ຫຼຸດຜ່ອນໄດ້ກໍດີ 10 ອາຫານທີ່ເປັນໄພຮ້າຍທໍາລາຍຮ່າງກາຍ

93

ເວົ້າເລື່ອງອາຫານການກິນ ເປັນສິ່ງທີ່ຂາດບໍ່ໄດ້ໃນແຕ່ລະວັນ ເຊິ່ງມີຫຼາຍຢ່າງ ທີ່ປຸງແຕ່ງລົດຊາດໃຫ້ແຊບນົວ, ທັງເປັນຂອງແທ້ ຂອງສໍາເລັດຮູບ ທີ່ອາດມີການແຕ່ງສີ ແຕ່ງກິ່ນ ລົດຊາດ ເພື່ອເປັນການເພີ່ມມູນຄ່າໃຫ້ກັບອາຫານບາງຊະນິດ ແຕ່ທ່ານຮູ້ບໍວ່າອາຫານບາງຢ່າງມັນມີຜົນຕໍ່ສຸຂະພາບເຮົາໂດຍກົງ ທັງໄລຍະສັ້ນ ແລະ ໄລຍະຍາວ.
ອີງຕາມຜົນວິໄຈເພິ່ນບອກວ່າ 10 ປະເພດທີ່ຄົນມັກກິນເປັນປະຈໍາ ແຕ່ມີຜົນເສຍຕໍ່ຮ່າງກາຍເຊັ່ນ

1 ໄຂ່ຍ່ຽວມ້າ: ໃນໄຂ່ຍ່ຽວ ພໍ່ຄ້າແມ່ຄ້າບາງຄົນ ມັກຈະເຕີມຖົ່ວອອກໄຊລົງໄປ ເພື່ອແຊ່ໃຫ້ໄຂຍ່່ຽວມ້າໄດ້ຮັບປະສິດທິຜົນສູງ ເຊິ່ງນັ້ນມັນຈະເຮັດໃຫ້ມີສິ່ງທີ່ຜິດປົກກະຕິໃນໄຂ່ຍ່ຽວມ້າຫຼາຍ ຫາກເຮົາຮັບປະທານດຸ ອາດສົ່ງຜົນເສຍຕໍ່ຮ່າງກາຍໃນໄລຍະຍາວເລີຍ ຕໍ່ເຊວກະດູກ ລະບົບປະສາດ ລະບົບໃຕ ເຮັດໃຫ້ເຈັບທ້ອງ ບາງຄັ້ງອາດເຖິງແກ່ຊີວິດໄດ້.

2 ເຂົ້າໜົມ ຄູ່ ຫຼື ທີ່ລຶ້ງກັນວ່າປາທ່ອງໂກ: ເປັນຂອງຈືນ ທີ່ຈິງແລ້ວແມ່ນບໍ່ດີຕໍ່ສຸຂະພາບຮ່າງກາຍເຮົາເລີຍ ເພາະນໍ້າມັນທີ່ເອົາຈືນເປັນເວລາດົນໆຫຼາຍກວ່າ 8 ຊົ່ວໂມງ ໂດຍບໍ່ມີການປ່ຽນ ມັນຈະມີຂີ້ຝຸ່ນຈຳນວນຫຼາຍຕົກຄ້າງຢູ່ໃນນັ້ນ ທີ່ນອກຈາກຈະເຮັດໃຫ້ເປັນໄຂມັນສ່ວນເກີນແລ້ວ ກິນເຂົ້າໄປຫຼາຍໆຈະເຮັດໃຫ້ຄໍແຫ້ງ, ເຈັບຄໍ ແລະ ຍັງສົ່ງຜົນຕໍ່ຄວາມຈໍາຂອງສະໝອງເຮົາອີກ.

3 ໄສ້ກອກ ແລະ ອາຫານແປຮູບ: ອາຫານປະເພດນີ້ມັກຈະເປັນຊິ້ນປະສົມແປ້ງ ທີ່ຜ່ານຂະບວນການຜະລິດໂດຍການສັງເຄາະໃນປະລິມານສູງ ມີໂຊດ້ຽມຫຼາຍ ແລະ ທີ່ສໍາຄັນໃນການແຍກຊິ້ນ ແລະ ໄຂມັນອອກຈາກກັນ ຈະຕ້ອງຜະລິດພາຍໃຕ້ຄວາມຮ້ອນ ແລະ ແຮງດັນສູງຫຼາຍ ເຮັດໃຫ້ສານອາຫານດັ່ງກ່າວທີ່ມີປະໂຫຍດສູງແມ່ນເກືອບຈະບໍ່ເຫຼືອເລີຍ ແລະ ແນ່ນອນວ່າໃນ ຮອນດອກໄສ້ກອກ ມີສານທີ່ກໍ່ໃຫ້ເກີດມະເຮັງສູງຫຼາຍ.

4 ຜັກໝາກໄມ້ດອງ: ດ້ວຍຄົນສະໄໝປະຈຸບັນທີ່ບໍ່ຄ່ອຍມີເວລາ ອາຫານດອງຈິ່ງເຂົ້າມາມີບົດບາດຫຼາຍໃນກຸ່ມຜູ້ບໍລິໂພກ ຂອງບັນຈຸພັນໃນກະປ່ອງ, ໃນກ່ອງ ເຊິ່ງພໍ່ຄ້າ ແມ່ຄ້າ ຜູ້ຜະລິດບາງຄົນຍອມທີ່ຈະໃສ່ບາງຍ່າງເປັນສ່ວນປະສົມເຂົ້າໄປ ເພື່ອເພີ່ມລົດຊາດໃຫ້ໜ້າຮັບປະທານ ແລະ ເປັນການເພີ່ມມູນຄ່າໃຫ້ກັບອາຫານເຫຼົ່ານັ້ນອີກ ແຕ່ກໍເຄີຍມີການກວດພົບຕາມຕະຫຼາດ ມີການໃຊ້ວັດຖຸໃຫ້ຄວາມຫວານແທນນໍ້າຕານ ໃນຄວາມຫວານທີ່ຫຼາຍກວ່ານໍ້າຕານເຖິງ 300 ເທົ່າ ເມື່ອຮັບປະທານເຂົ້າໄປຫຼາຍໆ ມັນຈະກໍໃຫ້ເກີດໂລກມະເຮັງ ແລະ ສ່ຽງຕໍ່ໂລກຫົວໃຈນໍາອີກ.

5 ອາຫານປະເພດປີ້ງ: ສ່ວນຫຼາຍຊິ້ນສັດທີ່ມີໄຂມັນປົນຢູ່ນໍາ ໃນການປິ້ງ ຫຼື ເຮັດໃຫ້ສຸກນັ້ນ ຈະເຮັດໃຫ້ເກີດການສະສົມທີ່ມີຜົນຕໍ່ສຸຂະພາບ ເຊິ່ງມີການວິໄຈແລ້ວວ່າ ນີ້ເປັນໜຶ່ງວິທີທີ່ເຮັດໃຫ້ເກີດເປັນມະເຮັງງ່າຍໆ ເຮົາຄວນກິນໃຫ້ນ້ອຍລົງກວ່າເກົ່າ ລວມທັງຫຼີກລ້ຽງອາຫານສຸກໆດິບໆພ້ອມ.

6 ນໍ້າອັດລົມ: ໃນປັດຈຸບັນມີນໍ້າອັດລົມຫຼາຍຊະນິດ ເຊິ່ງເມື່ອເຮົາດື່ມຫຼາຍໆມັນຈະມີນໍ້າຕານ ແລະ ພະລັງງານສູງ ເຖິງວ່າບາງຊະນິດຈະມີຄໍລໍຣີຕໍ່າກໍຕາມ, ແຕ່ກໍບໍ່ມີສານທີ່ເຮັດໃຫ້ເກີດຜົນປະໂຫຍດຕໍ່ຮ່າງກາຍເລີຍ ມີທັງແກ໊ດທີ່ເຮັດໃຫ້ເກີດຄວາມຊ໋າ ເຊິ່ງຮ່າງກາຍເຮົາບໍ່ຕ້ອງການ ມັນເປັນໂຕທີ່ສາມາດລະລາຍເຫຼັກກະປູໄດ້ພາຍໃນ 4 ມື້, ເປັນສາເຫດເຮັດໃຫ້ເກີດມີຂີ້ໂພ່ນ ເມື່ອເຮົາກິນດື່ມຫຼາຍໆແນ່ນອນວ່າມັນຈະເຮັດໃຫ້ກະດູກເຮົາຜ່ອຍ ລວມໄປເຖິງການກໍໃຫ້ເກີດມະເຮັງນໍາອີກ.

7 ເຂົ້າໜົມຫວານ ຂະໜົມກິນຫຼິ້ນ: ອາຫານປະເພດນີ້ເປັນປະເພດທີ່ໃຫ້ພະລັງງານ ແລະ ໄຂມັນສູງ ບໍ່ດີຕໍ່ສຸຂະພາບ ຮ່າງກາຍຂອງຄົນເຮົາ ເພາະເມື່ອກິນເຂົ້າໄປ ສິ່ງເຫຼົ່ານີ້ຈະໄປເກາະຕາມເຫຍື່ອຂອງຮ່າງກາຍ ເມື່ອກິນເລື້ອຍໆຈະເຮັດໃຫ້ເກີດໂລກຕຸ້ຍ, ແຂ້ວແມງ, ສົ່ງຜົນກະທົບໂດຍກົງຕໍ່ຕັບ ແລະ ໃຕຈົນຜິດປົກກະຕິ ແລະ ກໍໃຫ້ເກີດມະເຮັງໃນຕັບ ແລະ ໃຕໄດ້.

8 ຂະໜົມເບີເກີ້: ໃນຂັ້ນຕອນການຜະລິດແຮັມເບີເກີ້ ຈະຕ້ອງໄດ້ນໍາມາປຸງແຕ່ງລົດຊາດຫຼາຍຢ່າງ ເພື່ອບໍ່ໃຫ້ອາຫານເສຍໄດ້ງ່າຍໆ ຜູ້ຜະລິດບາງຄົນຈຶ່ງນິຍົມໃຊ້ບາງຢ່າງເຂົ້າມາໃນການກໍາຈັດກິ່ນ ແລະ ສີທີ່ປ່ຽນໄປຂອງແຮັມເບີເກີ້ ໂດຍມີການປຸງແຕ່ງລົດຊາດດ້ວຍຄະນໍ ແລະ ອື່ນໆ ທີ່ເຮົາບໍ່ຮູ້ ເຊິ່ງກໍໃຫ້ເກີດອາການວິນຫົວ ຄໍແຫ້ງ, ອາຫານແພ້ ເຊິ່ງສິ່ງເຫຼົ່ານີ້ຈະເກີດມາຕາມຫຼັງໂດຍທີ່ເຮົາບໍ່ຮູ້ໂຕ ເລີ່ມຈາກທາງເດີນຫາຍໃຈຜິດປົກກະຕິ ອາດກໍ່ໃຫ້ເກີດໂລກມະເຮັງໄດ້.

9 ມັນຝຣັ່ງທອດ: ປົກກະຕິແລ້ວມັນຝຣັ່ງເປັນອາຫານທີ່ມີປະໂຫຍດ ແຕ່ຈະຕ້ອງເຮັດໃຫ້ສຸກດ້ວຍການຕົ້ມ ຫຼື ໜຶ້ງເທົ່ານັ້ນ ແຕ່ມັນຝຣັ່ງທີ່ຂາຍຕາມທ້ອງຕະຫຼາດ ໂດຍສະເພາະຈືນ ແມ່ນແມ່ຄ້າສ່ວນຫຼາຍຈະມັກຈືນໂດຍໃຊ້ນໍ້າມັນເກົ່າຊໍ້າໄປຊໍ້າມາ ເຊິ່ງເປັນສານກໍ່ໃຫ້ເກີດສິ່ງຜິດປົກກະໃນຮ່າງກາຍຂອງຄົນເຮົາຄືມະເຮັງ ແລະ ການທີ່ເຮົາກິນເປັນປະຈໍາທຸກມື້ມັນຈະເຮັດໃຫ້ສຸຂະພາບເຮົາຊຸດໂຊມລົງໃນທີ່ສຸດ.

10 ໂດນັດ: ເປັນເຂົ້າໜົມທີ່ເພີ່ມຄວາມສ່ຽງຕໍ່ການເປັນມະເຮັງຫຼາຍຂຶ້ນ ເພາະເຮັດມາຈາກສາລີ ນໍ້າຕານຊາຍ ແລະ ມີການແຕ່ງສີ ແຕ່ງກິ່ນ ເຊິ່ງບໍ່ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາເລີຍ ແລະ ສິ່ງທີ່ສໍາຄັນກໍຄື ນໍ້າມັນທີ່ຈືນນັ້ນເປັນອຸນຫະພູມທີ່ສູງຫຼາຍ ຈຶ່ງເປັນອາຫານທີ່ຄວນຫຼີກລ້ຽງທີ່ສຸດ ເພາະມັນສ່ຽງຕໍ່ການເປັນໂລກມະເຮັງ.