ນະຄອນຫຼວງສັ່ງດ່ວນ ໃຫ້ຕິດຕາມພິເສດອະຫິວາໝູອາຝຣິກາທີ່ກຳລັງລະບາດ

48

ການຂະຫຍາຍຕົວຂອງພະຍາດອະຫິວາໝູອາຝຣິກາ ເວົ້າໄດ້ວ່າແຜ່ລະບາດໄວພໍສົມຄວນຈາກທີ່ກ່ອນໜ້ານີ້ໄດ້ຍິນພຽງຂ່າວລະບາດຢູ່ບ້ານເພິ່ນ ແລະກໍ່ເກີດຂຶ້ນຢູ່ເມືອງຕຸ້ມລານແຂວງສາລະວັນ, ຕອນນີ້ໄດ້ມີການຢັ້ງຢືນແລ້ວວ່າພົບ 4 ກໍລະນີຢູ່ນະຄອນຫຼວງວຽງຈັນ ເຊິ່ງເປັນສູນລວມທາງເສດຖະກິດ, ສັງຄົມ ແລະການສຶກສາ ມີໂອກາດທີ່ສາມາດແຜ່ລາມໄປໃສ່ບ່ອນອື່ນໄດ້ງ່າຍ ຖ້າທຸກຄົນບໍ່ເປັນເຈົ້າການເກັບກວດໝູທີ່ຕິດເຊື້ອໄປທຳລາຍຢ່າງຖືກວິທີ.

ອີງຕາມແຈ້ງການຂອງ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 1726/ກລປ ລົງວັນທີ 3 ກໍລະກົດ 2019 ສູນວິໄຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ພົບພະຍາດອະຫິວາໝູອາຝຣິກາຈໍານວນ 4 ຕົວຢ່າງທີ່ບ້ານ ນາສ້ຽວ ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.
ພະຍາດອະຫິວາໝູເປັນພະຍາດ ເປັນພະຍາດທີ່ຮ້າຍແຮງສາມາດຕິດໃສ່ໝູທຸກຊະນິດ ທຸກສາຍພັນ ທຸກອາຍຸ ແລະ ທຸກເພດໄວ ລວມທັງໝູປ່າ, ມີຄວາມທົນທານສູງຕໍ່ສະພາບແວດລ້ອມ ບໍ່ມີຢາກັນ ບໍ່ມີຢາປິ່ນປົວໂດຍກົງ ອັດຕາການຕາຍຂອງໝູທີ່ຕິດເຊື້ອແມ່ນສູງເຖິງ 100 % ແຕ່ບໍ່ສາມາດຕິດໃສ່ຄົນ.

ດັ່ງນັ້ນ, ເພື່ອບໍ່ໃຫ້ພະຍາດ ແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນທາງລົບ ຕໍ່ການຜະລິດໝູ ແລະ ການດໍາລົງຊີວິດຂອງປະຊາຊົນ ຈຶ່ງມີຄວາມຈໍາເປັນໄດ້ພ້ອມກັນຕ້ານ ແລະ ສະກັດກັ້ນ ແລະ ຕອບໂຕ້ພະຍາດໃຫ້ສະຫງົບໂດຍໄວ ກົມລ້ຽງສັດ ແລະ ການປະມົງ ຈຶ່ງແນະນໍາໃຫ້ປະຕິບັດບາງມາດຕະການດ່ວນສຸກເສີນດັ່ງນີ້:
1 ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ລາຍງານສະພາບການເກີດພະຍາດອະຫິວາໝູ ແລະ ຂໍທິດຊີ້ນໍາໆພະແນກ ກະສິກໍາ ແລະ ປ່າໄມ້, ນະຄອນຫຼວງ, ພ້ອມທັງລົງປະສານສົມທົບກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແຕ່ງຕັ້ງຄະນະສະເພາະກິດຕ້ານ ແລະ ຕອບໂຕ້ ພະຍາດອະຫິວາໝູອາຟຣິກາ ທີ່ເກີດຂຶ້ນນີ້ ວາງແຜນກຽມພ້ອມ ເປັນຕົ້ນ: ກໍາລັງຄົນ, ວັດຖຸປະກອນ, ພາຫະນະ ແລະ ງົບປະມານ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບໂຕ້ພະຍາດໃຫ້ທັນການ.

2 ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ອໍານາດການປົກຄອງບ້ານ, ລົງໂຄສະນາເຜີຍແຜ່ ໄປຮອດຄອບຄົວ ຂອງຜູ້ທີ່ໄດ້ຮັບຜົນກະທົບ ແລະ ຄອບຄົວອ້ອມຂ້າງໃກ້ຄຽງຂອງບ້ານທີ່ໄດ້ຮັບຜົນກະທົບ ໃຫ້ຕິດຕາມເຝົ້າລະວັງຢ່າງເຄັ່ງຄັດ, ສືບສວນສວບສວນພະຍາດ, ເກັບກໍາຂໍ້ມູນສະພາບການລ້ຽງໝູ ໝູເຈັບ, ຕາຍ ແລະ ກໍານົດຂອບເຂດລະບາດຂອງພະຍາດ. ພ້ອມທັງໃຫ້ນໍາສະເໜີ ທ່ານເຈົ້າເມືອງ ເພື່ອປະກາດເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ ຢ່າງເປັນທາງການ ຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ກໍານົດໄວ້ໂດຍດ່ວນ.
3 ຕັ່ງຈຸດດ່ານກວດສັດຕະວະແພດຊົ່ວຄາວ ກວດຢຶດໝູ ແລະ ຜະລິດຕະພັນໝູ ທີ່ເຄື່ອນຍ້າຍຈາກເຂດລະບາດ ພ້ອມທັງຈັດຕັ້ງ ສີດພົ່ນຢາຂ້າເຊື້ອຈາກເຂດດັ່ງກ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປບ້ານອື່ນ ສະຖານທີ່ອື່ນ.

4 ໃຫ້ຈັດຕັ້ງກັນ ລົງໂຄສະນາ ເຜີຍແຜ່ ໃຫ້ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບຄວາມອັນຕະລາຍຂອງພະຍາດໃຫ້ແກ່ປະຊາຊົນ ຊຸກຍູ້ລະດົມໃຫ້ເຂົາເຈົ້າສະໝັກໃຈ ເຂົ້າຮ່ວມປະຕິບັດມາດຕະການ ຕອບໂຕ້ພະຍາດທີ່ລັດວາງອອກຢ່າງພ້ອມພຽງ.
5 ເຮັດແຜນສະເໜີຂໍອຸປະກອນເຊັ່ນ: ເຄື່ອງນຸ່ງປ້ອງກັນ PPE, ຢາຂ້າເຊື້ອ, ສົບມື, ເກີບໂບກ ນໍາກົມລ້ຽງສັດ ແລະ ການປະມົງ ເພື່ອຮັບໃຊ້ໃນການຕອບໂຕ້ພະຍາດ ໂດຍດ່ວນ.
6 ໃຫ້ແຕ່ງຕັ້ງຄະນະກໍາມະການ ແລະ ຈັດຕັ້ງຂ້າທໍາລາຍໝູທີ່ຕິດເຊື້ອ ແລະ ໝູທີ່ສ່ຽງຕໍ່ການຕິດເຊື້ອເປັນວົງແຄບຢູ່ໃນຄອບຄົວຂອງເຂົາເຈົ້າ ຫຼື ຄອບຄົວໃກ້ຄຽງ ທີ່ໄດ້ຮັບຜົນກະທົບ ໂດຍໃຫ້ບັນທຶກລາຍລະອຽດກ່ຽວກັບໝູທີ່ຖືກຂ້າທໍາລາຍຕາມຂະໜາດ, ອາຍຸ, ສາຍພັນ ເພື່ອເປັນບ່ອນອີງພື້ນຖານໃນການຊົດເຊີຍ.
ເພື່ອຕັດວົງຈອນຂອງເຊື້ອພະຍາດ ແລະ ກໍາຈັດໝູຕາຍ ແລະ ໝູຖືກຂ້າ ດ້ວຍການເຜົາ ຫຼື ຝັງ ໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ໃຫ້ນໍາເອົາໝູທີ່ເຈັບ ຫຼື ຕາຍ ໄປບໍລິໂພກ ຫຼື ຖິ້ມລົງນໍ້າ ຫຼື ຕາມທໍາມະຊາດເດັດຂາດ.

7 ນໍາພາ ປະຊາຊົນເຮັດອະນາໄມ ແລະ ຂ້າເຊື້ອຄອກສັດ ສີດພົ່ນ ດ້ວຍຢາຂ້າເຊື້ອ ຫຼື ໂຮຍປູນຂາວໃຫ້ທົ່ວເຖິງ ໃນບໍລິເວນບ້ານ ທີ່ໝູອາໄສ ຫຼື ບ່ອນທີ່ໝູຍ່າງໄປມາແຕ່ລະມື້.
8 ໃຫ້ລາຍງານສະພາບການລະບາດຂອງພະຍາດ ແລະ ຄວາມຄືບໜ້າ ການປະຕິບັດມາດຕະການໂຕ້ຕອບພະຍາດໃຫ້ຂັ້ນເທິງຂອງຕົນ, ກົມລ້ຽງສັດ ແລະ ການປະມົງ ເປັນແຕ່ລະວັນ.
9 ປະຕິບັດມາດຕະການອື່ນໆຕາມກົດໝາຍ, ມາດຕະຖານ ແລະ ຂັ້ນຕອນການປະຕິບັດທາງດ້ານເຕັກນິກທີ່ເໝາະສົມ.