ນວ ຈະສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກ

44

ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຈັດກອງປະຊຸມແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ ເພື່ອຫັນເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ຂຶ້ນເມື່ອວັນທີ 5 ກໍລະກົດ 2019 ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ນະຄອນຫຼວງວຽງຈັນ ກ່າວວ່າ: ໂດຍປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ນະຄອນຫຼວງວຽງຈັນ ໂດຍໃຫ້ມີການປັບສະຖານະພາບຜູ້ທີ່ມີເງື່ອນໄຂສາມາດເຄື່ອນໄຫວ, ລົງທຶນ ແລະ ຜູ້ທີ່ສາມາດອອກແຮງງານທີ່ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ການຊຳລະສະສາງສຳລັບຜູ້ທີ່ບໍ່ມີເງື່ອນໄຂໃນການເຄື່ອນໄຫວຢູ່ ສປປ ລາວ.

ໃນການຈັດຕັ້ງປະຕິບັດໄດ້ເຮັດພ້ອມກັນເປັນເອກະພາບທົ່ວນະຄອນຫຼວງວຽງຈັນ ແລະ ໄດ້ແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນເລີ່ມແຕ່ວັນທີ 14 ກໍລະກົດ ຫາ ວັນທີ 12 ກັນຍາ 2016 ແລະ ໄລຍະທີ 2 ເລີ່ມແຕ່ວັນທີ 1 ກັນຍາ ຫາ ວັນທີ 30 ພະຈິກ 2017 ສາມາດຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບ, ກົດໝາຍ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ທັງໝົດ 6.671 ຄົນ ( ຍິງ 4.370 ຄົນ ). ໃນນີ້, ໄດ້ປັບສະຖານະພາບ 875 ຄົນ, ຊຳລະສະສາງ 5.796 ຄົນ ລວມມີ 10 ສັນຊາດ.

ໃນນີ້, ຜູ້ອອກແຮງງານທີ່ມີນາຍຈ້າງມອບໃຫ້ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຈຳນວນ 3.354 ຄົນ; ຜູ້ທີ່ຂາຍເຄື່ອງ, ເຮັດວຽກບໍ່ມີນາຍຈ້າງ ແລະ ເປົ້າໝາຍອື່ນໆ ມອບໃຫ້ຂະແໜງປ້ອງກັນຄວາມສະຫງົບ ຈຳນວນ 595 ຄົນ; ຜູ້ຄ້າຂາຍລົງທຶນທີ່ມີຮ້ານຄ້າ, ຮ້ານຂາຍເຄື່ອງ, ຮ້ານຕັດຜົມ, ຮ້ານເສີມສວຍ, ຂາຍຜັກຕາມຕະຫຼາດ ແລະ ຂາຍອາຫານຕາມສະຖານທີ່ຕ່າງໆ ມອບໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ຈຳນວນ 2.722 ຄົນ.

ທ່ານ ນາງ ລຳພອຍ ສີອັກຄະຈັນ ກ່າວຕື່ມວ່າ: ສຳລັບແຜນການໃນຕໍ່ໜ້າແຕ່ລະພາກສ່ວນຈະໄດ້ຕິດຕາມເປົ້າໝາຍການປັບສະຖານະພາບຂອງຜູ້ມີເງື່ອນໄຂສາມາດເຄື່ອນໄຫວອອກແຮງງານ ຫຼື ດຳເນີນທຸລະກິດຕາມລະບຽບ, ກົດໝາຍ ແລະ ການຊຳລະສະສາງຕໍ່ຜູ້ທີ່ບໍ່ມີເງື່ອນໄຂ ເມື່ອສິ້ນສຸດການຊຳລະສະສາງຄົນຕ່າງປະເທດຕ້ອງກັບຄືນປະເທດຂອງຕົນ; ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງກວດກາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບ, ກົດໝາຍຖ້າພົບເຫັນເຄື່ອນໄຫວບໍ່ຖືກຕ້ອງແມ່ນປະຕິບັດຕາມກົດໝາຍຂອງແຕ່ລະພາກສ່ວນເພື່ອເຮັດໃຫ້ວຽກງານຄຸ້ມຄອງມີຄວາມເປັນເອກະພາບກັນ.

ໂອກາດດັ່ງກ່າວ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນໃນການແກ້ໄຂແຮງງານຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ນະຄອນຫຼວງວຽງຈັນ ກໍຄືຢູ່ ສປປ ລາວ ໃຫ້ຫັນເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ ເພື່ອໃຫ້ບັນລຸຈຸດປະສົງ ແລະ ຄາດໝາຍຕ່າງໆທີ່ຂັ້ນເທິງວາງອອກ, ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ຕີລາຄາຄືນການຈັດຕັ້ງຜັນຂະຫຍາຍໃນໄລຍະຜ່ານມາ ເນື່ອງຈາກວ່າການແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ ຢູ່ນະຄອນຫຼວງວຽງຈັນ ມັນແມ່ນຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ, ຂັ້ນເທິງເປັນຫ່ວງເປັນໄຍ ເຊິ່ງພວກເຮົາຕ້ອງໄດ້ແກ້ໄຂ.

( ຂ່າວ: ສົມລົດ; ຮູບ: ວິລະສັກ )