ມີ 6 ພັນກວ່າຄອບຄົວ ຜະລິດກະສິກຳອິນຊີໃນແຂວງຈໍາປາສັກ ແລະ ສາລະວັນ

109

ບໍລິສັດ ປາກຊ່ອງພັດທະນາ ຂາ   ອອກ – ຂາເຂົ້າ ຈໍາກັດຜູ້ດຽວ ຜູ້ຜະລິດສິນຄ້າກະສິກໍາລາຍໃຫຍ່ຢູ່ແຂວງຈໍາປາສັກ ແລະ ສາລະວັນ ເພື່ອສົ່ງອອກໄປປະເທດເພື່ອນບ້ານທີ່ສົ່ງເສີມປະຊາຊົນປູກພືດຜັກໃຫ້ກາຍເປັນສິນຄ້າຕາມຫຼັກການ 2+3, ປັດຈຸບັນມີສະມາຊິກຜະລິດກະສິກໍາອິນຊີເປັນສິນຄ້າເພີ່ມຂຶ້ນຫຼາຍກວ່າ 6 ພັນຄອບຄົວແລ້ວ.

ທ່ານ ນາງ ອິນແປງ ຊາມຸນຕີ ອໍານວຍການ ບໍລິສັດ ປາກຊ່ອງພັດທະນາຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ປະກອບຄໍາເຫັນໃນກອງປະຊຸມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຂອງປະຊາຊົນ ເມື່ອທ້າຍເດືອນມິຖຸນາຜ່ານມາ ວ່າ: ເປົ້າໝາຍຂອງບໍລິສັດພວກເຮົາແມ່ນດໍາເນີນການຜະລິດ, ເກັບກູ້, ປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນກະສິກໍາ ເຊິ່ງໄດ້ລົງທຶນສົ່ງເສີມປະຊາຊົນຜະລິດຕາມນະໂຍບາຍຂອງລັດຖະບານວາງອອກເພື່ອລຶບລ້າງຄວາມທຸກຍາກ.

ໃນໄລຍະຜ່ານມາບໍລິສັດໄດ້ດໍາເນີນຕາມຫຼັກການ 2+3 ໂດຍປະຊາຊົນເປັນແຮງງານ ແລະ ເນື້ອທີ່ການຜະລິດ, ສ່ວນບໍລິສັດເປັນຜູ້ສົ່ງເສີມ, ເກັບຊື້ຄືນ ແລະ ເປັນຕະຫຼາດຈໍາໜ່າຍທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຍັງໄດ້ປະຕິບັດໂຄງການສອງສົ້ນ ( Contract Farming ) ຮ່ວມກັບພາກລັດ ເຊິ່ງບໍລິສັດເອງໄດ້ເຮັດສັນຍາຊື້ – ຂາຍກັບຄູ່ຄ້າຕ່າງປະເທດ ນັບແຕ່ເດືອນມິຖຸນາ ປີ 2004 ເປັນຕົ້ນມາ “ ທ່ານ ນາງ ອິນແປງ ຊາມຸນຕີ ກ່າວ ”.

ສໍາລັບພືດຜັກທີ່ໄດ້ສົ່ງເສີມປະຊາຊົນປູກ ເປັນຕົ້ນແມ່ນ: ຜັກກະລໍ່າປີ, ຜັກກາດ ແລະ ຂີງ ແມ່ນປູກຢູ່ເມືອງປາກຊ່ອງ; ສ່ວນໝາກຖົ່ວດິນ, ກ້ວຍນໍ້າ, ມັນດ້າງແມ່ນປູກຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ. ມາເຖິງປີ 2019 ບໍລິສັດມີສະມາຊິກ ( ຊາວສວນ ) ຜະລິດກະສິກໍາອິນຊີເປັນສິນຄ້າທັງໝົດ 6.586 ຄອບຄົວ ມີເນື້ອທີ່ປູກ 13.770 ເຮັກຕາ ກວມເອົາ 86 ບ້ານ ໃນແຂວງຈໍາປາສັກ ແລະ ແຂວງສາລະວັນ.

ທ່ານກ່າວຕື່ມວ່າ: ເມື່ອວັນທີ 7 ພຶດສະພາ 2019 ຜ່ານມາ ທາງບໍລິສັດໄດ້ເປີດສາຂາຢູ່ແຂວງສາລະວັນ ອີກໜຶ່ງແຫ່ງ ເພື່ອອໍານວຍຄວາມສະດວກໃນການດໍາເນີນທຸລະກິດ, ການປະສານງານກັບທ້ອງຖິ່ນ ແລະ ຮ່ວມມືກັບຂະແໜງການກ່ຽວຂ້ອງຂອງແຂວງ, ເມືອງໃນການຈັດຝຶກອົບຮົມໃຫ້ປະຊາຊົນນໍາໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການຜະລິດ ພ້ອມທັງມີການຕິດຕາມກວດກາຢ່າງຕໍ່ເນື່ອງ. ນອກຈາກບໍລິສັດໄດ້ສົ່ງເສີມປະຊາຊົນປູກພືດຜັກແລ້ວ, ພວກເຮົາຍັງມີລານຕາກ ແລະ ເກັບຊື້ມັນຕົ້ນຢູ່ເມືອງເລົ່າງາມ ຈໍານວນ 5 ຈຸດ ແລະ ຢູ່ແຂວງຈໍາປາສັກ 8 ຈຸດ ພ້ອມດ້ວຍສະຖານທີ່ພັກລົດກ່ອນສົ່ງອອກ 1 ແຫ່ງ ຢູ່ດ່ານສາກົນວັງເຕົ່າ – ຊ່ອງເມັກ ເມືອງໂພນທອງ ແຂວງຈໍາປາສັກ ນໍາອີກ.

ສ່ວນແຜນໃນສົກປີ 2019 – 2020 ບໍລິສັດຍັງມີແຜນສືບຕໍ່ໃຫ້ປະຊາຊົນໃນ 4 ແຂວງພາກໃຕ້ ແລະ ນະຄອນຫຼວງວຽງຈັນ ປູກເຂົ້າອິນຊີ, ກາເຟອິນຊີ ແລະ ສາລີອິນຊີ ໂດຍບໍລິສັດຈະເປັນຜູ້ສົ່ງເສີມພ້ອມທັງເຮັດສັນຍາຄໍ້າປະກັນເກັບຊື້ຄືນທັງໝົດ “ ທ່ານ ນາງ ອິນແປງ ກ່າວ ”.

[ ຂ່າວ: ສົມສະຫວິນ, ຮູບ: ບໍລິສັດ ປາກຊ່ອງພັດທະນາ ]