລາຍໃຫ້ຊື້ຕິດໄມ້ຕິດມື ໂດຍມີການຕົກແຕ່ງໃຫ້ສວຍງາມແຕກຕ່າງແຕ່ມີເອກະລັກໄປຕາມແຕ່ລະໄລຍະ.

ຮ້ານອາຫານກວ້າງຂວາງ ມີອາຫານຫຼາຍຢ່າງໃຫ້ເລືອກ, ອາຫານທີ່ເປັນເອກະລັກສະເພາະຢູ່ຕາດເຍືອງແມ່ນແກງໜໍ່ໄມ້, ຕໍາໝາກຮຸ່ງ, ປີ້ງຊີ້ນໝູໝັກເຂົ້າກໍ່າ, ປີ້ງໄກ່ລາດທາປາແດກ, ປີ້ງຊີ້ນແຫ້ງ ແລະ ແຈ່ວຜັກອີ່ຄູ້. ນອກນັ້ນ ກໍ່ມີອາຫານຕາມສັ່ງອື່ນໆໃຫ້ເລືອກກິນຫຼາກຫຼາຍ, ແຊບສະອາດ ລາຄາເໝາະສົມ.
ພິເສດຍັງສາມາດສຳຜັດທຳມະຊາດແລະຄວາມງາມຂອງນໍ້າຕົກໄດ້ແບບໃກ້ສິດ ເພາະປັດຈຸບັນຕາດເຍືອງໄດ້ມີຫ້ອງພັກ ເຖິງ24ຫ້ອງ ທີ່ອອກແບບຕົກແຕ່ງຍ່າງມີເອກະລັກ ທີ່ຈະເຮັດໃຫ້ວັນພັກຜ່ອນເຕັມໄປດ້ວຍຄວາມສຸກສຳລານໃຈ.

ຕາດເຍືອງ ເປັນຕາດສູງຊັນ ປະມານ 50 ແມັດ, ແບ່ງເປັນ 2 ຖານ ຕັ້ງຢູ່ບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈຳປາສັກສັກ ຫ່າງຈາກຕົວເມືອງປາກຊ່ອງໄປທາງທິດຕາເວັນຕົກປະມານ10ກິໂລແມັດ ສາມາດນຳໃຊ້ຍານພາຫະນະທຸກປະເພດ ເຂົ້າເຖິງສະຖານທີ່ຢ່າງສະດວກສະບາຍ.
ການໄດ້ຊື່ຕາດເຍືອງ ກໍຍ້ອງວ່າ ຄາວປູ່ຍ່າ ຜູ້ພາອາໄສຢູ່ຖິ່ນຖານແຫ່ງນີ້ ເຄີຍພົບເຫັນເຍືອງ 2 ໂຕ ອາໄສຢູ່ໃນຖ້ຳດ້ານລຸ່ມຕາດ ເພື່ອຄວາມຈື່ຈຳງ່າຍ ຈິ່ງໃສ່ຊື່ຕາດແຫ່ງນີ້ວ່າ: “ຕາດເຍືອງ” ມາເທົ່າທຸກວັນນີ້.

ຈຸດເດັ່ນແມ່ນນໍ້າຕົກທີ່ສວຍງາມ ແລະ ມີທາງລົງຫຼິ້ນນໍ້າດ້ານລຸ່ມຂອງຕາດໄດ້ ເຊິ່ງເປັນວັງໃສກວ້າງພໍສົມຄວນ. ສ່ວນໃນລະດູນໍ້າຝົນນໍ້າຫຼາຍ ສາຍນ້ຳທີ່ຕົກລົງມາຈາກຜາຫີນ ສູງຫລາຍສິບແມັດ ກະທົບກັບໂຫງ່ນຫີນເປັນລະອອງທີ່ສວຍງາມ ຍິ່ງລະດູນີ້ກ້າວເຂົ້າສູ່ລະດູຝົນນ້ຳເລີ່ມມີປະລິມານຫລາຍ, ລະອອງນ້ຳປິວກະຈາຍໄປທົ່ວບໍລິເວນ

ດ້ານລຸ່ມຍັງມີຈຸດຊົມທິວທັດສຳລັບຖ່າຍຮູບເຊິ່ງເປັນຈຸດທີ່ດຶງດູດໄດ້ເປັນຢ່າງດີ ແລະ ໄດ້ສຳຜັດກັບສາຍລົມພ້ອມລະອອງນ້ຳທີ່ປິວມາກະທົບຢ່າງເຢັນສະບາຍ ຈຸດນີ້ເຮັດໃຫ້ນັກທ່ອງທ່ຽວອົດບໍ່ໄດ້ທີ່ຈະຢູ່ໃຫ້ດົນທີ່ສຸດ ເພື່ອເກັບພາບຄວາມຊົງຈຳ.

ສ່ວນດ້ານເທິງເປັນລານກວ້າງຂວາງ ສາມາດນັ່ງປິກນິກກິນເຂົ້າປ່າແບບຄອບຄົວ ແລະ ໝູ່ເພື່ອນໄດ້ ຫລື ຈະຕັ້ງເຕັ້ນນອນຊົມເດືອນດາວ ທ້າຄວາມໜາວກໍຄັກໄປອີກແບບ.

ບົດໂດຍ: ບ.ບໍລະເວນ, ຮູບ:Laopostcard