ລັດຖະບານຈະປັບນະໂຍບາຍການລົງທຶນສຸມໃສ່ທ່າແຮງທີ່ເປັນໂອກາດ

46

ນະໂຍບາຍສົ່ງເສີມການລົງທຶນທີ່ນອນໃນມາດຕະການຕ່າງໆທີ່ກ່ຽວຂ້ອງກັບຫຼາຍກະຊວງເປັນອັນດັບທຳອິດທີ່ລັດຖະບານຈະຕ້ອງໄດ້ສຸມໃສ່ ເພື່ອອຳນວຍຄວາມສະດວກໃຫ້ກັບການລົງທຶນ ໂດຍສະເພາະໂຄງການທີ່ຕິດພັນກັບໂຄງການໃຫຍ່. ຂະນະທີ່ອຸດສາຫະກຳທ່ອງທ່ຽວ, ອຸດສາຫະກຳກະສິກຳເພື່ອການສົ່ງອອກຈະຕ້ອງໄດ້ຄົ້ນຄວ້າໃນການປະຕິບັດໂດຍໄວ.

ທ່ານ ສຸຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 1 ປີ 2019 ໃນທ້າຍເດືອນມິຖຸນາຜ່ານມາວ່າ: ເສດຖະກິດໂລກມີການປ່ຽນແປງໄດ້ໄວຈາກຄວາມບໍ່ແນ່ນອນຂອງເສດຖະກິດໂລກ ເຮັດໃຫ້ອັດຕາການເຕີບໂຕດ້ານເສດຖະກິດຂະຫຍາຍຕົວຊ້າລົງ. ແນວໃດກໍຕາມ, ໄລຍະທ້າຍປີ 2018 – 2019 ເສດຖະກິດລາວຂະຫຍາຍຕົວຊ້າລົງຊັດເຈນຈາກ 7% ໃນປີ 2017 ມາຢູ່ໃນ 6,5% – 6,7% ໃນກາງປີ 2019 ຫາກທຽບກັບຫຼາຍປະເທດຍັງເຫັນວ່າເປັນຕົວເລກທີ່ໜ້າພໍໃຈ.

ເພື່ອເດີນໜ້າສ້າງເສດຖະກິດໃຫ້ມີຄວາມເຂັ້ມແຂງ ລັດຖະບານໄດ້ປັບນະໂຍບາຍສົ່ງເສີມການລົງທຶນໃຫ້ມີຄວາມສະດວກສະບາຍຂຶ້ນ ກວ່າເກົ່າ ໂດຍສະເພາະແມ່ນນິຕິກຳຕ່າງໆທີ່ຫຼາຍກະຊວງມີສ່ວນຮ່ວມ ເຊັ່ນ: ນະໂຍບາຍການລົງທຶນໃນເຂດເສດຖະກິດພິເສດ ແລະ ນະໂຍບາຍກໍ່ສ້າງຕາມແລວລົດໄຟ ລາວ – ຈີນ ເພື່ອຮອງຮັບການບໍລິການຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ເປັນຕົ້ນ.

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວຕື່ມວ່າ: ສິ່ງທີ່ ສປປ ລາວ ຈະຕ້ອງປະຕິບັດໄປຄຽງຄູ່ກັບການສ້າງນະໂຍບາຍ ເພື່ອການອຳນວຍຄວາມສະດວກແກ່ການລົງທຶນກໍຄືຕ້ອງສົ່ງເສີມການສົ່ງອອກພາຍໃນໃຫ້ກາຍເປັນຈິງ ໂດຍສະເພາະອຸດສາຫະກຳກະສິກຳທີ່ເປັນຄວາມຫວັງຂອງປະຊາຊົນທັງຊາດອີງໃສ່ທ່າແຮງທີ່ມີຢູ່ປັດຈຸບັນ ສປ ຈີນ ຕ້ອງການເຂົ້າຈາກ ສປປ ລາວ ຫຼາຍເຖິງ 50 ພັນໂຕນ ເພື່ອສະໜອງໃຫ້ກັບພາຍໃນທີ່ມີຄວາມຕ້ອງການເພີ່ມຂຶ້ນ; ອິນໂດເນເຊຍ ຕ້ອງການຜັກສົດ, ໝາກໄມ້, ເຂົ້າ ແລະ ອື່ນໆ ປີລະ 1 ລ້ານໂຕນ ແຕ່ຄວາມສາມາດໃນການຜະລິດຂອງລາວຍັງເປັນກຳແພງທີ່ຈະຕ້ອງຄົ້ນຄວ້າໃນລະດັບຕໍ່ໄປ.

ນອກຈາກກະສິກຳທີ່ເປັນທ່າແຮງແລ້ວການທ່ອງທ່ຽວກໍເປັນເປົ້າໝາຍສຳຄັນຂອງລັດຖະບານທີ່ຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການສົ່ງເສີມ ໂດຍສະເພາະປີ 2019 ປີທ່ອງທ່ຽວ ລາວ – ຈີນ ໃນ 6 ເດືອນຕົ້ນປີ 2019 ມີນັກທ່ອງທ່ຽວພຽງແຕ່ 2 – 2,5 ລ້ານຄົນ ຕົວເລກທີ່ຄາດຫວັງໝົດປີແມ່ນ 4,5 – 5 ລ້ານຄົນ. ສະນັ້ນ, ເຫຼືອເວລາອີກ 6 ເດືອນຈະເຮັດແນວໃດ ໃຫ້ຕົວເລກດັ່ງກ່າວບັນລຸ?ແນ່ນອນກິດຈະກຳສົ່ງເສີມດ້ານການທ່ອງທ່ຽວເປັນປັດໄຈສຳຄັນ ເຊິ່ງມັນພົວພັນເຖິງຫຼາຍຢ່າງນັບແຕ່ການໂຄສະນາ, ໂປຣໂມຊັນການທ່ອງທ່ຽວລວມທັງຄ່າເດີນທາງ ແລະ ຖະໜົນຫົນທາງທີ່ຈະໄປເຖິງສະຖານທີ່ທ່ອງທ່ຽວແຕ່ລະແຫ່ງກໍເປັນສິ່ງສຳຄັນທີ່ຈະເຮັດໃຫ້ນັກທ່ອງທ່ຽວທີ່ເດີນທາງມາລາວແລ້ວຢາກກັບມາລາວອີກ.

[ ຂ່າວ: ສຸລິນ; ຮູບ: ສອນໄຊ ]